ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຜູ້​ບັນຊາ​ການ​ທະຫານ​​ເນ​ໂຕ້ ຮຽກຮ້ອງ​ອີກ​ຄັ້ງໜຶ່ງ ​ໃຫ້​ສົ່ງ​ອາວຸດ​​ປ້ອງ​ກັນ​ ໄປ​ໃຫ້​ຢູ​ເຄຣນ


ພົນເອກ​ Philip Breedlove ຈາກ​ກອງທັບອາກາດສະຫະລັດ ຊຶ່ງເປັນຜູ້ບັນຊາການສູງສຸດ ຂອງກຸ່ມພັນທະມິດເນໂຕ້ ໃນຢູໂຣບ ກ່າວ​​​ຖະແຫລງ ຢູ່​ໃນກອງ​ປະຊຸມ​ ທີ່ນະຄອນ Kyiv ປະເທດຢູເຄຣນ ເມື່ອວັນທີ 26 ພະຈິກ 2014.
ພົນເອກ​ Philip Breedlove ຈາກ​ກອງທັບອາກາດສະຫະລັດ ຊຶ່ງເປັນຜູ້ບັນຊາການສູງສຸດ ຂອງກຸ່ມພັນທະມິດເນໂຕ້ ໃນຢູໂຣບ ກ່າວ​​​ຖະແຫລງ ຢູ່​ໃນກອງ​ປະຊຸມ​ ທີ່ນະຄອນ Kyiv ປະເທດຢູເຄຣນ ເມື່ອວັນທີ 26 ພະຈິກ 2014.

ຜູ້​ບັນຊາ​ການ​ທະຫານອົງການເນ​ໂຕ້ ຮຽກຮ້ອງ​ອີກ​ຄັ້ງໜຶ່ງ ຕໍ່​
ບັນດາ​ປະ​ເທດ​ຕາ​ເວັນ​ຕົກ ​ໃຫ້​ພິຈາລະນາສົ່ງ​ອາວຸດປ້ອງ​ກັນ​
ໄປ​ໃຫ້​ຢູ​ເຄຣນ ​ເພື່ອ​ຊ່ອຍ​ຕ້ານ​ຢັນ ການ​ສະໜັບ​ສະໜູນ ທີ່​ມີ
​ສືບ​ຕໍ່​ມາຂອງ​ຣັດ​ເຊຍ ​ແກ່​ພວກ​ກະບົດ​ນິຍົມ​ລັດ​ເຊຍ ຢູ່​ທາງ​
ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນນັ້ນ.

ພົນເອກ​ Philip Breedlove ຈາກ​ກອງທັບອາກາດສະຫະລັດ
ກ່າວ​ຢູ່​ໃນກອງ​ປະຊຸມ​ບັ້ນ​ໜຶ່ງທີ່ Brussels ໃນ​ວັນ​ອາທິດ​ວານ​ນີ້ວ່າ
ທ່ານ​ບໍ່​ຄິດ​ວ່າ “​ເຄື່ອງມື​ໃດໆ ຂອງ​ສະຫະລັດ ຫຼື ອຳນາດ​ໃດໆ​
ຂອງ​ປະ​ເທດ​ອື່ນໆ ບໍ່ຄວນ​ມີ​ຄວາມ​ຈຳ​ເປັນ​ ທີ່​ຈະ​ເອົາ​ອອກ
ໄປຈາກ​ໂຕະ.”

ນາຍ​ພົນ Breedlove ​ໄດ້​ອ້າງ​ອີງ​ເຖິງ​ຂໍ້​ມູນ​ລັບ​ຂອງ​ເນ​ໂຕ້ ທີ່​ສະ​ແດງ​ໃຫ້​ເຫັນ ອັນ​ທີ່​ທ່ານ​
ເອີ້ນ​ວ່າ ຫລັກ​ຖານ​ໃໝ່ທີ່ “ໜ້າ​ເປັນ​ຫ່ວງ” ​ຂອງ​ອາວຸດ​ຍຸດ​ໂທປະກອນ ​ແລະ​ເຄື່ອງ​ຂອງ​
ຕ່າງໆ​ທີ່​ຫລັ່ງ​ໄຫລ ຂ້າມຊາຍ​ແດນລະຫວ່າງ ຢູ​ເຄຣນ ​ແລະ ຣັດ​ເຊຍ ທີ່ບໍ່​ມີ​ການ​ຍາມ​ຮັກ
ສາ​ນັ້ນ ​ຊຶ່ງ​ເປັນ​ການລະ​ເມີດ​ຕໍ່​ຂໍ້​ຕົກລົງ​ຢຸດ​ຍິງ​ທີ່ມົສກູ​ໄດ້ຊ່ອຍ​ໄກ່​ເກ່ຍ ​ເມື່ອເດືອນ​ກຸມພາ
​ຜ່ານ​ມາ.

Ukraine NATO Weapons
please wait
Embed

No media source currently available

0:00 0:01:49 0:00

​ໃນ​ໄລ​ຍະຫຼາຍໆ​ອາທິດບໍ່​ນານ​ມາ​ນີ້ ນັກ​ການ​ທູດ​ຂັ້ນສູງ​ຂອງ​ເຢຍຣະມັນ ສອງ​ທ່ານ ​ໄດ້​
ເຕືອນ​ຕໍ່ການ​ສະໜອງ​ອາວຸດ​ຮ້າຍ​ແຮງ​ໃຫ້​ແກ່​ຢູ​ເຄຣນ ​ໂດຍປາດ​ສະ​ຈາກ​ການ​ໄຕ່ຕອງ
ເບິ່ງກ່ອນ ຄວາມ​ອາດ​ເປັນ​ໄປ​ໄດ້​ທີ່ວ່າ ຈະ​ມີການ​ຕອບ​ໂຕ້​ຢ່າງ​ໃຫຍ່ ຂອງກອງ​ກຳລັງ​
ທະຫານຣັດ​ເຊຍ ທີ່​ເໜືອກ​ວ່າ ກອງ​ກຳລັງ​ທະຫານ​ຂອງ Kyiv ນັ້ນ.

ລັດຖະມົນຕີ​ຕ່າງປະ​ເທດ​ເຢຍຣະມັນ ທ່ານ Frank Walter-Steinmeier ​ໄດ້ກ່າວເມື່ອ
​ຕົ້ນ​ເດືອນ​ນີ້ ຕໍ່​ອົງການຂ່າວ​ AP ວ່າ ການ​ສະໜອງ​ອາ​ວຸດແບບ​ນັ້ນ ​ໃຫ້​ແກ່ Kyiv ອາດ​ສົ່ງ​ຜົນ​ໃຫ້ການ​ຂັດ​ແຍ້​ງກັນນັ້ນ ລຸກລາມ​ອອກ​ໄປ​ຈົນ “ຄວບ​ຄຸມ​ບໍ່​ໄດ້.”

Fighting Rages Outside Mariupol Despite Cease-Fire
please wait

No media source currently available

0:00 0:02:59 0:00

NATO's military commander is again calling on the West to consider sending defensive weapons to Ukraine, to help it offset Russia's continued support for the pro-Russian rebellion in Ukraine's east.

U.S. Air Force General Philip Breedlove, speaking Sunday, told a Brussels conference that he does not think "any tool of (the) United States or any other nation's power should necessarily be off the table."

Breedlove cited NATO intelligence showing what he called "disturbing" new evidence of military hardware and other supplies flowing across "a completely porous" Russia-Ukraine border, in violation of a cease-fire deal Moscow helped broker in February.

In recent weeks, two of Germany's top diplomats have warned against providing lethal weaponry to Ukraine, without first considering the possibility of a massive Russian military response against Kyiv's overmatched armed forces.

German Foreign Minister Frank Walter-Steinmeier, speaking earlier this month, told the Associated Press that supplying Kyiv with such weaponry could send the ongoing conflict spinning "out of control."

Crimea's Tatars say Climate Worsening Under Russian Rule
please wait

No media source currently available

0:00 0:02:42 0:00

XS
SM
MD
LG