ສະຫະລັດແລະຈີນຕ່າງກໍໄດ້ໃຫ້ສັດຕະຍາບັນຢ່າງເປັນທາງການຕໍ່ຂໍ້ຕົກລົງປາຣີ ຊຶ່ງເປັນບາດກ້າວທີ່ສຳຄັນ ຂອງສອງປະເທດທີ່ສ້າງຄວາມເປື້ອນເປິຮ້າຍແຮງທີ່ສຸດທີ່ແນໃສ່ເພື່ອຊ່ອຍນຳເອົາຂໍ້ຕົກລົງວ່າດ້ວຍການປ່ຽນແປງດິນຟ້າອາກາດໃຫ້ ເລີ້ມມີຜົນບັງຄັບໃຊ້ພາຍໃນປີນີ້.
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ແລະປະເທດປະເທດຈີນ ທ່ານ Xi Jin- ping ໄດ້ປະກາດກ່ຽວກັບການຕົກລົງທີ່ວ່ານີ້ໃນລະຫວ່າງການພົບປະກັນທີ່ເມືອງຫາງໂຈ ຊຶ່ງເປັນເຈົ້າພາບຈັດກອງປະຊຸມສຸດຍອດຂອງກຸ່ມຈີ 20 ໃນປີນີ້.
ປະທານາທິບໍດີໂອບາມາ ກ່າວວ່າ “ນີ້ບໍ່ແມ່ນການຕໍ່ສູ້ ທີ່ປະເທດໃດປະເທດນຶ່ງ ບໍ່ສຳຄັນ ວ່າຈະມີອິດທິພົນຫລາຍປານໃດກໍຕາມ ຈະເຮັດໄດ້ຕາມລຳພັງ. ໃນອະນາດຄົດຂ້າງໜ້າ ພວກເຮົາອາດຈະຫຼິງເຫັນວ່າ ນີ້ແມ່ນໂອກາດເວລາ ທີ່ພວກເຮົາຊຶ່ງໃນທີ່ສຸດກໍໄດ້ຕັດສິນໃຈທີ່ຈະປົກປ້ອງໂລກຂອງເຮົາ.”
ທ່ານ Xi ກ່າວວ່າ ທ່ານຫວັງວ່າການປະກາດດັ່ງກ່າວຈະເປັນຜົນປະໂຫຍດສຳລັບທຸກໆປະເທດ. ທ່ານເວົ້າວ່າ ການຕອບຮັບຂອງພວກເຮົາ ຕໍ່ການປ່ຽນແປງດິນຟ້າອາກາດຈະ ມີຜົນຕໍ່ອະນາຄົດຂອງປະຊາຊົນພວກເຮົາແລະຄວາມຢູ່ດີກິນດີຂອງມະນຸດຊາດນຳດ້ວຍ.
ສື່ມວນຊົນຂອງທາງການຈີນ ລາຍງານໃນຕອນເຊົ້າວັນເສົາມື້ນີ້ວ່າ ສະພາປະຊາຊົນແຫ່ງຊາດຂອງຕົນ ໄດ້ໃຫ້ການອະນຸມັດ ຕໍ່ການຕັດສິນໃຈ ທີ່ກອງປະຊຸມປິດລັບ ເປັນເວລານຶ່ງອາທິດ. ລາຍງານຂອງອົງການຂ່າວຊິນຫົວ ໄດ້ກ່າວເນັ້ນເຖິງຄວາມໝັ້ນໝາຍຂອງຈີນ ທີ່ຈະປະເຊີນໜ້າກັບສະພາບອາກາດຮ້ອນເອົ້າຂອງໂລກແລະເອົາບົດບາດເພີ້ມຂຶ້ນກ່ຽວກັບການຄຸ້ມຄອງການປ່ຽນແປງຂອງດິນຟ້າອາກາດ.
ທ່ານ Brian Deese ທີ່ປຶກສາອະວຸໂສຂອງປະທານາທິບໍດີໂອບາມາ ກ່າວວ່າ ການປະ ກາດຂອງປັກກິ່ງແລະວໍຊິງຕັນ ແມ່ນໄດ້ຈັດຕັ້ງທິດທາງອັນຈະແຈ້ງ ເພື່ອຊ່ອຍເຮັດໃຫ້ຂໍ້ຕົກລົງປາຣີ ເລີ້ມມີຜົນບັງຄັບໃຊ້ພາຍໃນທ້າຍປີນີ້.