ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກປະທ້ວງເຂົ້າຍຶດ ກະຊວງການເງິນ ທີ່ບາງກອກ (ສ​ະ​ໄລ​ດ໌)


ພວກປະທ້ວງຕໍ່ຕ້ານລັດຖະບານ ທີ່ບາງກອກ ຕຽມທີ່ຈະພາກັນ ໂຈມຕີເຄື່ອງກີດກັນຂອງຕຳຫຼວດ ທີ່ບາງກອກ.
ວັນທີ 25 ພະຈິກ , 2013.
ພວກປະທ້ວງຕໍ່ຕ້ານລັດຖະບານ ທີ່ບາງກອກ ຕຽມທີ່ຈະພາກັນ ໂຈມຕີເຄື່ອງກີດກັນຂອງຕຳຫຼວດ ທີ່ບາງກອກ. ວັນທີ 25 ພະຈິກ , 2013.
ພວກ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ໃນ​ໄທ ​ໄດ້​ເຂົ້າ​ຍຶດ​ກະຊວງ
​ການ​ເງິນ​ໃນ​ບາງກອກ​ແລະຂົ່ມຂູ່​ທີ່​ຈະ​ເຂົ້າ​ບຸກຖະລົ່ມພວກ​ອາ
ຄານ​ຂອງ​ລັດຖະບານ​ຕື່ມ​ອີກ ​ໃນ​ການ​ເພີ່ມ​ທະວີ​ຄວາມພະຍາ
ຍາມ​ຂອງ​ຕົນ​ຂຶ້ນ​ເພື່ອ​ໂຄ່ນ​ລົ້ມ​ລັດຖະບານ​ຂອງ​ນາຍົກລັດຖະ
ມຸນຕີຍິ່ງລັກ ຊິນນະ​ວັດ.

ພວກ​ປະ​ທ້ວງ​ຈຸ​ນຶ່ງ​ໄດ້​ບຸກ​ເຂົ້າ​ໄປ​ໃນ​ເດີ່ນ​ຂອງ​ກະຊວງ​ການ
​ເງິນ​ໃນ​ວັນ​ຈັນ​ມື້​ນີ້ ​ແລ້ວ​ພາກັນບຸກ​ເຂົ້າ​ໄປ​ໃນ​ອາຄານ​ແຫ່ງ​
ຕ່າງໆ. ພວກ​ປະ​ທ້ວງ​ອີກ​ຫຼາຍ​ຈຸ ​ໄດ້​ພາກັນ​ເດີນ​ຂະ​ບວນ​ໄປ
​ໃນ​ທົ່ວ​ນະຄອນຫຼວງ​ບາງກອກ ​ໂດຍຍ່າງ​ເຂົ້າ​ໄປ​ໃນ​ອາຄານ
​ຂອງ​ກົມ​ກອງ​ຕ່າງໆ​ຂອງ​ລັດຖະບານ​ຫຼາຍ​ກວ່າ​ສິບ​ແຫ່ງຮວມ
ທັງ​ສະຖານ​ທີ່ຂອງ​ກອງທັບ​ແລະ​ຕຳຫຼວດ​ແລະ​ສະຖານີ​ໂທລະພາບ​ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກ​ລັດຖະບານ​ຫຼາຍ​ແຫ່ງ.

ພວກ​ປະ​ທ້ວງ​ຢາກ​ໃຫ້​ທ່ານ​ນາງ​ຍິ່ງລັກ​ລາ​ອອກ​ຈາກ​ຕຳ​ແໜ່​ງ ທ່າມກາງ​ການ​ກ່າວ​ອ້າງ​ຕ່າງໆ​ທີ່​ວ່າ ອ້າຍ​ຂອງ​ທ່ານ​ນາງ​ທີ່​ພວມ​ລີ້​ໄພ​ໃນ​ຕ່າງປະ​ເທດ ກໍ​ຄື​ອະດີດ​ນາຍົກລັດຖະມຸນຕີ​ທັກສິນ ຊິນນະ​ວັດ​ທີ່​ຖືກ​ປົດ​ອອກ​ຈາກ​ຕຳ​ແໜ່​ງນັ້ນ ​ເປັນ​ຜູ້​ປົກຄອງ​ປະ​ເທດ​ໃນ​ປັດຈຸບັນຢູ່​ໃນ​ຫຼັງ​ສາກ.

ພວກ​ປະ​ທ້ວງ​ທີ່​ນິຍົມ​ຝ່າຍ​ລັດຖະບານ​ຫຼາຍ​ພັນ​ຄົນ​ກໍ​ພາກັນ​ທຳ​ການໂຮມ​ຊຸມນຸມ​ເຊັ່ນ​ກັນ​ທີ່ສະໜາມ​ກີລາ​ແຫ່ງ​ນຶ່ງ​ໃນ​ບາງກອກ ​ແລະ​ໄດ້​ໃຫ້​ປະຕິຍານ​ວ່າ ຈະ​ບໍ່​ພາກັນ​ອອກ​ໜີ​ຈາກ​ສະໜາມ​ກີລາ​ໄປ​ຈົນ​ກວ່າ​ພວກ​ປະ​ທ້ວງ​ຝ່າຍ​ຄ້ານຈະ​ຍຸດຕິ​ການເດີນ​ປະ​ທ້ວງ​ຂອງ​ພວກ​ຕົນ​.

ປະຊາຊົນ​ໄທ​ຫຼາຍ​ຄົນ​ພາກັນ​ຢ້ານ​ກົວ​ວ່າ ການ​ປະ​ທະ​ກັນ​ຢ່າງ​ນອງ​ເລືອດ​ສາມາດ​ເກີດ​ຂຶ້ນ​ໄດ້​ລະຫວ່າງ​ສອງ​ກຸ່ມ​ດັ່ງກ່າວ.


XS
SM
MD
LG