ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ລັດຖະມົນຕີ ຍຸຕິທຳ ຂອງ ສະຫະລັດ ທ່ານ Eric Holder ຈະລາອອກ (ວີດີໂອ)


ປະທານາທິບໍດີບາຣັກ ໂອບາມາ ແລະ ລມຕ ຍຸຕິທຳ ທ່ານ
Eric Holder ຖະແຫຼງທີ່ທຳນຽບຂາວ ກ່ຽວກັບການລາອອກ ຂອງທ່ານ Holder (25 ກັນຍາ 2014)
ປະທານາທິບໍດີບາຣັກ ໂອບາມາ ແລະ ລມຕ ຍຸຕິທຳ ທ່ານ Eric Holder ຖະແຫຼງທີ່ທຳນຽບຂາວ ກ່ຽວກັບການລາອອກ ຂອງທ່ານ Holder (25 ກັນຍາ 2014)

ລັດຖະມົນຕີກະຊວງຍຸຕິທຳສະຫະລັດ ທ່ານ Eric Holder ໄດ້
ປະ​ກາດລາອອກ ຫລັງຈາກໄດ້ຮັບໜ້າທີ່ຢູ່ກະຊວງດັ່ງກ່າວມາ
ເປັນເວລາ 6 ປີ.

ປະທານາທິບໍດີ ບາຣັກ ໂອບາມາ ກ່າວວ່າ ມັນເປັນໂອກາດເວ
ລາອັນໜ້າຍິນດີແຕ່ເຕັມໄປດ້ວຍຄວາມເສົ້າໂສກ ທີ່ຈະຮັບເອົາ
ການລາອອກ ຂອງທ່ານ Holder ຫຼັງຈາກໄດ້ຮັບໜ້າທີ່ດັ່ງກ່າວ
ເປັນເວລາ 6 ປີ.

ໃນຂະນະທີ່ປາກົດໂຕຮ່ວມກັບປະທານາທິບໍດີຢູ່ທຳນຽບຂາວນັ້ນ
ທ່ານ Holder ກ່າວວ່າ ທ່ານຈະບໍ່ໄປຈາກວຽກງານເລີຍ ທ່ານຈະ ສືບຕໍ່ຮັບໃຊ້ແລະພະຍາຍາມ ເຮັດໃຫ້ປະເທດຂອງພວກເຮົາ ເປັນຈິງຫຼາຍຂຶ້ນ ຕໍ່ແນວຄິດ ທີ່ ໄດ້ມີການຖືກສ້າງຕັ້ງຂຶ້ນມາ.

US HOLDER RESIGNS VO
please wait
Embed

No media source currently available

0:00 0:00:35 0:00

ທ່ານ Holder ຍັງບໍ່ມີແຜນການ ໃນທັນທີເທື່ອ ຫລັງຈາກທ່ານລາອອກແລ້ວ ແລະຕັ້ງໃຈ ຈະຢູ່ໃນຕຳແໜ່ງຕໍ່ໄປ ຈົນກວ່າຜູ້ທີ່ຈະມາແທນທ່ານ ເຂົ້າຮັບໜ້າທີ່.

ທ່ານ Holder ເປັນລັດຖະມົນຕີຍຸຕິທຳຜິວດຳຄົນທຳອິດຂອງສະຫະລັດ ແລະໄດ້ເຂົ້າຮັບ ໜ້າທີ່ດັ່ງກ່າວ ຕັ້ງແຕ່ປະທານາທິບໍດີໂອບາມາເຂົ້າຮັບຕຳແໜ່ງໃນປີ 2009.

XS
SM
MD
LG