ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ກອງທະຫານຢູ​ເຄຣນ ​​ຕາມລ່າ​ ພວກແບ່ງ​ແຍກ​ດິນ​ແດນ​ ​ໄປໃກ້ຊາຍແດນ (ສະໄລດ໌/ວີດີໂອ)


ກອງທະຫານປ້ອງກັນຊາດຢູເຄຣນ ກວດສອບອາວຸດຕ່າງໆ ທີ່ຢຶດໄດ້ຈາກພວກກະບົດ ໃນເມືອງ Slovyansk ເມື່ອວັນທີ 6 ກໍລະກົດ 2014.
ກອງທະຫານປ້ອງກັນຊາດຢູເຄຣນ ກວດສອບອາວຸດຕ່າງໆ ທີ່ຢຶດໄດ້ຈາກພວກກະບົດ ໃນເມືອງ Slovyansk ເມື່ອວັນທີ 6 ກໍລະກົດ 2014.

ກອງທະຫານ​ ແລະ ລົດ​ຫຸ້ມ​ເກາະ ຂອງຢູ​ເຄຣນ ໄດ້ຕາມລ່າ​ພວກ
​ແບ່ງ​ແຍກ​ດິນ​ແດນ​ຫົວ​ນິຍົມຣັດ​ເຊຍ ທີ່​ກຳລັງ​ຖອຍ​ໜີ​ໄປ​ ໃກ້​ກັບ
​ຊາຍ​ແດນຣັດ​ເຊຍ ​ເມື່ອວັນ​ອາທິດ​ວານ​ນີ້ ​ໜຶ່ງ​ມື້ ຫຼັງຈາກ​ທີ່ຢຶດ
ໄດ້​ຄືນ​ ​ເມືອງ Slovyansk ​ທີ່​ໝັ້ນສຳຄັນ ​ຂອງ​ພວກ​ກະບົດ.

​ບັນດາເຈົ້າໜ້າ​ທີ່​ກ່າວ​ວ່າ ກອງ​ກຳ​ລັງຂອງລັດຖະບານ ຍັງຢຶດ​
ໄດ້ຄືນ​ ​ເມືອງ​ນ້ອຍ 4 ​ແຫ່ງ ລະຫວ່າງ ​ເມືອງ Slovyansk ​ແລະ ​
ເມືອ​ງ ຊາຍ​ແດນ Donetsk ທີ່ໄດ້​ຖືກພວກ​ກະບົດຢຶດ​ເອົາ​ໄປ ​
ໃນ​ເມື່ອ​ກ່ອນ. ຮອງ​ລັດຖະມົນຕີ​ຄວາມ​ປອດ​ໄພ​ແຫ່ງ​ຊາດ​ຢູ​ເຄຣນ
ທ່ານ Mykhaylo Koval ກ່າວ​ວ່າ ​ພວກ​ທະຫານ​ ໄດ້​ເຄື່ອ​ນກຳລັງ​
ເຂົ້າ​ໄປ ໃນ​ວັນ​ອາທິດ​ວານ​ນີ້ ເພື່ອ​ປິດ​ລ້ອມ​ Donetsk ​ແລະ Luhansk ຊຶ່ງ​ເປັນ 2 ຫົວເມືອງ​ ໃຫຍ່ ໃນເຂດ​ຕາ​ເວັນ​ອອກ ທີ່​ເວົ້າພາສາຣັດ​ເຊຍ ທີ່​ຍັງ​ຢູ່​ໃຕ້​ການ​ປົກຄອງ​ຂອງ​ພວກ​ກະບົດ.

ພວກຜູ້ນຳ​ຂອງ​ພວກ​ກະບົດ ​ໄດ້​ຍອມ​ຮັບ​ວ່າ ພວກ​ຕົນ​ໄດ້​ປະ​ສົບ​ກັບ​ການ​ສູນ​ເສຍຢ່າງໜັກ ​
ໃນ​ຂະນະ​ທີ່​ປະລະ​ເມືອງ Slovyansk ​ໄປ. ​ບັນດາ​ເຈົ້າໜ້າ​ທີ່ຢູ​ເຄຣນ ຖະ​ແຫລ​ງ​ໃນ​ວັນ
​ອາທິດ ​ວານ​ນີ້ ວ່າ ​ໄດ້​ຢຶດ​ເອົາ​ຄັງ​ອາວຸດໃຫຍ່ ຂອງ​ພວກ​ກະບົດ ລວມທັງລູກ​ສອນ​ໄຟຕໍ່​
ຕ້າ​ນລົດ​ຖັງ ​ແລະ ປືນຍິງລະ​ເບີດມື.

ໜຶ່ງ ​ຮ້ອຍ​ກິ​ໂລ​ແມັດ​ລົງໄປ​ຈາກ​ພາກ​ໃຕ້ ສື່​ຂ່າວຂອງ​ຕາ​ເວັນຕົກ​ໃນ​ຂົງເຂດ ​ລາຍ​ງານ
​ວ່າ ພວກ​ກະບົດ​ທີ່​ປະກອບ​ອາວຸດ​ໜັກ ພາກັນເຄື່ອນ​ຍ້າຍ​ຢ່າງ​ອິດ​ສະລະ ຢູ່​ໃນ​ເມືອງ
Donetsk ນັ້ນ.

UKRAINE VO
please wait
Embed

No media source currently available

0:00 0:00:46 0:00

XS
SM
MD
LG