ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທຳນຽບຂາວ ບໍ່​ປະຕິ​ເສດ ຫຼືຢືນຢັນ​ ວ່າ ປ. ​ໂອ​ບາ​ມາ ​ສົ່ງ​ຈົດໝາຍ ​ໄປ​ເຖິງ ຜູ້ນຳ​ອີ​ຣ່ານ


Obama, Rouhani Face Domestic Opposition to Nuclear Deal
please wait

No media source currently available

0:00 0:03:11 0:00

ເບິ່ງວີດີໂອ ລາຍງານກ່ຽວກັບເລື້ອງນີ້ ຂອງ ນັກຂ່າວວີໂອເອ Scott Stearns

ທຳນຽບຂາວ ບໍ່​ໄດ້​ປະຕິ​ເສດ ຫຼືໃຫ້ການຢືນຢັນ​ ຕໍ່ລາຍ​ງານ​ຂ່າວ
ຂອງໜັງສືພິມ​ສະບັບ​ນຶ່ງ ທີ່​ກ່າວ​ວ່າ ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ
​ໄດ້​ສົ່ງ​ຈົດໝາຍ ​ໄປ​ເຖິງຜູ້ນຳ​ສູງ​ສຸດ​ຂອງ​ອີ​ຣ່ານ Ayatollah Ali
Khamenei ກ່ຽວ​ກັບ​ການ​ຕໍ່ສູ້​ຕ້ານ​ ພວກ​ຫົວຮຸນ​ແຮງ​ລັດ​ອິສລາມ.

​ໂຄສົກທຳ​ນຽບຂາວ ທ່ານ Josh Earnest ກ່າວ​ໃນ​ວັນ​ພະຫັດ
​ວານ​ນີ້​ວ່າ ທ່ານ​ເອງ ບໍ່​ຢູ່​ໃນ​ຖານະ ທີ່​ຈະກ່າວເຖິງ ການ​ຕິດຕໍ່
ທາງ​ຈົດໝາຍ ເປັນການສ່ວນ​ຕົວ ລະຫວ່າງ ປະທານາທິບໍດີ ​ກັບ
​ຜູ້ນຳ​ໃດໆ​ໃນ​ໂລກ.

​ແຕ່​ທ່ານ Earnest ກ່າວ​ວ່າ ນະ​ໂຍບາຍ​ຂອງ​ສະຫະລັດ ຕໍ່​ອີຣ່ານ ​ແມ່ນ​ບໍ່ມີ​ການ​ປ່ຽນ​ແປງ
ໃດໆ ​ແລະວ່າ ສະຫະລັດ​ຈະ​ບໍ່​ມີການຮ່ວມ​ໄມ້​ຮ່ວມ​ມື​ທາງດ້ານທະຫານ ຫຼື ແບ່ງປັນຂໍ້ມູນ
ດ້ານສືບລັບໃດໆ ກັບອີຣ່ານ.

ໜັງສືພິມ​ the Wall Street Journal ​ໄດ້​ລາຍ​ງານ​ວ່າ ປະທານາທິບໍດີໄດ້​ຂຽນ​ຈົດໝາຍ​ເຖິງ ຜູ້ນຳ​ຂອງ​ອີຣ່ານ ເມື່ອ​ເດືອນ​ແລ້ວ​ນີ້ ​ແລະ ​ໄດ້​ກ່າວ​ເຖິງ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ​ຂອງທັງ​ສອງປະເທດ ໃນ​ການ​ຕໍ່ສູ້​ກັບພວກ​ຫົວຮຸນ​ແຮງ​ລັດ​ອິສລາມ.

ທ່ານ ​ໂອ​ບາ​ມາ ​ໄດ້ກ່າວ​ຕໍ່​ກອງ​ປະຊຸມຜູ້​ສື່​ຂ່າວ ​ເມື່ອ​ວັນ​ພຸດ​ຜ່ານ​ມາ​ວ່າ ສະຫະລັດ ​ແລະ ກຸ່ມ 5 ປະ​ເທດ​ມະຫາ​ອຳນາດ ບວກນຶ່ງ ຫຼື P5 plus 1 ທີ່​ເປັນ​ພັນທະ​ມິດ​ຂອງ​ຕົນ​ນັ້ນ ​ ໄດ້​ຍື່ນ​ໂຄງ​ຮ່າງ ​ກ່ຽວກັບ​ຂໍ້​ຕົກລົງ​ນິວ​ເຄລຍ ​ໃຫ້​ແກ່​ອີຣ່ານ​ແລ້ວ.

ທ່ານ​ເອີ້ນ​ໂຄງ​ຮ່າງດັ່ງກ່າວນີ້​ວ່າ​ ເປັນ​ຄວາມຄືບໜ້າເທື່ອ​ລະ​ກ້າວ ໃນ ການກວດພິສູດເພື່ອ​
ຈະໃຫ້ອີຣ່ານຫ​ລຸດພົ້ນ ອອກ​ຈາກ​ການ​ລົງ​ຖືກໂທດ​ ຮ້າຍແຮງ ​ແລະ ກັບ​ຄືນ​ເຂົ້າມາຮ່ວມ​
ປະຊາ​ຄົມນາໆ​ຊາດ.

​ແຕ່​ແນວໃດກໍຕາມ ທ່ານໂອ​ບາ​ມາ ​ເອີ້ນ​ຂໍ້​ຕົກລົງ​ນັ້ນວ່າ ​ມັນເປັນ “ຄຳ​ຖາມ​ທີ່​ເປີດກວ້າງຢູ່​” ກ່ຽວກັບວ່າ​ຜູ້ນຳ​ອີຣ່ານຈະ​ເຮັດໃນ​ອັນ​ທີ່​ເປັນ​ຜົນ​ດີ​ທີ່​ສຸດ​ສຳ​ຫລັບ​ປະ​ເທດ​ຂອງຕົນ ​ແລະສຳ​ຫລັບ​ໂລກຫຼືບໍ່.

IRAN OBAMA LETTER VOSOTVO
please wait

No media source currently available

0:00 0:01:16 0:00

XS
SM
MD
LG