ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໓ ກັນຍາ ໒໐໒໓

ຕຳຫຼວດເທີກີ ບຸກເຂົ້າກວດຄົ້ນ ຫ້ອງການສື່ມວນຊົນ ແລະຈັບກຸມ ຫລາຍຄົນ


ທ່ານ Ekrem Dumanli, ຫົວໜ້າບັນນາທິການໜັງສືພິມ Zaman ສະແດງການຄຳນັບ ຕໍ່ພວກສະໜັບສະໜຸນ ຂະນະທີ່ ຖືກຈັບກຸມ ຢູ່ນອກຫ້ອງການຂອງທ່ານ ທີ່ Istanbul, Turkey, ວັນທີ 14 ທັນວາ 2014.

ຕຳຫຼວດ​ເທີ​ກີ ​ໄດ້​ບຸກ​ເຂົ້າ​ກວດ​ຄົ້ນ​ຫ້ອງການ​ສື່​ມວນ​ຊົນ​ແຫ່ງ​
ຕ່າງໆໃນ​ທົ່ວ​ປະ​ເທດ​ໃນ​ວັນ​ອາທິດ​ວານ​ນີ້ ​ແລະ​ຈັບ​ກຸມ​ພວກ
​ສະໜັບສະໜຸນຄູ່​ແຂ່ງ​ຂັນ ຂອງ​ປະທານາທິບໍດີ Recep Tay
yip Erdoyan ຢ່າງ​ໜ້ອຍ 24 ຄົນ.

ປະທານາທິບໍດີ Erdoyan ​ໄດ້ສັ່ງ​ໃຫ້​ທຳ​ການ​ຈັບ​ກຸມໃນ​ຄັ້ງ​ນີ້
​ໂດຍ​ໃຫ້​ຄຳ​ປະຕິຍານວ່າ ຈະທັບ​ມ້າງ​ອັນ​ທີ່​ທ່ານ​ເອີ້ນ​ວ່າ “​ເຄືອ
​ຂ່າຍແຫ່ງ​ການ​ທໍລະ​ຍົດ ​ແລະ​ເຮັດ​ໃຫ້​ພວກ​ນີ້ ​ໄດ້​ຮັບໃຊ້​
ໂທດກຳ.”

ພວກ​ທີ່​ຖືກ​ຈັບ​ກຸມ​ ແມ່ນ​ພວກສະໜັບສະໜຸນ​ນັກບວດ​ມຸສລິ​ມ
Fethullah Gulen ທີ່​ໄດ້​ເອົາ​ຕົນ​ເອງ​ມາລີ້​ໄພຢູ່​ໃນ​ສະຫະລັດ​ຕັ້ງ​ແຕ່ປີ 1999 ​ເປັນ​ຕົ້ນ​ມາ. ​ແລະ​ມີຮວມທັງ​ທ່ານ Ekrem Dumanli ຫົວໜ້າ​ບັນນາທິການ​ໜັງສືພິມ Zaman
ຊຶ່ງ​ເປັນ​ໜັງສືພິມທີ່ຂາຍ​ໄດ້​ຫລາຍ​ທີ່​ສຸດ​ໃນ​ປະ​ເທດ.

ທ່ານ Dumanli ກ່າວ​ວ່າ ສື່​ມວນ​ຊົນ​ເທີ​ກີ ພວມປະ​ເຊີນ​ໜ້າ​ກັບ​ສັດ​ປະຫຼາດ​ໃຫຍ່ ທີ່​ກຳ
ລັງ​ອອກ​ອາ​ລະວາ​ດ ​ແລະ​ເວລາ​ນີ້​ກຳລັງ​ເພ່ງ​ເລັງ​ໃສ່​ການ​ທຳລາຍຖອນ​ຮາກ​ລະບອບ​ປະຊາທິປະ​ໄຕ. ທ່ານ​ກ່າວ​ຫາ​ລັດຖະບານ​ວ່າ ກຳລັງ​ກໍ່​ລັດຖະປະຫານ ເພື່ອ​ໂຄ່ນ​ລົ້ມ​ສື່
​ມວນ​ຊົນ.

ສະຫະພາບ​ຢູ​ໂຣບ ​ໄດ້​ປະນາມ​ການ​ບຸກ​ເຂົ້າ​ກວດ​ຄົ້ນສື່​ມວນ​ຊົນ​ດັ່ງກ່າວ ວ່າ​ເປັນ​ການ
ຕໍ່ຕ້ານ​ຄ່າ​ນິຍົມ ​ແລະ​ມາດຕະຖານ​ຂອງ​ຢູ​ໂຣບ. ​ເທີ​ກີ ກຳລັງ​ພະຍາຍາມຈະ​ເຂົ້າ​ເປັນ
ສະມາຊິກ​ຂອງ​ສະຫະພາບ​ຢູ​ໂຣບ.

ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ​ໄດ້​ຮຽກຮ້ອງ​ເທີ​ກີ ບໍ່​ໃຫ້​ລະ​ເມີດຄ່າ​ນິຍົມ​ຫລັກຂອງ
ຕົນ ກ່ຽວ​ກັບ​ອິດ​ສະລະ​ພາບ​ຂອງ​ສື່​ມວນ​ຊົນ ​ແລະ​ຄວາມ​ເປັນ​ອິດ​ສະລະ​ທາງ​ດ້ານ​ຕຸລາ
ການນັ້ນ.

turkeymediaraids15december14
please wait

No media source currently available

0:00 0:02:05 0:00

XS
SM
MD
LG