ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເກົາຫຼີເໜືອ ຍິງລູກສອນໄຟ ຂີປະນາວຸດ 3 ລູກອອກຈາກນອກ ຊາຍຝັ່ງ ພາກຕາເວັນອອກ


ປະຊາຊົນເບິ່ງລາຍການຂ່າວໂທລະພາບ ລາຍງານກ່ຽວກັບ ການຍິງລູກສອນໄຟຂີປະນາວຸດຂອງ ເກົາຫຼີເໜືອ ທີ່ສະຖາ
ນີລົດໄຟໃນນະຄອນຫຼວງ ໂຊລ. ເກົາຫຼີໃຕ້. 5 ກັນຍາ, 2016.
ປະຊາຊົນເບິ່ງລາຍການຂ່າວໂທລະພາບ ລາຍງານກ່ຽວກັບ ການຍິງລູກສອນໄຟຂີປະນາວຸດຂອງ ເກົາຫຼີເໜືອ ທີ່ສະຖາ ນີລົດໄຟໃນນະຄອນຫຼວງ ໂຊລ. ເກົາຫຼີໃຕ້. 5 ກັນຍາ, 2016.

ຍີ່ປຸ່ນ ໄດ້ກ່າວປະນາມການຍິງລູກສອນໄຟຂີປະນາວຸດ 3 ລູກຂອງ ເກົາຫຼີເໜືອ ລົງໃນທະ ເລຂອງ ຍີ່ປຸ່ນ ໃນວັນຈັນມື້ນີ້.

ລູກສອນໄຟດັ່ງກ່າວໄດ້ຖືກຍິງອອກຈາກແຂວງ Hwanghae ຂອງ ເກົາຫຼີເໜືອ, ຕັ້ງຢູ່ ຊາຍຝັ່ງພາກຕາເວັນອອກຂອງປະເທດ. ເສນາທິການຮ່ວມຂອງ ເກົາຫຼີໃຕ້ ໄດ້ລະບຸລູກ ສອນໄຟນັ້ນວ່າແມ່ນລູກສອນໄຟ Rodong, ເຊິ່ງສາມາດຍິງໄກໄດ້ເຖິງ 1,000 ກິໂລ ແມັດ.

ກະຊວງປ້ອງກັນປະເທດຂອງ ຍີ່ປຸ່ນ ກ່າວວ່າລູກສອນໄຟດັ່ງກ່າວໄດ້ຕົກລົງໃສ່ເຂດເສດ ຖະກິດພິເສດຂອງຕົນຢູ່ໃນພາກພື້ນ, ເຊິ່ງຮູ້ຈັກກັນໃນພາສາ ເກົາຫຼີ ວ່າທະເລຕາເວັນ ອອກ.

ການຍິງລູກສອນໄຟໃນວັນຈັນມື້ນີ້ ໄດ້ເກີດຂຶ້ນໃນຂະນະທີ່ບັນດາຜູ້ນຳໂລກພົບປະກັນ ໃນເມືອງ ຮັງໂຈ ທີ່ຕັ້ງຢູ່ພາກຕາເວັນອອກຂອງ ຈີນ ເພື່ອກອງປະຊຸມສຸດຍອດ G20 ທີ່ຈັດ ຂຶ້ນ 2 ມື້ ກ່ຽວກັບ ຄວາມກ້າວໜ້າ ແລະ ການຂະຫຍາຍຕົວຂອງເສດຖະກິດ.

ທ່ານ Yoshihide Suga ເລຂາຄະນະລັດຖະມົນຕີຍີ່ປຸ່ນ ໄດ້ກ່າວວ່າ “ການຍິງໃນຄັ້ງ ນີ້ແມ່ນການກະທຳທີ່ຊັດເຈນ ກ່ຽວກັບ ການຍຸແຍ່ບໍ່ພຽງແຕ່ພາຍໃນປະເທດຂອງພວກ ເຮົາເທົ່ານັ້ນ, ແຕ່ກັບປະຊາຄົມສາກົນ ໂດຍການພິຈາລະນາເຖິງເວລາ ກ່ຽວກັບ ການ ຍິງຂອງພວກເຂົາ ເພື່ອໃຫ້ມັນຕົງກັບກອງປະຊຸມສຸດຍອດ G20 ທີ່ຖືກຈັດຂຶ້ນໃນແຂວງ ກວາງໂຈ ຂອງ ຈີນ ໃນມື້ນີ້.”

ເຈົ້າໜ້າທີ່ ສະຫະລັດ ຄົນໜຶ່ງທີ່ເຂົ້າຮ່ວມໃນກອງປະຊຸມສຸດຍອດນີ້ໄດ້ກ່າວປະນາມການ ກະທຳຂອງ ເກົາຫຼີເໜືອ, ເອີ້ນການຍິງລູກສອນໄຟດັ່ງກ່າວວ່າເປັນການຂົ່ມຂູ່ຕໍ່ເຮືອບິນ ແລະ ເຮືອທີ່ປະຕິບັດໜ້າທີ່ຢູ່ໃນພາກພື້ນດັ່ງກ່າວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Koreas Tensions
please wait
Embed

No media source currently available

0:00 0:01:51 0:00

XS
SM
MD
LG