ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໙ ມິຖຸນາ ໒໐໒໓

ຕຳຫຼວດ ເຢເມນ ຍິງປືນເຂົ້າໃສ່ ພວກປະທ້ວງ ຊາວຊີໄອ ທີ່ ນະຄອນ Sanaa


ຜູ້ເຫຼື້ອມໃສວຄົນນຶ່ງ ນຳຂະບວນການ Houthi ຍົກປ້າຍ ສະໜັບສະໜຸນ ໃນຂະນະທີ່ ຢືນຢູ່ຕໍ່ໜ້າຕຳຫຼວດ ປາບຈາລະຈົນ.

ຕຳຫລວດ​ເຢເມນ ຍິງ​ປືນເຂົ້າໃສ່ພວກປະ​ທ້ວງຊາວ​ Shi’ite
ກຸ່ມນຶ່ງຢູ່​ໃນ​ນະ ຄອນຫລວງ​ຂອງ​ປະ​ເທດ ເຮັດມີ​ຜູ້​ເສຍ​ຊີວິດ​
ຢ່າງໜ້ອຍ​ສີ່ຄົນ ​ແລະ​ໄດ້​ຮັບ​ບາດ​ເຈັບຫ້າ​ຄົນ.

ການ​ຍິງກັນ​ໃນ​ວັນ​ອັງຄານ​ມື້​ນີ້ ​ເກີດ​ຂື້ນ​ໃນ​ຂະນະ​ທີ່​ພວກ​ປະ​
ທ້ວງພະຍາຍາມ ຈະບຸກເ​ຂົ້າ​ໄປ ໃນຫ້ອງການ​ນາຍົກ​ລັດຖະ
ມົນ​ຕີ ທີ່ນະຄອນຫຼວງ Sanaa.

ໃນຂັ້ນຕົ້ນ ​ຕຳຫລວດ​ໄດ້​ຍິງ​ແກັສນໍ້າຕາເຂົ້າໃສ່ ​ເພື່ອ​ຂັບ​ໄລ່​
ພວກ​ປະ​ທ້ວງທີ່​ໄດ້​ໂຮມຊຸມນຸມ ມາ​ຫລາຍ​ອາທິດແລ້ວ ຮຽກ
ຮ້ອງ​ໃຫ້ລັດຖະບານ​ລາ​ອອກ ​ແລະ​ໃຫ້ການ​ຊ່ວຍເຫລືອເກື້ອ
ກູນ​ໃນດ້ານ​ເຊື້ອໄຟ​ຄືນ​ໃໝ່.

ປະທານາທິບໍດີ Abed Rabbo Mansour Hadi ​ໄດ້​ຍຸບ ຄະນະ​ລັດ​ທະ​ບານ​ ຂອງ​ທ່ານ
ໃນອາທິດ​ແລ້ວ​ນີ້ ​ແຕ່​ວ່າການ​ປະຍັງ ດຳ​ເນີນ​ຢູ່​ອີກ​ຕໍ່​ໄປ.

ພວກ​ປະ​ທ້ວງ​ທີ່ໄດ້ຮັບການ​ໜູນຫລັງ ໂດຍພວກ​ກະບົດ Huthi ທີ່ໄດ້​ນຳພາ​ການ​ລຸກ​ຮື​ຂື້ນ​ ໃນພາກ​ເໜືອ​ຂອງ​ເຢ​ເມນ ມາ​ເປັນ​ເວລາ​ຫລາຍ​ປີແລ້ວ​ ກ່ອນ ການ​ຕົກລົງ​ຢຸດ​ຍິງ​ກັບລັດ
ຖະບານ​ໃນ​ປີ 2010.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG