ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາຄວາມໝັ້ນຄົງ ສປຊ ຈະປຶກສາຫາລື ເລື່ອງການຍິງ ລູກສອນໄຟຂີປະນາວຸດ ຂອງ ເກົາຫຼີເໜືອ


ປະຊາຊົນເບິ່ງລາຍການຂ່າວໂທລະພາບ ລາຍງານກ່ຽວກັບ ການຍິງລູກສອນໄຟ ຂີປະນາວຸດ ຂອງ ເກົາຫຼີເໜືອ ທີ່ສະຖານີລົດໄຟໃນນະຄອນຫຼວງໂຊລ. ເກົາຫຼີໃຕ້. 5 ກັນຍາ, 2016.
ປະຊາຊົນເບິ່ງລາຍການຂ່າວໂທລະພາບ ລາຍງານກ່ຽວກັບ ການຍິງລູກສອນໄຟ ຂີປະນາວຸດ ຂອງ ເກົາຫຼີເໜືອ ທີ່ສະຖານີລົດໄຟໃນນະຄອນຫຼວງໂຊລ. ເກົາຫຼີໃຕ້. 5 ກັນຍາ, 2016.

ບັນດານັກການທູດ ກ່າວວ່າ ສະພາຄວາມໝັ້ນຄົງອົງການສະຫະປະ ຊາຊາດ ຈະພົບ ປະກັນ ໃນວັນອັງຄານມື້ນີ້ ເພື່ອປຶກສາຫາລືເລື່ອງການຍິງລູກສອນໄຟ ຂີປະນາວຸດ ຄັ້ງຫຼ້າສຸດຂອງເກົາຫຼີເໜືອ.

ເກົາຫຼີເໜືອ ໄດ້ຍິງລູກສອນໄຟຂີປະນາວຸດ 3 ລູກ ລົງ​ໃສ່ທະເລຍີ່ີປຸ່ນ ໃນວັນຈັນວານນີ້ ຈາກຖານຍິງແຫ່ງໜຶ່ງຢູ່ໃນແຂວງ Hwanghae ທີ່ຕັ້ງຢູ່ຊາຍຝັ່ງທະ​ເລພາກຕາເວັນອອກ ຂອງປະເທດ.

ເສນາທິການຮ່ວມຂອງເກົາຫຼີໃຕ້ ໄດ້ລະບຸລູກສອນໄຟນັ້ນ ວ່າ ແມ່ນລູກສອນໄຟ Rodong, ເຊິ່ງມີລັດສະໝີ ໄກເຖິງ 1,000 ກິໂລແມັດ.

ກະຊວງປ້ອງກັນປະເທດຂອງຍີ່ປຸ່ນ ກ່າວວ່າ ລູກສອນໄຟດັ່ງກ່າວໄດ້ຕົກລົງ ໃນເຂດເສດ ຖະກິດ ສະເພາະຂອງຕົນ ຊຶ່ງ​ເປັນຂົງເຂດທີ່ຮູ້ຈັກກັນ ໃນເກົາຫຼີ ຄື ທະເລຕາເວັນ ອອກ.

ກະຊວງການຕ່າງປະເທດ ສະຫະລັດ ໄດ້ກ່າວວ່າ ການຍິງລູກສອນໄຟຂອງເກົາຫຼີເໜືອ ໄດ້ກາຍເປັນເລື່ອງທີ່ເກີດຂຶ້ນຢູ່ເລຶື້ອຍໆ ໃນສອງສາມເດືອນທີ່ຜ່ານມາ.

ເກົາຫຼີເໜືອ ໄດ້ທຳການທົດລອງຍິງລູກສອນໄຟ ມາເປັນໄລຍະໆ ໃນປີນີ້ ເຊິ່ງເປັນການ ທ້າທາຍ ຕໍ່ມາດຕະການລົງໂທດ ຂອງອົງການສະຫະປະຊາຊາດ ຫຼັງຈາກການທົດລອງ ນິວເຄລຍຄັ້ງທີ 4 ຂອງພຽງຢາງ ໃນເດືອນມັງກອນປີນີ້.

ການຍິງລູກສອບໄຟຂີປະນາວຸດໃນວັນຈັນວານນີ້ ມີຂຶ້ນ ໃນຂະນະທີ່ບັນດາຜູ້ນຳຂອງ ໂລກ ໄດ້ພົບປະກັນຢູ່ທີ່ເມືອງ Hangzhou ທາງພາກຕາເວັນອອກຂອງຈີນ ​ໃນກອງ ປະຊຸມສຸດຍອດ G-20 ໄລຍະສອງມື້ ຂອງ 20 ປະເທດທີ່ ມີເສດຖະກິດທີ່ກ້າວໜ້າ ແລະເສດຖະກິດພຸ່ງ​ພົ້ນໃໝ່ ເຊິ່ງໃນບັດນີ້ ໄດ້ສິ້ນສຸດລົງແລ້ວ.

ຫົວໜ້າກອງ​ເລຂາ​ປະຈຳຄະນະລັດຖະບານຍີ່ປຸ່ນ ທ່ານ Yoshihide Suga ໄດ້ກ່າວວ່າ “ການຍິງນີ້ ແມ່ນຈະແຈ້ງ ​ເປັນ​ການ​ທ້າ​ທາຍເກາະຜິດ ບໍ່ພຽງແຕ່ກັບປະເທດ ຂອງ ພວກເຮົາ ແຕ່ກັບປະຊາຄົມນາໆຊາດນຳ ຄັນພິຈາລະເບິ່ງເວລາຂອງການຍິງ​ແລ້ວ ກໍກົງກັນກັບ ກອງປະຊຸມສຸດຍອດ G-20 ທີ່ໄດ້ຈັດຂຶ້ນ ຢູ່ແຂວງ Guangzhou ​ໃນປະເທດຈີນ ໃນມື້ນີ້.”

ເຈົ້າໜ້າທີ່ສະຫະລັດ ທ່ານໜຶ່ງ ຜູ້ທີ່ໄດ້ເຂົ້າຮ່ວມ ກອງປະຊຸມສຸດຍອດ ໄດ້ປະນາມ ການ ກະທຳຂອງເກົາຫຼີເໜືອ ໂດຍເອີ້ນການຍິງລູກສອນໄຟຂີປະນາວຸດນັ້ນ ວ່າ ເປັນໄພຂົ່ມຂູ່ ຕໍ່ທັງ ພວກເຮືອບິນ ແລະ ເຮືອກ່ຳປັ່ນທັງຫຼາຍ ທີ່ປະຕິບັດການຢູ່ໃນຂົງເຂດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG