ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ເກົາຫຼີ​ໃຕ້ ​ຂໍອະ​ໄພ​ໂທດ ແລະໃຫ້ຄຳໝັ້ນວ່າ ຈະທັບມ້າງ ໜ່ວຍຍາມຝັ່ງ (ວີດີໂອ)


ຜູ້ໂດຍສານຢູ່ທີ່ສະຖານີລົດໄຟໃນ Seoul ກຳລັງເບິ່ງການຖະແຫລງຂອງປະທານາທິບໍດີ ເກົາຫລີໃຕ້.
ຜູ້ໂດຍສານຢູ່ທີ່ສະຖານີລົດໄຟໃນ Seoul ກຳລັງເບິ່ງການຖະແຫລງຂອງປະທານາທິບໍດີ ເກົາຫລີໃຕ້.
ປະ​ທາ​ນາ​ທິບໍ​ດີ ເກົາຫຼີ​ໃຕ້ ​ໄດ້​ຂໍອະ​ໄພ​ໂທດ ທີ່ເຕັມ​ໄປ​ດ້ວຍ​
ນ້ຳຕາ ສຳລັບ​ຄວາມ​ພະຍາຍາມ ​ໃນການ​ກູ້​ໄພ ​ແລະ ຊ່ອຍ​ຊິວິດ
ທີ່​ລົ້ມ​ແຫຼວ ເຮືອ​ຂົນ​ສົ່ງທີ່​ຈົມ​ນ້ຳ​ທະ​ເລນັ້ນ ​ແລະ​ທ່ານ​ນາງ ກ່າວ​
ວ່າ​ຈະ​ປົດ​ເຈົ້າໜ້າ​ທີ່​ ຍາມ​ຝັ່ງ​ທີ່​ມີ​ສ່ວນກະ​ທຳ​ຜິດ​ ໃນ​ການ​ປະຕິ
ບັດ​ງານ​ດັ່ງກ່າວ.

ຢູ່​ໃນ​ຄຳ​ຖະ​ແຫລ​ງທີ່​ໄດ້​ອອກ​ທາງ​ໂທລະພາບ​ ປະ​ທາ​ນາ​ທິບໍ​ດີ ທ່ານ​ນາງ Park Geun-hye ​ໄດ້​ຂໍອະ​ໄພ​ໂທດ ສຳລັບ “ຄວາມ​ເຈັບປວດ ​ແລະ ຄວາມທຸກ​ທໍລະມານ” ທີ່​ທັງ​ປະ​ເທດ​ຮູ້ສຶກ​ນັ້ນ ​ແລະ​ເວົ້າວ່າ ຄວາມ​ຮັບຜິດ​ຊອບ​ບັ້ນ​ປາຍໂດຍສະ​ເພາະ​ໃນ​ການ​ປະຕິບັດ​ການ​ໃຫ້​ເໝາະ​ສົມ​ທີ່​ລົ້ມ​ແຫລວ​ນັ້ນ ​ແມ່ນ​ຢູ່​ກັບ​ທ່ານ​ນາງ​ເອງ. ທ່ານ​ນາງ Park ​ໄດ້​ຂໍອະ​ໄພ​ໂທດ​ສຳລັບໄພພິບັດ​ດັ່ງກ່າວຫຼາຍໆ​ຄັ້ງມາ​ແລ້ວ ​ແຕ່​ວ່າ​ໃນ​ຄັ້ງນີ້​ທ່ານ​ນາງ​ໄດ້ຍອມ​ຮັບ​ເອົາ​ຄວາມ​ຮັບຜິດຊອບ​ທັງ​ໝົດ.

ປະຊາຊົນຢ່າງຫຼວງຫຼາຍໄດ້ພາກັນໄຕ້ທຽນໄວ້ອາໄລແກ່ຜູ້ເສຍຊີວິດເຮືອຂົນສົ່ງ Sewol ຈົມ.
ປະຊາຊົນຢ່າງຫຼວງຫຼາຍໄດ້ພາກັນໄຕ້ທຽນໄວ້ອາໄລແກ່ຜູ້ເສຍຊີວິດເຮືອຂົນສົ່ງ Sewol ຈົມ.

ທ່ານ​ນາງ​ກ່າວ​ຕື່ມ​ວ່າ ທ່ານ​ນາງ​ຈະ​ນຳ​ໃຊ້​ນິຕິບັນຍັດ​ ເພື່ອ​
ທັບມ້າງ​ໜ່ວຍຍາມ​ຝັ່ງແລ້ວ ​ຍ້າຍ​ການ​ປະຕິບັດ​ການ​ຕ່າງໆ​
ໄປ​ຢູ່​ພາຍ​ໃຕ້ ກົມ​ຕຳຫລວດ​ແຫ່ງ​ຊາດ​ ແລະ​ຈະ​ສ້າງຕັ້ງອົງ
ການ​ໃໝ່​ຂຶ້ນມາ. ທ່ານ​ນາງ​ໄດ້​ກ່າວ​ຫາ​ການລົ້ມ​ແຫຼວດັ່ງກ່າວ​
ນີ້ ວ່າ​ມີຮາກເຫງົ້າ​ມາ​ຈາກການ​ສໍ້​ລາດ​ບັງຫຼວງ.
XS
SM
MD
LG