ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະນະປົກຄອງ​ ທະຫານຂອງໄທ ກ່າວ​ວ່າ ພວກ​ທີ່​ຖືກ​ຈັບ ສ່ວນໃຫຍ່ ຖືກປ່ອຍແລ້ວ (ສະໄລດ໌/ວີ​ດີ​ໂອ)


Thailand Coup CNPK
please wait
Embed

No media source currently available

0:00 0:01:52 0:00
ໃນວັນພຸດມື້ນີ້ ຄະນະປົກຄອງທະຫານ​ຂອງ​ໄທພວມພະຍາຍາມ​ຫາທາງຫລຸດຜ່ອນຄວາມ​ເປັນ​ຫວ່ງ​ເປັນ​ໃຍ ​ກ່ຽວກັບພວກທີ່ຖືກ
ຈັບ ຫລັງຈາກໄດ້ມີການປະກາດກ່ຽວກັບການກໍ່ລັດຖະປະຫານ ​
ໃນ​ສັບປະດາ​ແລ້​ວນີ້ ​ໂດຍ​ກ່າວ​ວ່າ ພວກ​ທີ່​ໄດ້​ຖືກ​ຈັບ​ກຸມ ​ສ່ວນ
ໃຫຍ່ນັ້ນ ໄດ້​ຖືກ​ປ່ອຍໃຫ້ເປັນ​ອິດ​ສະລະແລ້ວ.

​ທ່ານ ວິຣະຊົນ ສຸ​ກົນ​ປະຕິ​ພັກ​ ໂຄສົກຂອງຄະນະປົກຄອງ
ທະຫານໄທ ກ່າວ​ວ່າ ມີ 253 ຄົນ ທີ່​ຮວມທັງ ນັກ​ການ​ເມືອງ
ບັນດາ​ນັກ​ເຄື່ອນ​ໄຫວ ພວກ​ນັກ​ຂ່າວ ​ແລະ​ບັນດານັກວິຊາການ
ທີ່​ໄດ້ຖືກເອີ້ນໄປສະເໜີຕົວ​ໂດຍ​ພວກ​ທະຫານ. ທ່ານ​ໄດ້​ກ່າວ​ວ່າ
124 ຄົນ​ໄດ້​ຖືກ​ປ່ອຍ​ຕົວ​ແລ້ວ. 76 ຄົນ​ ​ຍັງ​ຖືກ​ກັກ​ຕົວ​ໄວ້ຢູ່ ​ແລະ​ອີກ 53 ຄົນ ນັ້ນ ​ບໍ່ໄດ້ໄປລາຍງານຕົວ.

ກອງທັບຍັງ​ໄດ້​ອອກໂທລະພາບກ່ຽວກັບພວກທີ່​ຖືກ​ຈັບ ​ຊຶ່ງ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ບໍ່​ໄດ້​ຖືກທຳ ຮ້າຍແຕ່່ຢ່າງໃດ. ພາບວີດີໂອເຫຼົ່ານີ້ ແມ່ນຮວມທັງທ່ານ ຈະຕຸ​ພອນ ພຣົມພັນ ຜູ້ນຳ​ຂອງ​ພວກເສື້ອ​ແດງ ​ທີ່ໃຫ້ການ​ສະໜັບສະໜຸນ​ລັດຖະບານ ທີ່​ຖືກ​ໂຄ່ນ​ລົ້ມ ຂອງ​ທ່ານ​ນາງ​ຍິ່ງລັກ ຊິນນະ​ວັດ ຊຶ່ງ​ທ່ານ ຈະຕຸ​ພອນກ່າວ​ວ່າ: “ຕອນ​ນີ້ກະດີ​ແລ້ວ ຄື​ການ​
ໄດ້​ຮັບ​ການ​ປະຕິບັດ​ງານ ຂ້າພະ​ເຈົ້າ​ບໍ່​ເຄີຍ​ຖາມ​ເລີຍ​ວ່າ ທີ່​ນີ້ ​ເປັນ​ທີ່​ໃດ ບໍ່​ມີ​ໃຜ​ຮູ້ ບໍ່​ໄດ້​ລົມ​ກັນ.”


ຜູ້ນຳ​ຂອງ​ພວກ​ປະ​ທ້ວງ ທີ່ຕໍ່ຕ້ານ​ລັດຖະບານທ່ານ​ນາງຍິ່ງ​ລັກນັ້ນ ​ກໍ​ໄດ້ຖືກ​ຕຳຫຼວດ
ເອີ້ນໄປປະ ກົດ​ໃນວັນ​ພຸດ​ມື້​ນີ້ ​ເພື່ອ​ສອບປາກຄຳ. ຫຼວງ​ປູ່ ພຸດທະອິດສະຣະ ຊຶ່ງເປັນ
ຜູ້ນຳຄົນນຶ່ງໃນການ ປະທ້ວງ ​ໄດ້​ກ່າວ​ວ່າ​ ເພິ່ນ​ໝັ້ນ​ໃຈ​ວ່າ ຊື່​ຂອງ​ເພິ່ນ​ຈະໄດ້ຮັບການ
ສະສາງໃຫ້ຈະແຈ້ງ.

ຫຼວງປູ່ພຸດທະອິດສະຣະ ກ່າວວ່າ “ຂ້າພະ​ເຈົ້າ​ເຊື່ອ​ວ່າ ພວກ​ເຮົາ​ແມ່ນ​ໄດ້​ກະທຳ​ໃນ​ສິ່ງ​ທີ່ຖືກ ຕ້ອງແລ້ວ.​ ພວກ​ເຮົາ​ບໍ່​ໄດ້​ຂົ່ມຂູ່ ຫຼື​ຈະເຂັນຂ້າຜູ້​ໃດ. ພວກ​ເຮົາ​ບໍ່​ໄດ້ທຳ
ລາຍ​ຕຶກ​ອາຄານ​ລັດ ຖະບານ ພວກ​ເຮົາ​ບໍ່​ໄດ້​ປິດຕຶກ​ອາຄານ​ລັດຖະບານ ພວກ​ຕຶກເຫຼົ່ານີ້​ແມ່ນ​ໄດ້​ປິດ ກ່ອນ​ທີ່​ພວກ​ເຮົາ​ຈະ​ໄປເຖິງ​ດ້ວຍຊ້ຳ​ ຄະນະຮັກສາຄວາມ
ສະຫງົບແຫ່ງຊາດ​ໄດ້​ສົ່ງ​ຈົດໝາຍເຖິງພວກ​ເຮົາ​ໂດຍ ອ້າງເຖິງການຂູ່​ເຂັນຕ່າງໆ ​ແຕ່​ວ່າ​ພວກ​ເຮົາ​ມີ​ພິຍານ​ຫຼັກ​ຖານ ຢ່າງ​ແຈ້ງ​ຂາວ.”


ພວກ​ປະ​ທ້ວງ​ຂອງທັງ​ສອງ​ຝ່າຍ ຍັງຈັດການໂຮມຊຸມນຸມເດີນຂະບວນຢູ່ຕໍ່ມາ​ໃນ​ໄລຍະ
ສອງສາມ ​ມື້​ຜ່ານມານີ້ ໂດຍທ້າ​ທາຍ​ຕໍ່ຄຳ​ສັ່ງ​ຂອງພວກທະຫານ ແລະ​ການຂົ່ມຂູ່ທີ່ຈະ​
ຈັບ​ກຸມ​ພວກ​ເຂົາ​ເຈົ້າ.

​ເຖິງ​ແມ່ນ​ໄດ້ມີ​ຄວາມ​ເຄັ່ງ​ຕຶງ ແຕ່ການດຳລົງຊີວິດ​ຂອງ​ຜູ້​ຄົນ​ຍັງ​ດຳ​ເນີນ​ຢູ່ຕໍ່ມາຢ່າງເປັນ
ປົກກະຕິ ​ໃນ​ບາງກອກ​. ທາງ​ທະຫານກໍ​ໄດ້​ຜ່ອນຜັນ ການຫ້າມ​ອອກ​ນອກເຮືອນໃນຍາມ​ກາງຄືນ ຄືຈາກ 10:00 ​ແລງ ​ເຖິງ 5:00 ​ເຊົ້າ ມາເປັນ ​ທ່ຽງ​ຄືນ ​ຮອດ 4:00​ເຊົ້າ.
XS
SM
MD
LG