ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສະຫະລັດ ຕື່ມຊື່ ເຈົ້າໜ້າທີ່ຣັດເຊຍ ອີກ 4 ຄົນ ໃສ່ບັນຊີ ການລົງໂທດ ຂອງຕົນ


ປ. Vladimir Putin ແຫ່ງຣັດເຊຍ ທີ່ວັງ Kremlin ຣັດເຊຍ ວັນທີ 14 ຕຸລາ 2014.
ປ. Vladimir Putin ແຫ່ງຣັດເຊຍ ທີ່ວັງ Kremlin ຣັດເຊຍ ວັນທີ 14 ຕຸລາ 2014.

ໃນ​ວັນ​ຈັນ​ວານ​ນີ້ ສະ​ຫະລັດ​ໄດ້ທຳ​ການ​ລົງ​ໂທດ​ຕໍ່​ພວກ​ເຈົ້າ
​ໜ້າ​ທີ່ຣັດ​ເຊຍ​ຕື່ມ​ອີກ 4 ຄົນ ຮວມທັງ 2 ຄົນ​ໃນ Chechnya
​ໃນ​ຂໍ້​ຫາ​ລະ​ເມີດ​ສິດທິ​ມະນຸດ.

ກົດໝາຍ​ລົງ​ໂທດ​ທີ່ຕັ້ງ​ຊື່ເພື່ອ​ເປັນກຽດໃຫ້​ທ່ານ Sergei Mag
nitsky ອະດີດ​ທະນາຍຄວາມຣັດ​ເຊຍ ທີ່​ໄດ້​ເສຍ​ຊີວິດ​ໄປ​ໃນ
​ຄຸກ ​ໃນ​ປີ 2009 ຫຼັງ​ຈາກພົບ​ເຫັນ​ວ່າ ພວກ​ເຈົ້າ​ໜ້າ​ທີ່ຣັດ​ເຊຍ
​ທຳ​ການ​ສໍ້​ໂກງ​ພາສີ​ຢ່າງ​ຫຼວງຫຼາຍນັ້ນ. ທະນາຍຄວາມ​ທ່ານ​ນີ້
ໄດ້​ຖືກ​ທຸບ​ຕີ ​ແລະ​ປະຕິ​ເສດ​ບໍ່ ໃຫ້ໄດ້ຮັບ​ການ​ປິ່ນປົວ​ສຳລັບ​
ພະຍາດ​ອື່ນໆ​ຂອງ​ຜູ້ກ່ຽວ​.

ລາຍຊື່​ໃໝ່​ທີ່ເພີ້ມໃສ່ບັນຊີການ​ລົງ​ໂທດ​ນີ້ ມີ​ທ່ານ Victor Grin ຮອງ​ຫົວໜ້າໄອ​ຍະ​ການ
ທີ່​ໄດ້​ໄຂ​ພວກຄະດີ​ໃໝ່ ຕໍ່​ທ່ານ Magnitsky ​ເປັນ​ເວລາຫຼາຍ​ປີ ຫລັງຈາກ​ທະນາຍຄວາມ
​ຄົນ​ນີ້​ເສຍຊີວິດ.

ພວກ​ເຈົ້າ​ໜ້າ​ທີ່ Chechnya ສອງ​ທ່ານ​ທີ່​ຕື່ມ​ໃສ່​ໃນ​ບັນຊີ​ນີ້ ມີ ທ່ານ Apti Alaudinov ຮອງ​ລັດຖະມົນຕີ​ກະຊວງ​ພາຍ​ໃນ ​ແລະ​ທ່ານ Magomed Daudov ຫົວໜ້າ​ຫ້ອງການ​ປົກຄອງ​ປະທານາທິບໍດີ ທີ່​ໄດ້ຖືກ​ກ່າວ​ຫາໃນ​ການ​ລັກພາ​ໂຕ ​ແລະ​ທຳ​ການ​ທຸບ​ຕີ​ນາຍ Ruslan Kutayev ນັກ​ເຄື່ອນ​ໄຫວ​ຊາວ Chechnya.

ບັດ​ນີ້ ມີ​ຊື່​ບຸກຄົນ 34 ຄົນ​ຢູ່​ໃນ​ບັນຊີ​ການ​ລົງ​ໂທດ​ສະບັບ​ໃໝ່. ມາດຕະຖານ​ສຳລັບ​ການ​ຮວມເອົາ​ບຸກຄົນ​ເຂົ້າ​ໃນ​ບັນຊີ​ໃໝ່ນີ້ ​ແມ່ນ​ຮວມທັງ​ພວກ​ບຸກຄົນ​ທີ່​ມີ​ສ່ວນ​ພົວພັນ​ໃນ​ການ
ລະ​ເມີດ​ສິດ​ຂອງ​ທ່ານ MagNitsky ​ແລະ​ບຸກຄົນ​ອື່ນໆ ທີ່​ເປັນ​ຜູ້​ຮັບຜິດຊອບ​ໃນ​ການ​ສັງ
ຫານ​ຜູ້​ຄົນແບບຮວບຮັດຕັດຕອນ ພ້ອມ​ທັງ​ການ​ທໍລະມານຫຼື​ອັນ​ທີ່​ກະຊວງ​ການ​ຕ່າງປະ​
ເທດ ​ເອີ້ນ​ວ່າ “ການລະ​ເມີດ​ສິດທິມະນຸດ​ ຢ່າງ​ຮ້າຍແຮງອື່ນໆ” ຕໍ່​ພວກ​ນັກ​ເຄື່ອນ​ໄຫວ
​ແລະ​ພວກ​ປະ​ທ້ວງ​ໃນ​ສະຫະພັນຣັດ​ເຊຍ.

ຊັບ​ສິນຢູ່ໃນສະຫະລັດ​ໃດໆ​ທີ່​ເຂົາ​ເຈົ້າ​ມີ ແມ່ນໄດ້ຖືກກັກ ​ແລະ​ພວກ​ເຂົາ​ເຈົ້າ​ບໍ່​ສາມາດ
​ເຂົ້າ​ມາສະ​ຫະລັດ​ໄດ້.

​ເຈົ້າ​ໜ້າ​ທີ່​ກະຊວງ​ການ​ຕ່າງປະ​ເທດ​ທ່ານ​ນຶ່ງ ກ່າວ​ວ່າ ບັນຊີ​ການ​ລົງໂທດ​ນີ້ ສາມາດ​ມີ​
ຜົນ​ກະທົບ​ຕໍ່​ການ​ເຕືອນ​ພວກ​ເຈົ້າ​ໜ້າ​ທີ່ຣັດ​ເຊນ​ໄດ້ ທີ່​ວ່າ​ພວກ​ເຂົາ​ເຈົ້າ​ອາດ​ຈະ​ເປັນ​ຜູ້​ຮັບຜິດຊອບ​ທາງ​ສ່ວນ​ຕົວ​ໄດ້ ຖ້າພວກ​ເຂົາ​ເຈົ້າ ​ມີສ່ວນ​ພົວພັນ​ໃນ​ການລະ​ເມີດ​ສິດທິ​ມະ
ນຸດ​ຢ່າງ​ຮ້າຍແຮງນັ້ນ.

XS
SM
MD
LG