ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທ່ານ Mahlab ຖືກແຕ່ງຕັ້ງ ໃຫ້ເປັນ ນາຍົກຄົນໃໝ່ ຂອງ ອີຈິບ (ວີດີໂອ)


ທ່ານ Ibrahim Mahlab
ທ່ານ Ibrahim Mahlab
ລັດຖະມົນຕີ​ເຄຫະສະຖານຂອງ​ອີ​ຈິບ ທີ່ພວມຈະພົ້ນຈາກ
ຕໍາ​ ແໜ່​ງ​ຂອງອີຈິບ ໄດ້ຖືກແຕ່ງຕັ້ງ ໃຫ້ເປັນ​ນາຍົກລັດຖະ
ມົນຕີໃໝ່ ຫຼັງ​ຈາກ​ທີ່​ໄດ້ມີການ​ລາ​ອອກ​ຂອງລັດຖະບານ
ຮັກສາ​ການ​ຊົ່ວຄາວ​ຢ່ງກະທັນຫັນແບບ​ບໍ່ມີການຄາດຄິດ
ມາກ່ອນນັ້ນ.

ປະທານາທິບໍດີ​ຮັກສາ​ການ​ຊົ່ວຄາວ ທ່ານ Adly Mansour
​ໄດ້​ເລືອກ​ເອົາ​ທ່ານ Ibrahim Mahlab ​ໃນ​ວັນ​ອັງຄານ​ວານນີ້
​ເພື່ອ​ປະກອບ​ຄະນະ​ລັດຖະບານ​ຊຸດ​ໃໝ່​. ທ່ານ Mahlab
ແມ່ນເປັນ​ຜູ້​ນໍາ​ ຂອງ​ບໍລິສັດກໍ່ສ້າງ​ຂອງລັດຖະບານ ​ໃນ​ສະ​ໄໝ
ປະທານາທິບໍດີທີ່ຖືກ​ໂຄ່ນ​ລົ້ມ ທ່ານ Hosni Mubarak ​
ແລະ​ກໍາ ຕໍາ ​ ແໜ່​ງ​ເປັນ​ລັດຖະມົນຕີເຄຫະສະຖານ ​ໃນ​ຄະນະ​ລັດຖະບານຮັກສາ​ການ​
ຊົ່ວຄາວ ທີ່​ຫາ​ລາ​ອອກ​ຈາກ​ຕໍາ​ ແໜ່​ງ​ ໃນ​ວັນ​ຈັນແລ້ວ​ນີ້​.

ທ່ານ Mahlab ​ໄດ້​ກ່າວ​ວ່າ ທ່ານ​ຈະປະກອບ​ຄະນະ​ລັດຖະບານຊຸດ​ໃໝ່ ພາຍ​ໃນ​ບໍ່​ເທົ່າ
​ໃດ​ມື້​ນີ້. ທ່ານ​ໃຫ້​ຄໍາ​ ໝັ້ນ​ສັນຍາ​ ຕໍ່​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວວ່າ “ທ່ານ​ຈະ​ປາບປາມ
ພວກກໍ່ການຮ້າຍ ບໍ່ວ່າຢູ່ແຫ່ງຫົນໃດ”​
ຂອງ​ອີ​ຈິບ ​ແລະ​ຟື້ນຟູຄວາມ​ປອດ​ໄພໃຫ້
​ກັບຄື​ນມາສູ່​ປະ​ເທດ.

ອີ​ຈິບ ພວມປະເຊີນໜ້າກັບ​ຄື້ນຟອງການ​ນັດຢຸດງານຂອງ​ພວກ​ແຮ​ງງານ ທີ່ພາກັນ
ປະທ້ວງ ຕໍ່​ຄວາມ​ລົ້ມ​ແຫຼວ​ດ້ານເສດຖະກິດ​ຂອງ​ລັດຖະບານ ​ໃນ​ຂະນະ​ທີ່​ປະ​ເທດ​ກໍາ ລັງ
​ມຸ່ງ​ໜ້າ​ໄປ​ສູ່​ການເລືອກ​ຕັ້ງ​ປະທານາທິບໍດີ ​ໃນ​ເດືອນ​ເມສາ​ ຈະ​ມາ​ເຖິງ​ນີ້.

ການຊັບຊ້ອນລັດຖະບານ​ທີ່​ວ່າ​ນີ້ ຄາດວ່າ​ຈະ​ອະນຸຍາດ​ໃຫ້​ລັດຖະມົນຕີປ້ອງ​ກັນ​
ປະ​ເທດ​ອີ​ຈິ​ບ ທ່ານ Abdel Fattah el-Sissi ​ລົງ​ແຂ່ງເລືອກ​ຕັ້ງ​ເປັນ​ປະທາ​ນາທິ
ບໍດີ​ໄດ້.

XS
SM
MD
LG