ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ບັນດາ 5 ປະ​ເທດ​ ຈາກກຸ່ມ BRICS ສ້າງຕັ້ງ ທະນາຄານ ພັດທະນາໃໝ່ (ວີດີໂອ)


ບັນດາຜູ້ນຳຂອງ 5 ປະ​ເທດ​ຈາກກຸ່ມ BRICS ຈາກຊ້າຍ ຜູ້ນຳຣັດເຊຍ ທ່ານ Vladimir Putin ຜູ້ນຳອິນເດຍ ທ່ານ Narendra Modi ຜູ້ນຳບຣາຊີລ ທ່ານນາງ Dilma Rousseff ຜູ້ນຳຈີນ ທ່ານ Xi Jinping ແລະຜູ້ນຳ ອາຟຣິກາໃຕ້ ທ່ານ Jacob Zuma ໄດ້ໃຫ້ການອະນຸມັດ ຕໍ່ການສ້າງຕັ້ງທະນາຄານພັດທະນາໃໝ່ ໃນກອງປະຊຸມຢູ່ທີ່ ເມືອງ Fortaleza ປະເທດບຣາຊີລ ເມື່ອວັນທີ 15 ກໍລະກົດ 2014.
ບັນດາຜູ້ນຳຂອງ 5 ປະ​ເທດ​ຈາກກຸ່ມ BRICS ຈາກຊ້າຍ ຜູ້ນຳຣັດເຊຍ ທ່ານ Vladimir Putin ຜູ້ນຳອິນເດຍ ທ່ານ Narendra Modi ຜູ້ນຳບຣາຊີລ ທ່ານນາງ Dilma Rousseff ຜູ້ນຳຈີນ ທ່ານ Xi Jinping ແລະຜູ້ນຳ ອາຟຣິກາໃຕ້ ທ່ານ Jacob Zuma ໄດ້ໃຫ້ການອະນຸມັດ ຕໍ່ການສ້າງຕັ້ງທະນາຄານພັດທະນາໃໝ່ ໃນກອງປະຊຸມຢູ່ທີ່ ເມືອງ Fortaleza ປະເທດບຣາຊີລ ເມື່ອວັນທີ 15 ກໍລະກົດ 2014.

ປະເທດບຣາຊີ​ລ ຣັດເຊຍ ອິນ​ເດຍ ຈີນ ​ແລະ ອາ​ຟຣິກາ​ໃຕ້
​ໄດ້​ເປີດ​ເຜີຍໃຫ້ຊາບ ກ່ຽວກັບ​ອົງການທາງ​ເລືອ​ກ ຕໍ່ທະນາ
ຄານ​ໂລກ ແລະອົງການກອງ​ທຶນ​ສາກົນ IMF.

ບັນດາຜູ້ນຳ​ຈາກ 5 ປະ​ເທດ​ທີ່​ກຳລັງພັດທະນາ​ຊຶ່ງ​ຮູ້ຈັກ​ກັນ
ໃນນາມກຸ່ມ BRICS ​ໄດ້​ປະກາດ ​ເມື່ອ​ວັນ​ອັງຄານ​ວານ​ນີ້ ​
ໃນ​ກອງ​ປະຊຸມ​ສຸດ​ຍອດ ​ເປັນ​ເວລາ​ສອງ​ມື້ ຢູ່​ທີ່​ເມືອງ For-
taleza ​ປະ​ເທດບຣາຊີ​ລ.

ອົງການທາງ​ເລືອກ​ຕໍ່​ທະນາຄານ​ໂລກ ທີ່​ຈະ​ມີ​ທຶນຈຳນວນ
50 ຕື້​ດອນ​ລາ ​ເພື່ອຊ່ອຍ​ບັນ​ເທົາ​ຄວາມທຸກ​ຍາກນັ້ນ ​ບັດ​ນີ້​ແມ່ນໄດ້​ເອີ້ນກັນ​ວ່າ ທະນາ
ຄານ​ພັດທະນາ​ໃໝ່ ຫຼື New Development Bank. ທະນາຄານ​ດັ່ງກ່າວ​ ຄາດ​ວ່າ​ຈະໃຫ້ການກູ້ຢືມ ເປັນເທື່ອ​ທຳອິດ​ນີ້​ ໃນປີ 2016.

ກຸ່ມປະເທດ BRICS ຍັງ​ໄດ້​ເປີດ​ເຜີຍໃຫ້ຊາບ ກ່ຽວກັບກອງທຶນມູນຄ່າ 100 ຕື້​ດອນ​ລາ ​ສຳຫລັບການ​ກູ້​ຢືມ​ລະຍະ​ສັ້ນ ຊຶ່ງເປັນທາງເລືອກຕໍ່ອົງ ການກອງທຶນ​ສາກົນ IMF.

ບັນດາ 5 ປະ​ເທດ​ທີ່ກຳລັງ​ພັດທະນາເຫຼົ່ານີ້ ມີ​ຄວາມບໍ່ພໍ​ໃຈ​ກັບທະນາ ຄານ​ໂລກ ​ແລະ
ອົງການກອງ​ທຶນສາກົນ ທີ່ຢູ່​ພາຍໃຕ້ການ​ຄອບ​ງຳ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ ຊຶ່ງເຫັນ​ວ່າ
ຄວນຈະມີ​ການ​ປະຕິ​ຮູບ.

BRICS LAUNCH BANKS VOSOT
please wait

No media source currently available

0:00 0:01:10 0:00

ສຳນັກງານ​ໃຫຍ່​ຂອງ​ທະນະ​ຄານ​ໃໝ່​ດັ່ງກ່າວ ຈະຕັ້ງຢູ່ນະຄອນ ຊຽງ​ໄຮ້ ​ແລະ ຜູ້ອຳນວຍ
ການໃຫຍ່​ຄົນທຳ​ອິດ ຂອງ​ທະນະ​ຄານ​ ແມ່ນ​ມາ​ຈາກ​ປະ​ເທດ​ອິນ​ເດຍ ຂະນະທີ່ປະທານ
ໃຫຍ່ ແມ່ນ​ຄົນ​ຊາວບຣາຊີ​ລ.

ບັນດາ 5 ປະ​ເທດ​ຈາກກຸ່ມ BRICS ຈະລົງທຶນ​ໃນ​ທະ​ຄານ​ໃໝ່​ນີ້ ​ໃນ ຈຳນວນ​ເງິນທີ່​ບໍ່​ເທົ່າ
ກັນ ຄືຈີນ​ຈະ​ສະໜອງ 41 ຕື້​ດອນ​ລາ ສຳຫລັບອົງການທີ່ເປັນທາງເລືອກຕໍ່ກອງທຶນສາກົນ
IMF ໃນຂະນະທີ່ ບຣາຊີ​ລ ອິນ​ເດຍ ​ແລະຣັດ​ເຊຍ ຈະລົງທຶນປະເທດລະ 18 ຕື້​ດອນ​ລາ​
ແລະ ອາ​ຟຣິກາ​ໃຕ້ ຈະ​ປະກອບສ່ວນ 5 ຕື້​ດອນ​ລາ.

New Development Bank Likely to Top Agenda of BRICS Summit in Brazil
please wait

No media source currently available

0:00 0:02:37 0:00

XS
SM
MD
LG