ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງ Shirley Temple Black ​ເສຍ​ຊີວິດແລ້ວ ຮວມອາຍຸໄດ້ ​85 ປີ (ສະໄລດ໌/ວີ​ດີ​ໂອ)


Shirley Temple Dies at 85
please wait

No media source currently available

0:00 0:02:03 0:00
ລິງໂດຍກົງ
Shirley Temple Black ດາຣານັກສະ​ແດງ​ເດັກ​ຍິງ ຜູ້​ທີ່​
ໄດ້​ສ້າງ​ຮອຍ​ຍິ້ມ​ໃຫ້ຜູ້ຊົມຮູບເງົາ​ຊາວ​ອາ​ເມຣິກັນ ​ໃນລະຫວ່າງ
ທີ່ເກີດສະພາບເສດຖະກິດຕົກຕໍ່າ ເມື່ອ​ຊຸມ​ປີ 1930 ​ນັ້ນໄດ້
​ເສຍ​ຊີວິດ​ລົງ​ແລ້ວ ຮວມອາຍຸ​ໄດ້ 85 ປີ.

ທ່ານນາງ Shirley Temple ​ໄດ້​ເສຍ​ຊີວິດ​ ​ໃນ​ແລງ​ວັນ​ຈັນ​
ຜ່ານ​ມາ​ນີ້ ດ້ວຍ​ໂຣກຊະ​ລາ​ ທີ່​ເຮືອນ​ຂອງ​ຜູ້ກ່ຽວ ​ໃກ້ໆ​ກັບ​
ນະຄອນ San Francisco ອິງ​ຕາມ​ຖະແຫຼງຂ່າວ ​
ຂອງ​ທາງ​ຄອບ​ຄົວ​ ທ່ານ​ນາງ ທີ່​ໄດ້​ນໍາ​ອອກ​ເຜີຍ​ແຜ່​ນັ້ນ.

​ໃນ​ຖານະ​ທີ່​ເປັນດາຣານັກສະ​ແດງ​ເດັກ​ຍິງ ຜູ້​ຊຶ່ງ​ມີ​ຜົມ​ຢິກ​ແລະ​
ແກ້ມ​ບ່ອງ​ນັ້ນ Shirley Temple ​ໄດ້​ເຮັ​ດ​ໃຫ້​ຊາວ​ອາ​ເມຣິກັນ​ຫລົງ​ຮັກ​ ຈາກ​ການ​ຮ້ອງ​ເພງ​ແລະເຕັ້ນ​ລໍາໃນຮູບ​ເງົາ​ປະເພດເບີກບານເບົາ​ສະໝອງ​. ນາງ​ໄດ້​ກາຍ​ມາ​ເປັນສັນຍາ​ລັກ ຂອງ​ຮູບ​ເງົາ​ອາ​ເມຣິກັນ ຊຶ່ງ​ສ່ວນ​ໃຫຍ່​ນັ້ນ​ ແມ່ນ​ການ​ສະ​ແດງ​ແລະ​ການຮ້ອງ​ເພງ​ຂອງ​ນາງ ​ເຊັ່ນ: “On the Good Ship Lollipop” ​ແລະ​ການ​ເຕັ້ນ tap ​ແບບ​ເດີມໆ ກັບນັກ​ເຕັ້ນລໍາ
ຊາວ​ອາ​ເມຣິກັນ​ຜີວ​ດໍາ ທີ່​ມີ​ຊື່​ສຽງ​ໂດ​ງດັງ​ຂອງອາ​ເມຣິກາ ທ່ານ Bill “Bojangles”
Robinson
​ໃນ​ເລື່ອງ “The Little Colonel.”


ທ່ານນາງ​ໄດ້​ຮັບ​ລາງວັນ​ພິ​ເສດ Academy Award ​ໃນ ປີ 1935 ​ໃນ​ຖານະ​ທີ່​ໄດ້
​ເປັນ​ຜູ້​ນຶ່ງ​ທີ່​ໄດ້​ສ້າງ​ຊື່​ສຽງ​ແລະ​ມີ​ບົດບາດ ປະກອບ​ສ່ວນ​ເຂົ້າ​ໃນ​ວົງ​ການບັນ​ເທີ​ງ
ຂະ​ແໜງຮູບ​ເງົາ ຫຼື “outstanding contribution to screen entertainment.”
ທ່ານ​ນາງ Temple ​ໄດ້​ປົດ​ກະສຽນ​ຈາກ​ການສະ​ແດງ​ໃນ​ປີ 1949 ຕອນ​ອາຍຸ 21 ປີ.

ທ່ານນາງໄດ້ຫ່າງເຫີນຈາກແສງສີ ວົງການບັນເທີງ ​ແລະ​ກໍ​ໄດ້ແຕ່ງງານກັບສາມີຄົນ
ທີ 2 ທ່ານ Charles Black ​ໃນ​ປີ 1950 ​ແລະ​ເຂົ້າ​ມາ​ມີ​ບົດບາດ​ໃນ​ວົງ​ການ​ເມືອງ
ສັງກັດພັກ Republican.

ທ່ານ​ນາງ​ໄດ້​ເລີ່​ມອາຊີບ​ໃໝ່ ເປັນ​ນັກ​ການ​ທູດ ​ໃນ​ປີ 1969 ຕອນ​ທີ່ ມື້ລາງປະທານາ
ທິບໍດີ​ Richard Nixon ​ໄດ້​ແຕ່ງ​ຕັ້ງທ່າ​ນນາງ ​ເປັນ​ນັກ​ການ​ທູດ​ຂອງ​ສະຫະລັດ
ປະ​ຈໍາ​ອົງການ​ສະຫະ​ປະຊາ​ຊາດ. ທ່ານ​ນາງ​ໄດ້​ສືບຕໍ່​ຮັບ​ໃຊ້​ຊາດ ​ໃນ​ຖານະ​
ເອກ​ອັກຄະ​ລັດຖະທູ​ດຫະລັດ​ປະ​ຈໍາ ກາ​ນາ ​ໃນ​ຊຸມ​ປີ 1970 ​ແລະ​ໄປ​ປະຈໍາ​ທີ່
Czechoslovakia ປີ 1989 ໃນຂະນະທີ່ ການ​ປົກຄອງ​ຂອງລະບອບ​ຄອມ
​ມຸຍນີສ ​ທົ່ວ​ພາກ​ພື້ນ​ຢູ​ໂຣບຕາ​ເວັນ​ອອກ ພັງທະລາຍລົງນັ້ນ.


XS
SM
MD
LG