ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ພິພາກສາ ສຫລ ສັ່ງໃຫ້ ກວດກາ ສະພາບ ຢູ່ບ່ອນຄວບຄຸມ ເດັກນ້ອຍ ທີ່ຊາຍແດນ


ສະຖານທີ່ຄວບຄຸມເດັກນ້ອຍ ຂອງອົງການພາສີ ແລະ ກວດຄົນເຂົ້າເມືອງ ຂອງສະຫະລັດ ໃນເຂດຮ່ອມພູ ຣິໂອ ກຣານເດ ໃນລັດເທັກຊັສ.
ສະຖານທີ່ຄວບຄຸມເດັກນ້ອຍ ຂອງອົງການພາສີ ແລະ ກວດຄົນເຂົ້າເມືອງ ຂອງສະຫະລັດ ໃນເຂດຮ່ອມພູ ຣິໂອ ກຣານເດ ໃນລັດເທັກຊັສ.

ຜູ້ພິພາກສາຂອງລັດຖະບານກາງທ່ານນຶ່ງ ໃນລັດຄາລີຟໍເນຍ ກ່າວວ່າ ທ່ານນາງຈະ
ແຕ່ງຕັ້ງ ຄະນະສັງເກດການ ທີ່ເປັນອິດສະຫຼະ ເພື່ອສຶກສາເບິ່ງ ສະພາບການ ພວກ
ເດັກນ້ອຍ ຄົນເຂົ້າເມືອງ ຢູ່ຕາມສະຖານທີ່ຕ່າງໆ ໃນບໍລິເວນ ຊາຍແດນສະຫະລັດ ທີ່ລັດເທັກຊັສ ຫຼັງຈາກມີລາຍງານວ່າ ສະຖານທີ່ເຫຼົ່ານັ້ນ ມີສະພາບທີ່ບໍ່ຄ່ອຍດີປານ
ໃດ.

ຜູ້ພິພາກສາ ດອລລີ ຈີ (Dolly Gee) ທີ່ນະຄອນລັອສ ແອນເຈີລິສ ກ່າວວ່າ “ເບິ່ງຄື
ວ່າ ຍັງມີບັນຫາຢູ່ຕໍ່ມານະທີ່ນັ້ນ” ກ່ຽວກັບການເບິ່ງແຍງເດັກນ້ອຍ ທີ່ຢູ່ພາຍໃຕ້ການ
ດູ ແລຂອງລັດຖະບານ ຕາມສະຖານທີ່ຕ່າງໆໃນເຂດຮ່ອມພູຣິໂອ ການເດ ຂອງລັດ
ເທັກຊັສ.”

ຜູ້ພິພາກສາກ່າວວ່າ “ມີການຂາດການເຊື່ອມໂຍງ ລະຫວ່າງການຊັ່ງຊາຕີລາຄາກ່ຽວ ກັບສະພາບການ ໂດຍຄະນະສັງເກດການຂອງລັດຖະບານແລະພວກຄົນເຂົ້າເມືອງ ທີ່ເປັນພໍ່ແມ່ ແລະທ່ານນາງກໍເວົ້າວ່າ ການສັງເກດການດັ່ງກ່າວອາດໃຫ້ “ຄວາມເຫັນ
ແບບມີຈຸດມຸ່ງໝາຍ.” ການຮ້ອງທຸກ ຂອງພວກພໍ່ແມ່ແລະເດັກນ້ອຍ ແມ່ນຮວມທັງອາ
ຫານທີ່ບູດ ມີນ້ຳບໍ່ພຽງພໍ ແລະໜາວເກີນໄປ.

ການຕັດສິນດັ່ງກ່າວມີຂຶ້ນໃນຂະນະທີ່ເຈົ້າໜ້າທີ່ລັດຖະບານ ພວມຊອກຫາຊ່ອງທາງ
ປະຕິບັດຕາມຄຳສັ່ງນຶ່ງອີກຕ່າງຫາກຂອງສານ ໃຫ້ນຳເອົາພວກເດັກນ້ອຍທີ່ຖືກແຍກ
ຈາກຄອບຄົວ ຫຼັງຈາກຂ້າມຊາຍແດນ ເຂົ້າມາໃນສະຫະລັດ ພົບກັບພໍ່ແມ່ ຂອງພວກ
ເຂົາເຈົ້າ.

ເຈົ້າໜ້າທີ່ສະຫະລັດກ່າວວ່າ ຕົນໄດ້ນຳເອົາພວກເດັກນ້ອຍທັງໝົດທີ່ຖືກແຍກຈາກພໍ່
ແມ່ຂອງພວກເຂົາເຈົ້ານັ້ນ ໃຫ້ມາພົບພໍ້ກັນແລ້ວ ແຕ່ຫຼາຍໆຄົນ ແມ່ນບໍ່ມີສິດຍ້ອນວ່າ ພໍ່ແມ່ຂອງພວກເຂົາເຈົ້າທີ່ຖືກປ່ອຍຈາກສູນຄວບຄຸມຄົນເຂົ້າເມືອງໄດ້ຖືກສົ່ງກັບຄືນ
ປະເທດແລ້ວ ຫຼືບໍ່ ກໍເລືອກທີ່ຈະບໍ່ພົບພໍ້ກັບລູກເຕົ້າຂອງເຂົາເຈົ້າ. ໃນບາງກໍລະນີນັ້ນ
ທະນາຍຄວາມຂອງລັດຖະບານ ກ່າວວ່າ ພວກພໍ່ແມ່ເປັນອາຊະຍາກອນ ຫຼືບໍ່ເໝາະ
ສົມທີ່ຈະເບິ່ງແຍງລ້ຽງດູລູກເຕົ້າເຂົາເຈົ້າ.

ກະຊວງຍຸຕິທໍາເວົ້າຢູ່ໃນເອກສານປະກອບ ຂອງສານ ໃນຕອນບ່າຍວັນພະຫັດຜ່ານ
ມານີ້ ທີ່ນະຄອນແຊນດີອາໂກວ່າ ມີເດັກນ້ອຍອາຍຸ ຫ້າປີຂຶ້ນໄປ ຈໍານວນຫລາຍກວ່າ
1,400 ຄົນ ໄດ້ກັບໄປຢູ່ນໍາພໍ່ແມ່ຂອງພວກເຂົາແລ້ວ. ສ່ວນອີກ 378 ຄົນແມ່ນໄດ້ຖືກ
ປ່ອຍພາຍໃຕ້ເງື່ອນໄຂທີ່ເອີ້ນວ່າ "ສະພາບການເໝາະສົມ" ຊຶ່ງໝາຍຄວາມວ່າ ພວກ
ເຂົາເຈົ້າໄດ້ຖືກມອບ ໃຫ້ຜູ້ອຸປະຖໍາທີ່ມີຄວາມສາມາດລ້ຽງດູພວກເຂົາໄດ້ເປັນ.


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG