ພວກທີ່ສົງໄສວ່າເປັນນັກຕໍ່ສູ້ອິສລາມຫົວຮຸນແຮງ ໄດ້ທຳການ
ໂຈມຕີໂບດຫຼາຍໆແຫ່ງ ໃນຫຼາຍຫົວເມືອງ ທາງພາກຕາເວັນ
ອອກສຽງເໜືອຂອງໄນຈີເຣຍ ເຮັດໃຫ້ປະຊາຊົນຢ່າງໜ້ອຍ
24 ຄົນເສຍຊີວິດ.
ພວກທີ່ເຫັນເຫດການ ແລະບັນດາເຈົ້າໜ້າທີ່ທ້ອງຖິ່ນ ກ່າວວ່າ
ພວກມືປືນທີ່ຂີ່ລົດຈັກມາ ໄດ້ທຳການໂຈມຕີໝູ່ບ້ານຕ່າງໆ ໃນ
ວັນອາທິດວານນີ້ ໃກ້ໆກັບເມືອງ Chibok ໃນລັດ Borno.
ພວກເຫັນເຫດການ ກ່າວຫາ ທະຫານໄນຈີເຣຍວ່າ ຊັກຊ້າໃນ
ການຕອບໂຕ້ຕໍ່ການໂຈມຕີດັ່ງກ່າວ.
ບໍ່ມີຜູ້ໃດ ອ້າງເອົາຄວາມຮັບຜິດຊອບສຳຫລັບການໂຈມຕີຄັ້ງນີ້ເທື່ອ.
ໃນເດືອນເມສາ ພວກກະບົດຈາກກຸ່ມຫົວຮຸນແຮງ Boko Haramໄດ້ລັກພາໂຕພວກ
ເດັກນັກຮຽນຍິງຈຳນວນຫຼາຍກວ່າ 270 ຄົນ ຈາກໂຮງຮຽນແຫ່ງນຶ່ງໃນເມືອງ Chibok. ບັນດາເຈົ້າໜ້າທີ່ກ່າວວ່າ ໃນຈຳນວນນັ້ນ 219 ຄົນຍັງຊອກຫາບໍ່ເຫັນ.
ຄວາມຮຸນແຮງໃນວັນອາທິດວານນີ້ ເປັນຄັ້ງຫຼ້າສຸດຂອງການໂຈມຕີຫຼາຍບັ້ນຕິດຕໍ່
ກັນ ຢູ່ໃນພາກຕາເວັນອອກສຽງເໜືອຂອງໄນຈີເຣຍ ທີ່ໄດ້ດຳເນີນສືບຕໍ່ມາ ເຖິງແມ່ນ
ລັດຖະບານໄດ້ປະກາດພາວະສຸກເສີນ ແລະສົ່ງທະຫານຈຳນວນຫຼວງຫຼາຍໄປເສີມ
ກຳລັງຢູ່ໃນເຂດນັ້ນກໍຕາມ.