ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບໍ່ມີໃຜຮູ້ວ່າ ເດັກນ້ອຍທຸກຄົນ ທີ່ເຂົ້າເມືອງ ຜິດກົດໝາຍ ໄດ້ໄປຫາພໍ່ແມ່ ຂອງພວກເຂົາ ຕາມກໍານົດເວລາ ຫລືບໍ່


ເດັກນ້ອຍພາກັນຫລຽວເບິ່ງນອກປ່ອງຢ້ຽມຂອງລົດຕູ້ ໃນຂະນະທີ່ພວກເຂົາໄປເຖິງ ສູນບໍລິການສັງຄົມ ຂອງພວກຖືສາສະໜາຄຣິສຕຽນ ນິກາຍ Lutheran ໃນວັນທີ 26 ກໍລະກົດ, 2018 ຢູ່ນະຄອນຟີນິກ ລັດອາຣີໂຊນາ
ເດັກນ້ອຍພາກັນຫລຽວເບິ່ງນອກປ່ອງຢ້ຽມຂອງລົດຕູ້ ໃນຂະນະທີ່ພວກເຂົາໄປເຖິງ ສູນບໍລິການສັງຄົມ ຂອງພວກຖືສາສະໜາຄຣິສຕຽນ ນິກາຍ Lutheran ໃນວັນທີ 26 ກໍລະກົດ, 2018 ຢູ່ນະຄອນຟີນິກ ລັດອາຣີໂຊນາ

ກໍານົດເສັ້ນຕາຍພາຍໃຕ້ຄໍາສັ່ງຂອງສານໄດ້ກາຍໄປແລ້ວ ສໍາລັບການໃຫ້ພວກເຈົ້າໜ້າ
ທີ່ຂອງສະຫະລັດ ເອົາເດັກນ້ອຍທຸກຄົນທີ່ຖືກເອົາແຍກອອກຈາກພໍ່ແມ່ຂອງພວກເຂົາ ພາຍຫຼັງໄດ້ເຂົ້າມາໃນສະຫະລັດ ແລະມີສິດເໝາະສົມນັ້ນ ກັບຄືນໄປຫາພໍ່ແມ່ຂອງ
ພວກເຂົາ.

ພວກເຈົ້າໜ້າທີ່ສະຫະລັດເວົ້າວ່າ ພວກເຂົາເຈົ້າຄາດວ່າ ຈະເອົາເດັກນ້ອຍໝົດທຸກຄົນ
ທີ່ຖືກພາກຈາກພໍ່ແມ່ຂອງພວກເຂົາພາຍຫລັງທີ່ໄດ້ເຂົ້າມາປະເທດຢ່າງຜິດກົດໝາຍ
ແລະມີສິດເໝາະສົມນັ້ນ ກັບຄືນໄປຫາພໍ່ແມ່ຂອງພວກເຂົາບໍ່ກາຍກໍານົດເສັ້ນຕາຍ ທີ່
ສານສັ່ງອອກມາ ກໍຄືວັນພະຫັດວານນີ້ ຊຶ່ງກົງກັບເວລາ 7 ໂມງເຊົ້າຂອງວັນສຸກມື້ນີ້
ຕາມເວລາສາກົນ. ຍັງບໍ່ມີໃຜຮູ້ແຈ້ງວ່າ ພວກເຂົາເຈົ້າເຮັດໄດ້ຕາມເປົ້າໝາຍບໍ່.

ທ່ານ ລີ ຈີເລີດ, ທະນາຍຄວາມຂອງສະຫະພາບເພື່ອເສລີພາບຂອງພົນລະເມືອງອາເມຣິ ກັນ ກ່າວຄໍາປາໄສ ພາຍຫລັງມີການພິຈາລະນາຄະດີ ໃນວັນທີ 6 ກໍລະກົດ 2018 ຢູ່ເມືອງແຊນເດຍໂກ
ທ່ານ ລີ ຈີເລີດ, ທະນາຍຄວາມຂອງສະຫະພາບເພື່ອເສລີພາບຂອງພົນລະເມືອງອາເມຣິ ກັນ ກ່າວຄໍາປາໄສ ພາຍຫລັງມີການພິຈາລະນາຄະດີ ໃນວັນທີ 6 ກໍລະກົດ 2018 ຢູ່ເມືອງແຊນເດຍໂກ

​ກະຊວງຍຸຕິທໍາເວົ້າຢູ່ໃນເອກສານປະກອບ ຢູ່ໃນສານ ໃນຕອນບ່າຍວັນພະຫັດວານນີ້
ຢູ່ທີ່ນະຄອນແຊນດີອາໂກ (San Diego) ວ່າ ມີເດັກນ້ອຍອາຍຸຫ້າປີຂຶ້ນໄປ ຈໍານວນ
ຫລາຍກວ່າ 1,400 ຄົນ ໄດ້ກັບໄປຢູ່ນໍາພໍ່ແມ່ ຂອງພວກເຂົາແລ້ວ. ສ່ວນອີກ 378 ຄົນແມ່ນຖືກປ່ອຍຕົວພາຍໃຕ້ເງື່ອນໄຂ ທີ່ເອີ້ນວ່າ "ສະ ພາບການເໝາະສົມ" ຊຶ່ງໝາຍ
ຄວາມວ່າ ພວກເຂົາໄດ້ຖືກເອົາມອບ ໃຫ້ຜູ້ອຸປະຖໍາທີ່ມີຄວາມສາມາດລ້ຽງດູພວກເຂົາ
ໄດ້ເປັນຢ່າງດີ.

ຫາກແຕ່ວ່າ ຍັງມີເດັກນ້ອຍອີກ 700 ຄົນທີ່ຍັງຢູ່ພາຍໃຕ້ບ່ອນຄຸມຂັງຂອງລັດ ຖະບານ
ແລະມີຊະຕາກໍາອັນບໍ່ແນ່ນອນ.

ພໍ່ແມ່ເດັກ ຫລາຍຄົນກໍໄດ້ຖືກເນລະເທດອອກຈາກສະຫະລັດໄປແລ້ວ ໂດຍໄດ້ປະໃຫ້
ລູກຂອງພວກເຂົາເຈົ້າຢູ່ໃນສະພາບທີ່ກຸ່ມສະໜັບສະໜຸນຄົນເຂົ້າເມືອງເອີ້ນວ່າ "ຂຸມມືດ".
ມີບາງກໍລະນີ ບັນດາທະນາຍຂອງລັດຖະບານເວົ້າວ່າ ພວກພໍ່ແມ່ຂອງເຂົາ ເປັນອາດ
ຊະຍາກອນ ຫລືບໍ່ມີຄວາມເໝາະສົມທີ່ຈະລ້ຽງດູລູກ.

ພວກຄົນເຂົ້າເມືອງພາກັນລຽນແຖວລໍຖ້າການພິຈາລະນາຄະດີເນລະເທດ ຢູ່ນອກສານ ການເຂົ້າເມືອງ ໃນເມືອງລອສ ແອນເຈີແລສ ໃນວັນທີ 19 ມິຖຸນາ 2018
ພວກຄົນເຂົ້າເມືອງພາກັນລຽນແຖວລໍຖ້າການພິຈາລະນາຄະດີເນລະເທດ ຢູ່ນອກສານ ການເຂົ້າເມືອງ ໃນເມືອງລອສ ແອນເຈີແລສ ໃນວັນທີ 19 ມິຖຸນາ 2018

​ທະນາຍຄວາມດ້ານຄົນເຂົ້າເມືອງ ເວົ້າວ່າ ພວກທີ່ໄດ້ກັບບ້ານໄປຈໍານວນນຶ່ງ ໂດຍທີ່ບໍ່
ໄດ້ມີລູກກັບໄປນໍາ ອາດຈະຖືກສົ່ງກັບຍ້ອນລັດຖະບານເຊື່ອວ່າ ການກັບໄປປະເທດ
ຂອງພວກເຂົາເຈົ້າ ຄືວິທີທາງດຽວເທົ່ານັ້ນ ທີ່ເຂົາເຈົ້າຈະໄດ້ພົບລູກອີກ.

ພວກທະນາຍຄວາມຂອງສະຫະພາບເພື່ອເສລີພາບຂອງພົນລະເມືອງອາເມຣິກັນ ເວົ້າ
ວ່າເຂົາເຈົ້າ ມີພວກສະໜັບສະໜຸນການເຂົ້າເມືອງຢູ່ໃນພື້ນທີ່ຂອງປະເທດທີ່ພວກພໍ່ແມ່
ຖືກສົ່ງກັບໄປເຊັ່ນ ຮອນດູຣາສ ແລະກົວເຕມາລາ ແລະຈະພາກັນສືບສວນກ່ຽວກັບການ
ກ່າວຫານັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG