ທີ່ອາເຈັນຕີນາ ພວກກໍ່ບັນຫາ ໄດ້ສ້າງຄວາມມົວໝອງໃຫ້ແກ່
ການໂຮມຊຸມນຸມ ຢູ່ໃຈກາງນະຄອນ Buenos Aires ເພື່ອ
ສະແດງຄວາມສະໜັບສະໜູນ ຕໍ່ທີມອາເຈັນຕີນາ ທີ່ໄດ້ຕໍ່ສູ້ກັບ
ຄູ່ແຂ່ງຢ່າງທໍລະຫົດ ເຖິງແມ່ນຈະສູນເສຍ ນຶ່ງປະຕູຕໍ່ສູນ ໃຫ້
ເຢຍລະມັນ ໃນການແຂ່ງຂັນຊິງແຊ້ມເຕະບານໂລກນັ້ນ.
ໄດ້ມີການປະທະກັນ ລະຫວ່າງພວກຊາວໜຸ່ມກັບຕຳຫຼວດ ໃນ
ຕອນເດິກຄືນວານນີ້ ຢູ່ໃກ້ໆກັບອະນຸສາວະລີ Obelisk ຫຼາຍໆ
ຊົ່ວໂມງຫຼັງຈາກການໂຮມຊຸມນຸມໄດ້ເລີ່ມຂຶ້ນ ຢ່າງສັນຕິ.
ຕຳຫຼວດໄດ້ໃຊ້ແກ໊ສນ້ຳຕາ ຂັບໄລ່ຝຸງຊົນ ທີ່ແກວ່ງກ້ອນຫີນໃສ່ເຂົາເຈົ້າ.
ເຈົ້າໜ້າທີ່ເວົ້າວ່າ ມີຕຳຫຼວດຢ່າງນ້ອຍ 15 ຄົນໄດ້ຮັບບາດເຈັບໃນການປະທະກັນ. ແລະມີ 50 ກ່ວາຄົນ ຖືກຈັບ.