ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພວກກະບົດ ຢູເຄຣນ ປ່ອຍໂຕ ພວກນັກສັງເກດການ ສະຫະພາບຢູໂຣບ (ວີດີໂອ )


ພວກນັກສັງເກດການຂອງ OSCE ຊຸດກ່ອນ ທີ່ຖືກປ່ອຍໂຕ ເມື່ອວັນທີ 26 ມິຖຸນາ 2014.
ພວກນັກສັງເກດການຂອງ OSCE ຊຸດກ່ອນ ທີ່ຖືກປ່ອຍໂຕ ເມື່ອວັນທີ 26 ມິຖຸນາ 2014.

ພວກ​ກະບົດ​ນິຍົມຣັດ​ເຊຍ ​ໃນ​ພາກ​ຕ​າ​ເວັນ​ອອກ​ຢູ​ເຄຣນ
ນັກ​ສັງ​ເກດ​ການຢູ​ໂຣບ 4 ຄົນ​ ທີ່​ຖືກ​ກັກ​ໂຕໄວ້ ມາ​ໄດ້​ນຶ່ງ
​ເດືອນນັ້ນ​ແລ້ວ​.

ພວກ​ນັກ​ສັງ​ເກດ​ການ 4 ຄົນ​ຈາກ​ອົງການ​ວ່າ​ດ້ວຍ​ວ່າ​ດ້ວຍ
​ຄວາມ​ປອດ​ໄພ​ແລະ​ຄວາມ​ຮ່ວມ​ມື​ໃນ​ຢູ​ໂຣບ ​ຫລື OSCE
ໄດ້​ຖືກ​ປ່ອຍ​ໂຕ​ເປັນ​ອິດ​ສະລະ​ໃນ​ວັນ​ເສົາ​ວານ​ນີ້ ນຶ່ງ​ເດືອນ
​ຫຼັງ​ຈາກ​ພວກ​ເຂົາ​ເຈົ້າ​ຖືກ​ຈັບ​ໂຕ​ໄປ ຈາກ​ເມືອງ Luhansk.

ນັກ​ສັງ​ເກດ​ການ​ອື່ນໆອີກ 4 ຄົນ​ທີ່​ຖືກ​ຈັບ​ ຢູ່​ເມືອງ Donetsk​ໄດ້​ຖືກ​ປ່ອຍ​ໂຕ​ໄປໃນ​ຕົ້ນ​ສັບປະດາ​ຜ່ານ​ມາ. ບັນດາ​ເຈົ້າ​ໜ້າ​ທີ່ OSCE ກ່າວ​ວ່າ ພວກ​ນັກ​ສັງ​ເກດ​ການ​ທັງ​ໝົດ​ມີ​ສຸຂະພາບ​ດີແຕ່​ຍັງ​ບໍ່​ເປັນ​ທີ່​ຈະແຈ້ງວ່າ ​ເປັນ​ຫຍັງ​ພວກ​ເຂົາ​ເຈົ້າ​ຈຶ່ງ​ຖືກ​ຈັບໂຕ​ໄປ.

ສະ​ຫະພາບ​ຢູ​ໂຣບໄດ້ຮຽກຮ້ອງ​ໃຫ້ ​ພວກ​ຫົວ​ແບ່ງ​ແຍກ ​ແລະ​ພວກ​ສະໜັບ​ສະ​ໜຸນ​ພວກ​
ເຂົາ​ໃນ​ມົສກູ ​ໃຫ້​ເອົາ​ບາດກ້າວ​ຕ່າງໆ ​ເພື່ອ​ລົດ​ຜ່ອນ​ວິ​ກິດ​ການໃນ​ພາກ​ຕາ​ເວັນ​ອອກ​
ຂອງຢູ​ເຄຣນລົງ ຫຼື​ບໍ່​ດັ່ງ​ນັ້ນ ກໍຈະປະ​ເຊີນ​ກັບ​ການ​ລົງ​ໂທດ​ຕື່ມ​ອີກ.

ບາດກ້າວ​ຕ່າງໆ ທີ່​ສະຫະພາບ​ຢູ​ໂຣບຮຽກຮ້ອງ​ໄປ​ນັ້ນ ​ແມ່ນຮວມທັງ​ການ​ເຈລະຈາ​ສັນ
ຕິພາບ​ກັນ ​ແລະ​ປ່ອຍໃຫ້​ພວກ​ນັກ​ສັງ​ເກດ​ການ OSCE ​ປະຕິບັດ​ໜ້າ​ທີ່ຂອງ​ເຂົາ​ເຈົ້າ.

​ໃນ​ວັນ​ສຸກ​ຜ່ານ​ມາ​ນີ້ ປະທານາທິບໍດີ Petro Poroshenko ​ແຫ່ງ​ຢູ​ເຄຣນ ​ໄດ້​ຕໍ່​ເວລາ​ການ​ຢຸດ​ຍິງ​ກັບ​ພວກ​ກະບົດ ອອກໄປ​ຕື່ມ​ອີກ 3 ມື້.

ພວກ​ກະບົດ​ບາງ​ຄົນ​ກ່າວ​ວ່າ ​ເຂົາ​ເຈົ້າ​ຈະ​ປະຕິບັດ​ຕາ​ມຂໍ້​ຢຸດ​ຍິງ ຕາບ​ໃດ​ທີ່ພວກ​ທະຫານ
​ຢູ​ເຄຣນປະຕິບັດຄື​ກັນ.

ukraine29june14
please wait
Embed

No media source currently available

0:00 0:00:26 0:00

XS
SM
MD
LG