ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ນາຍ​ພັນ​ຕີ Hasan ຖືກໂທດ ປະຫານຊີວິດ ໃນຄະດີສັງຫານໝູ່ ທີ່ຄ້າຍ Fort Hood (ວີດີໂອ)


ຈິດຕະແພດທະຫານ Nidal Malik Hasan ໃນສານ
ຈິດຕະແພດທະຫານ Nidal Malik Hasan ໃນສານ
ສານທະຫານສະຫະລັດ​ແຫ່ງນຶ່ງໄດ້ຕັດສິນໂທດປະຫານ​ຊີວິດ
ຕໍ່ ຈິດຕະແພດທະຫານຄົນ​ນຶ່ງ ໃນຖານຕັ້ງໃຈສັງຫານເພື່ອນ
ທະຫານດ້ວຍ​ກັນ 13 ຄົນ ໃນການ​ຍິງ​ໂຈມ​ຕີ​ໄປ​ທົ່ວຢູ່ຄ້າຍ
ທະຫານ Fort Hood ໃນລັດ Texas ​ເມື່ອປີ 2009.

ຄະນະ​ລູກຂຸນທະຫານ ​ທີ່ມີທັງໝົດ 13 ຄົນ ນັ້ນ​ໄດ້​ອະ​ພິປາຍ
​ກັນ​ເປັນ​ເວລາ​ບໍ່​ດົນ ​ໃນ​ວັນ​ພຸດວານ​ນີ້ ກ່ອນ​ຈະ​ບັນລຸ​ການຕັດ
ສິນລົງໂທດປະຫານ​ຊີວິດ​ຕໍ່ນາຍ​ພັນ​ຕີ Nidal Hasan ຊາວ
ມຸສລິ​ມທີ່​ເກີດ​ໃນສະຫະລັດ ຊຶ່ງ​ເປັນໂທດທັນ​ທີ່​ຜູ້ກ່ຽວ​ກະຫາຍ
​ຢາກໄດ້ ​ໃນ​ລະຫວ່າງການພິຈາລະນາ​ຄະດີ​ ເປັນ​ເວລາ 2
ອາທິດ​ນັ້ນ.

​ພັນ​ຕີ Hasan ຜູ້​ທີ່​ກ່າວ​ວ່າຕົນ​ໄດ້​ປ່ຽນ​ຂ້າງ​ສະໜັບສະໜຸນ ຢູ່ໃນ​ສົງຄາມ​ຂອງສະຫະລັດ
​ໃນອີຣັກ ​ແລະ​ອັຟກາ​ນິສຖານນັ້ນ​ ໄດ້​ຖືກຕັດສິນ​ວ່າ ມີ​ຄວາມ​ຜິດ​ໃນ​ຂໍ້​ຫາວາງ​ແຜນ
​ລ່ວງ​ໜ້າ ສັງຫານ​ພວກ​ທະຫານ​ເຫລົ່າ​ນັ້ນ ​ທີ່​ກໍາ​ລັງ​ຕຽມ​ພ້ອມ​ທີ່​ຈະ​ອອກ​ໄປ​ປະຕິບັດ​
ງານ​ຢູ່​ແນວ​ໜ້າຂອງສອງ​ສົງຄາມນັ້ນ. ລາວກ່າວ​ວ່າ ​ລາວ​ທໍາ​ການໂຈມ​ຕີດັ່ງກ່າວ​ນີ້
​ ກໍເພື່ອຂັດຂວາງ​ບໍ່​ໃຫ້​ເຂົາ​ເຈົ້າ​ໄປ​ໂຈມ​ຕີ​ພວກ​ກະບົດມຸສລິ​ມຢູ່​ໃນ​ຕ່າງປະ​ເທດ​ນັ້ນ.

​ໄອ​ຍະ​ການສານ​ທະຫານ​ບົກ​ຂອງ​ຄະດີ ທ່ານພັນ​ເອກ Mike Mulligan ​ໄດ້​ຮ້ອງຂໍ​ໃຫ້
​ຄະນະລູກຂຸນ​ ​ໃສ່​ໂທດ​ປະຫານ​ຊີວິດ​ຕໍ່ ​ພັນ​ຕີ Hasan ​ຍ້ອນ​ການ​ໂຈມ​ຕີ​ດັ່ງກ່າວ
ທີ່​ສົ່ງ​ຜົນ​ໃຫ້​ມີ​ຫຼາຍ​ກວ່າ 30 ຄົນ​ໄດ້​ຮັບ​ບາດ​ເຈັບ.

ທ່ານ Mulligan ​ໄດ້​ກ່າວ​ຕໍ່​ຄະນະ​ລູກ​ຂຸນ​ວ່າ ​ພັນ​ຕີ Hasan “ບໍ່​ແມ່ນ​ຜູ້​ທີ່​ສະລະ​ຊີບ​
ເພື່ອ​ສາສະໜາ ​ແລະ​ກໍ​ຈະ​ບໍ່​ແມ່ນ​ຈັກ​ເທື່ອ ​ແຕ່ເປັນອາ​ຊະ​ຍາກ​ອນ ແລະເປັນ
ຄາດ​ຕະກອນ​ເລືອດ​ເຢັນ.”


US FORT HOOD VO.mov
please wait
Embed

No media source currently available

0:00 0:00:40 0:00
XS
SM
MD
LG