ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຄະນະ ສືບສວນ ສປຊ ຈະກັບຄືນ ໄປຊີເຣຍ ອີກ (ສະໄລດ໌/ວີດີໂອ)


ຮອງລັດຖະມົນຕີການຕ່າງປະເທດຣັດເຊຍ ທ່ານ Sergei Ryabkov
ຮອງລັດຖະມົນຕີການຕ່າງປະເທດຣັດເຊຍ ທ່ານ Sergei Ryabkov
ຮອງລັດຖະມົນຕີການຕ່າງປະເທດຣັດເຊຍ ທ່ານ Sergei
Ryabkov ກ່າວວ່າ ບັນດານັກ​ສືບສວນ​ດ້ານອາວຸດ​ເຄມີຂອງ
ອົງການສະຫະປະຊາຊາດຄາດ​ວ່າ ຈະໄດ້ກັບຄືນໄປຊີເຣຍ
ໃນວັນພຸດ ມື້ອື່ນນີ້.

ຄະນະສືບສວນຂອງອົງການສະຫະປະຊາຊາດ ທີ່ນໍາພາໂດຍ
ທ່ານ Ake Sellstrom ໄດ້ເສັດສິ້ນການສືບສວນ ​ເປັນ​ເວລາ
2 ອາທິດ ໃນຊີເຣຍ ​ເມື່ອຕົ້ນເດືອນນີ້ ແຕ່ສ່ວນ​ໃຫຍ່ ​ແມ່ນເພັ່ງເລັ່ງ
ໃສ່ແຕ່ການໂຈມຕີຢ່າງ​ຮ້າຍ​ແຮງ​ ຢູ່​ໃນ​ເຂດ​ຊານ​ເມືອງ​ຂອງກຸງ
Damascus ​ເທົ່າ​ນັ້ນ.



ພາລະກິດ​ຕົ້ນຕໍ ​ແມ່ນ​ທຳ​ການ​ສືບສວນ​ເບິ່ງ​ການ​ໂຈມ​ຕີ 3 ຄັ້ງກ່ອນ​ໜ້ານັ້ນ ຮວມທັງຄັ້ງນຶ່ງ​
ໃນເດືອນມີນາແລ້ວນີ້ ຢູ່ນອກເມືອງAleppo ທີ່ລັດຖະບານຊີເຣຍ ແລະພວກນັກ​ລົບ​ຝ່າຍ​
ຕໍ່ຕ້ານຕ່າງກໍຖີ້ມໂທດໃສ່ກັນແລະກັນ.

ຄະນະສືບສວນຂອງ​ສະຫະ​ປະຊາ​ຊາດ ໄດ້ຖືກ​ມອບ​ໝາຍ​ໃຫ້​ພິຈາລະນາ​ເບິ່ງ​ວ່າ ມີ​ການ​
ໃຊ້​ອາວຸດ​ເຄມີ​ແທ້​ຫລື​ບໍ່ ​ແຕ່​ບໍ່​ໃຫ້​ຖິ້ມ​ໂທດ​ໃສ່​ຝ່າຍ​ໃດ​ຝ່າຍ​ນຶ່ງ.

ການໂຈມຕີຢູ່ນອກກຸງ Damascus ໄດ້ກໍ​ໃຫ້​ເກີດ​ການກ່າວປະນາມຈາກນາໆຊາດ​ແລະ
ນໍາໄປສູ່​ແຜນການກໍາຈັດຄັງອາວຸດ​ເຄມີຂອງຊີເຣຍ.

ສະພາຄວາມໝັ້ນຄົງຂອງອົງການສະຫະປະຊາ ຊາດ ໄດ້ສົນທະນາຫາລືກັນ ກ່ຽວກັບຍັດຕິ
​ເພື່ອ​ໃຫ້​ມີ​ການຈັດຕັ້ງປະຕິບັດ​ແຜນການ​ດັ່ງກ່າວ ແລະທ່ານ Ryabkov ກ່າວໃນວັນອັງຄານ
ມື້ນີ້ວ່າ ຣັດເຊຍຫັວງວ່າ ຈະ​ບັນລຸການຕົກລົງກັນ ໃນອາທິດນີ້.

Syria Crisis, Iran Key Topics at Annual UN Assembly
please wait

No media source currently available

0:00 0:02:09 0:00
ລິງໂດຍກົງ
XS
SM
MD
LG