ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ John Kerry ກ່າວວ່າ
ສະຫະລັດ ຈະສືບຕໍ່ສະໜັບສະໜຸນ ກອງທະຫານໄນຈີເຣຍ ໃນ
ການຕໍ່ສູ້ຕ້ານ ກຸ່ມຫົວຮຸນແຮງໂບໂກຮາຣຳ.
ທ່ານ Kerry ຜູ້ທີ່ເດີນທາງໄປເຖິງເມືອງ Lagos ຂອງໄນຈີເຣຍ
ເມື່ອວັນອາທິດວານນີ້ ໄດ້ກ່າວຖະແຫລງສັ້ນໆ ຫຼັງຈາກທີ່ກອງ
ທະຫານໄນຈີເຣຍ ໄດ້ຕີຕ້ານ ການໂຈມຕີໂດຍກຸ່ມຫົວຮຸນແຮງ
ໂບໂກຮາຣຳ ຢູ່ທີ່ເຂດນອກເມືອງ Maiduguri ຊຶ່ງເປັນເມືອງ
ຫລວງຂອງລັດ Borno.
ທ່ານ Kerry ໄດ້ພົບປະກັບ ຜູ້ນຳໜ້າ ສະໝັກເປັນປະທານາທິບໍດີ
ທັງສອງທ່ານຂອງປະເທດ ຄື ທ່ານ Goodluck Johnathan ຜູ້ດຳລົງຕຳແໜ່ງຢູ່ ແລະ ທ່ານ Muhammadu Buhari ຜູ້ສະໝັກຈາກພັກຝ່າຍຄ້ານທີ່ສຳຄັນ ກ່ອນໜ້າການເລືອກຕັ້ງຂອງປະເທດ ໃນວັນທີ 14 ກຸມພາຈະມາເຖິງນີ້.
ລັດຖະມົນຕີຕ່າງປະເທດ Kerry ກ່າວວ່າ “ມັນມີຄວາມສຳຄັນ
ທີ່ສຸດ” ວ່າການເລືອກຕັ້ງ ແມ່ນຕ້ອງດຳເນີນໄປດ້ວຍຄວາມສັນຕິ
ແລະວ່າ ຕ້ອງເຊື່ອຖືໄດ້ ມີຄວາມໂປ່ງໃສ ແລະ ຄວາມຮັບຜິດຊອບ
ທ່ານເວົ້າຕື່ມອີກວ່າ ຜູ້ໃດກໍຕາມທີ່ເຮັດໃຫ້ການເລືອກຕັ້ງເກີດ
ຄວາມຮຸນແຮງ ສະຫະລັດຈະບໍ່ຍອມຮັບເອົາເຂົ້າມາໃນສະຫະລັດ.
ປະທານາທິບໍດີ Johnathan ກ່າວໃນຄຳຖະແຫລງສະບັບນຶ່ງວ່າ
ທ່ານມີຄວາມໝັ້ນໝາຍ ຢ່າງເລີກເຊິ່ງ ເພື່ອຮັບປະກັນວ່າ ການ
ເລືອກຕັ້ງທີ່ຈະມາເຖິງນີ້ ແມ່ນມີ “ອິສະຫລະ ຍຸດຕິທຳ ແລະ
ເຊື່ອຖືໄດ້” ແລະ ຖະແຫລງອີກວ່າ ມັນມີຄວາມສຳຄັນຫຼາຍ ທີ່ທຸກໆພັກ ໝັ້ນໝາຍຈະບໍ່ໃຊ້ຄວາມຮຸນແຮງ ທັງກ່ອນໜ້າ ແລະ ຫຼັງຈາກການປ່ອນບັດລົງຄະແນນສຽງ.