ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເວັບໄຊຕ໌ ອົງການຂ່າວຣອຍເຕີ້ ຢູ່ໃນປະເທດຈີນ ເຂົ້າອ່ານ ບໍ່ໄດ້


ແຜນທີ່ຈີນ
ແຜນທີ່ຈີນ

ອົງການ​ຂ່າວຣອຍ​ເຕີ້ກ່າວ​ວ່າ ໜ້າເວັບ​ໄຊ​ຕ໌ຂ່າວຂອງຕົນ ​ມີ​ບັນ
ຫາ​ເຂົ້າ​ໄປ​ອ່ານ​ບໍ່​ໄດ້ ຢູ່​ໃນ​ຈີນ​ແຜ່່ນດິນ​ໃຫຍ່ ໃນອັນ​ປາກົດ​ວ່າ
​ເປັນຄວາມ​ພະຍາຍາມ​ຫລ້າ​ສຸດ​ຂອງປັກ​ກິ່ງ ​ທີ່ຈະຂັດຂວາງບໍ່
ໃຫ້ຜູ້ຄົນເຂົ້າໄປຊົມໃຊ້ສື່ມວນຊົນ​ຂອງ​ປະ​ເທດ​ຕາເ​ວັນ​ຕົກ.

ອົງການ​ຂ່າວຣອຍເຕີ້ ທີ່ມີຫ້ອງການຕັ້ຢູ່ອັງກິດ ກ່າວ​ຢູ່​ໃນ​ລາຍ​
ງານ​ໃນ​ວັນ​ສຸກ​ມື້​ນີ້​ວ່າ ຍັງ​ບໍ່​ເປັນ​ທີ່​ແຈ້ງ​ຂາວເທື່ອວ່າ ​ເປັນ​ຫຍັງ​
ບັນດາ​ຜູ້​ຊົມໃຊ້ ​ຢູ່​ໃນປະ​ເທດ​ຈີນ ຈຶ່ງ​ຖືກ​ຂັດຂວາງບໍ່ໃຫ້​ເຂົ້າ​ໄປ
ຍັງເວັບໄຊຕ໌ ທັງພາສາ​ອັງກິດ​ແລະ​ພາສາຈີນຂອງ ຕົນ.

ຖະ​ແຫລ​ງການ​ສະບັບ​ນຶ່ງ​ ຂອງອົງການ​ຂ່າວຣອຍ​ເຕີ້ ກ່າວວ່າ
“ອົງການ​ຂ່າວຣອຍ​ເຕີ້ ມີ​ຄວາມໝັ້ນໝາຍ​ຕໍ່ການລາຍງານຂ່າວ ​ຢ່າງ​ຍຸດຕິ​ທຳ ​ແລະ​ຖືກ
ຕ້ອງ ຢູ່​ໃນທົ່ວ​ໂລກ. ພວກ​ເຮົາ​ຮັບ​ຮູ້ໃນ​ຄວາມ​ສຳຄັນ​ອັນ​ຍິ່ງ​ໃຫຍ່ ຂອງ​ຂ່າວ​ກ່ຽວ​ກັບ ປະ
​ເທດ​ຈີນ ​ສຳຫລັບ​ບັນດາ​ລູກຄ້າ​ຂອງ​ເຮົາ​ທັງ​ໝົດ ​ແລະ​ພວກ​ເຮົາ​ຫວັງ​ວ່າ ໜ້າເວັ​ບ​ໄຊ​ຕ໌
ຂອງ​ພວກ​ເຮົາ​ຈະ​ໄດ້ຮັບການຟື້ນຟູ​ຄືນ ​ຢູ່​ໃນປະ​ເທດ​ຈີນ ​ໃນ​ອີກ ບໍ່ຊ້າ​ນີ້.”

ລາຍ​ງານ​ກ່າວ​ເພີ້​ມ​ເຕີ​ມວ່າ ຂ່າວ​ການ​ເງິນ​ຂອງອົງການ​ຂ່າວຣອຍ​ເຕີ້ ​ແລະ​ຂໍ້ມູນ ກ່ຽວກັບ
ບໍລິ​ການ​ຕ່າງໆ​ນັ້ນ ແມ່ນຍັງ​ມີໃຫ້ຊົມໃຊ້​ຢູ່່.

ພັກ​ຄອມ​ມິ​ວນິສຈີນ ​ໄດ້​ທຳການຂັດຂວາງເພີ້ມ​ຂື້ນ ຕໍ່​ເວັ​ບ​ໄຊ​ຕ໌ຂ່າວ​ຕ່າງປະ​ເທດ​ໃນໄລຍ
ສອງສາມ​ປີ​ທີ່ຜ່ານມານີ້ ຮວມທັງ The New York Times, The Wall Street Journal ​ແລະ Bloomberg News. ໜ້າ​ເວັ​ບ​ໄຊ​ຕ໌ ຂອງ VOA ກໍມັກ​ຈະ​ໄດ້ຮັບການຂັດຂວາງຢູ່
ເລື້ອຍໆ​ເຊັ່ນ​ດຽວ​ກັນ.

ບັນດາ​ເຈົ້າໜ້າ​ທີ່​ຈີນ ​ໄດ້​ຕິຕຽນອົງການຂ່າວຂອງ​ປະ​ເທດ​ຕາ​ເວັນ​ຕົກ ຊຳ້ແລ້ວ​ຊຳ້​ອີກ ທີ່
ພິມ​ເຜີ​ຍ​ແຜ່​ເລື້ອງ​ຕ່າງໆ ຮວມທັງ​ການ​ຕິຕຽນ​ບັນດາຜູ້ນຳ​ພັກຄອມ​ມິ​ວ ນິສ. ຄວາ​ມຈິງ​ແລ້ວ ອົງການຂ່າວພາຍໃນປະເທດຕ່າງໆເກືອບ​ທັງ​ໝົດ ຢູ່​ຈີນ ແມ່ນຖືກ​ຄວບ​ຄຸມ ຫລືຖືກຊັກຈູງ​ຢ່າງໜັກຈາກພັກຄອມມິວນິສ.

XS
SM
MD
LG