ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພວກທາລິບານ ສັງຫານນັກຮຽນ ຢ່າງໜ້ອຍ 130 ຄົນ ໃນ ປາກິສຖານ


ບັນດາ​ເຈົ້າ​ໜ້າ​ທີ່ປາ​ກິ​ສຖານ ກ່າວ​ວ່າ ພວກ​ຫົວ​ຮຸນ​ແຮງທາ​ລິ
​ບານ ໄດ້ສັງຫານ 130 ຄົນ ສ່ວນໃຫຍ່​ແມ່​ນພວກນັກຮຽນ ​ໃນ​
ການ​ໂຈມ​ຕີ​ໂຮງຮຽນ​ແຫ່ງ​ນຶ່ງ​ ໃນເມືອງ Peshawar ທາງ​ພາກ
​ຕາ​ເວັນ​ຕົກ​ສຽງ ​ເໜືອ​ຂອ​ງປະເທດ ​ໃນ​ວັນ​ອັງຄານ​ມື້​ນີ້.

​ເຈົ້າ​ໜ້າ​ທີ່​ປະຈຳແຂວ​ງຄົນ​ນຶ່ງກ່າວ​ວ່າ ພວກ​ຫົວ​ຮຸນ​ແຮງຍັງ​
ໄດ້​ເຮັດ​ໃຫ້​ຄົນ​ອຶ່ນໆ​ອີກ 122 ຄົນ​ບາດ​ເຈັບ ​ຢູ່​ໂຮງຮຽນທີ່​ບໍລິ
ຫານ​ໂດຍພວກທະຫານ.

Taliban Militants in Pakistan Kill 141 in School Attack
please wait

No media source currently available

0:00 0:02:05 0:00
ລິງໂດຍກົງ

ໂຄສົກ​ກອງທັບ​ຄົນ​ນຶ່ງ​ກ່າວ​ວ່າ ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ໄດ້​ສັງຫານ ພວກ​ຫົວ​ຮຸນ​ແຮງ 6 ຄົນ​. ​ ໂຄສົກ​ລັດຖະບານ​ປະຈຳ​ແຂວງ​ຄົນ​ນຶ່ງ ​ກ່າວ​ຕໍ່ບັນດາ​ນັກ​ຂ່າວ​ວ່າ ພວກ​ຫົວ​ຮຸນ​ແຮງ​ ນຸ່ງ​ເຄື່ອງແບບທະຫານ. ​

​ນາຍົກລັດຖະມົນ​ຕີ Nawaz Sharif ​ໄດ້​ປະນາມ​ການ​ໂຈມ​ຕີ​ໃນ​ຄັ້ງ​ນີ້ ​ແລະ​ເວົ້າວ່າ ມັນ​
ເປັນ “​ໂສກ​ນາດຕະກຳ​ຂອງ​ຊາດ”. ທ່ານ​ໄດ້​ເດີນທາງ​ໄປ​ຍັງ​ເມືອງ Peshawar ​ໃນ​ມື້​ນີ້
ແລະ​ກ່າວ​ວ່າ “ລັດຖະບານ​ຈະ​ບໍ່​ຍອມ​ປ່ອຍ​ໃຫ້ການ​ກະທຳ ອັນ​ປ່າ​ເຖື່ອນ​ນີ້ ມາ​ຍັບ​ຍັ້ງຂັດ
ຂວາງ​ຕົນ” ​ແລະ​ປະຕິຍານ​ວ່າ ຈະ​ສືບ​ຕໍ່​ການ​ປະຕິບັດ​ງານ​ຕ້ານ​ພວກ​ຫົວ​ຮຸນ​ແຮງ ຕໍ່​ໄປ.

Peshawar, Pakistan
Peshawar, Pakistan

ໂຄສົກກຸ່ມທາ​ລິ​ບານຄົນ​ນຶ່ງ​ ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ
ການ​ໂຈມ​ຕີ ​ໂດຍ​ກ່າວ​ວ່າ​ເປັນ​ການ​ປະຕິບັດ​ງານຕອບ​ໂຕ້​ຕໍ່ການ​
ບຸກ​ໂຈມ​ຕີ​ຂອງ​ປາ​ກິ​ສຖານ ທີ່​ແນໃສ່​ພວກ​ຫົວ​ຮຸນ​ແຮງ ຢູ່ໃນເຂດ​
ຊົນ​ເຜົ່າ ​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອຂອງ ປະເທດ​ ​ໃກ້​ກັບ​
ຊາຍ​ແດນ​ອັຟກາ​ນິສຖານນັ້ນ.

ຂົງ​ເຂດ​ດັ່ງກ່າວ ​ຖືກໃຊ້​ເປັນ​ບ່ອນ​ຫລົບລີ້ທີ່​ສຳ​ຄັນ​ແລະ​ເປັນ​ຄ້າຍ
ເຝິກ​ແອບພວກ ​ກະບົດປາ​ກິ​ສຖານ ​ແລະ​ອັຟກາ​ນິສຖານ ທີ່ໄດ້​ທຳ
​ການ​ໂຈມຕີກໍ່​ການ​ຮ້າຍ​ຢູ່ໃນ ທັງສອງຟາກຂອງຊາຍແດນ ຊຶ່ງສ່ວນ​ໃຫຍ່ແລ້ວບໍ່ມີການຍາມຮັກສາຢ່າງພຽງ ພໍນັ້ນ.

PAKISTAN VIOLENCE VO
please wait
Embed

No media source currently available

0:00 0:01:06 0:00

XS
SM
MD
LG