ພາບຖ່າຍຕ່າງໆຈາກດາວທຽມ ເມື່ອບໍ່ດົນມານີ້ ສະແດງໃຫ້ເຫັນ
ວ່າ ຈີນພວມກໍ່ສ້າງເດີ່ນບິນ ໃສ່ເກາະດອນ ທີ່ຖົມເອົາເອງ ໃນ
ເຂດນຶ່ງ ຂອງທະເລຈີນໃຕ້ ທີ່ຍັງເປັນບັນຫາໂຕ້ແຍ້ງກັນຢູ່ນັ້ນ
ແລະ ອາດມີແຜນ ທີ່ຈະສ້າງຕື່ມອີກແຫ່ງນຶ່ງ.
ວາລະສານ ດ້ານການປ້ອງກັນປະເທດ ລາຍອາທິດ Jane’s
Defense Weekly ລາຍງານວ່າ ພາບຖ່າຍຕ່າງໆ ທີ່ລົງວັນທີ
23 ມີນາ ຈາກບໍລິສັດ Airbus Defense and Space ໄດ້
ສະແດງໃຫ້ເຫັນເຖິງ ການດຳເນີນການ ກໍ່ສ້າງທາງແຫລ່ນ
ເຮືອບິນ ໃສ່ເກາະ Fiery Cross ໃນໝູ່ເກາະ Spratly ຊຶ່ງເປັນ
ເຂດນ້ຳແດນດິນ ທີ່ມີການອ້າງເອົາກຳມະສິດ ຂອງເພື່ອນບ້ານ
ຫລາຍໆ ປະເທດ ລວມມີ ຫວຽດນາມ ໄຕ້ຫວັນ ແລະ ຟີລິບປິນ.
ສ່ວນພາບອື່ນໆ ທີ່ຖ່າຍເອົາໄວ້ໃນເດືອນມີນາ ສະແດງໃຫ້ເຫັນວ່າ ຈີນອາດຈະກໍ່ສ້າງເກາະ
ທຽມທີ່ຖົມເອງ ໃຫ້ໃຫຍ່ພໍ ເພື່ອຮອງຮັບເດີ່ນບິນໄດ້ ທີ່ສາມາດນຳໃຊ້ ໃນດ້ານພົນລະເຮືອນ ແລະ ດ້ານທະຫານ.
ປັກກິ່ງ ໄດ້ປະຕິເສດຕໍ່ການຕຳໜິຕິຕຽນ ຊ້ຳແລ້ວຊ້ຳອີກ ຕໍ່ການຖົມດິນເພື່ອສ້າງເກາະທຽມ ໂດຍອ້າງວ່າ ຈີນມີສິດອະທິໄຕໃນບໍລິເວນນັ້ນ.
ເມື່ອອາທິດກ່ອນນີ້ ຮູບພາບດາວທຽມຕ່າງໆ ໄດ້ສະແດງໃຫ້ເຫັນວ່າ ຈີນຍັງໄດ້ຂະຫຍາຍ
ອອກໄປອີກ ໃນສອງເກາະ ທີ່ໝູ່ເກາະ Paracel ຊຶ່ງເປັນເຂດ ທີ່ມີການອ້າງກຳມະສິດໂດຍ
ຫວຽດນາມ.
ສະຫະລັດ ໃນວັນອັງຄານຜ່ານມາ ໄດ້ຮຽກຮ້ອງໃຫ້ຈີນ ດຳເນີນການແກ້ໄຂຢ່າງສັນຕິ ຕໍ່
ບັນຫາຂັດແຍ້ງ ເລື້ອງເຂດນ້ຳແດນດິນ ຢູ່ໃນທະເລຈີນໃຕ້.
ໃນອາທິດນີ້ເຊັ່ນກັນ ພົນເຮືອເອກ Samuel Locklear ຜູ້ບັນຊາການ ໃນເຂດ ມະຫາສະມຸດ ປາຊີຟິກຂອງສະຫະລັດ ກ່າວຖະແຫລງ ຕໍ່ບັນດາຜູ້ແທນສະຫະລັດວ່າ ຈີນ ແມ່ນ “ບໍ່ມີທ່າທີວ່າຈະຊ້າລົງ ໃນຈັງວະຂອງການພັດທະນາດ້ານທະຫານ ຂອງພວກເຂົາເຈົ້າ ໃຫ້ທັນສະໄໝຂຶ້ນ ໂດຍສະເພາະ ແມ່ນກອງທັບເຮືອ” ທີ່ໄດ້ເພີ້ມອິດທະພົນຂອງປະເທດ ໃນທະເລຈີນ ໃຕ້ ແລະ ທະເລຈີນຕາເວັນອອກນັ້ນ.