ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ມີການເຕືອນໄພ ສຸນາມິ ແຕ່ຍົກເລີກຕໍ່ມາ ຫຼັງຈາກ ເກີດແຜ່ນດິນໄຫວ ແຮງ 7.3 ຢູ່ອິນໂດເນເຊຍ


ແຜນທີ່ອິນໂດເນເຊຍ
ແຜນທີ່ອິນໂດເນເຊຍ

ແຜ່ນດິນໄຫວຂະໜາດແຮງໄດ້ເກີດຂຶ້ນຢູ່ນອກແຄມຝັ່ງຂອງ
ອິນໂດເນເຊຍ ຊຶ່ງພາໃຫ້ ມີການເຕືອນໄພ ກ່ຽວກັບຟອງຍັກ
ສຸນາມິ ຢູ່ໃນເຂດຕ່າງໆທີ່ໄກອອກໄປເຖິງ 300 ກິໂລແມັດ.

ການເຕືອນໄພກ່ຽວກັບສຸນາມິ ໄດ້ມີການຍົກເລີກໃນເວລາຕໍ່
ມາຫລັງຈາກມີລາຍງານວ່າ ໄດ້ເກີດຄວາມເສຍຫາຍແຕ່ພຽງ
ເລັກນ້ອຍ ແລະບໍ່ມີຜູ້ໃດບາດເຈັບລົ້ມຕາຍ.

ແຜ່ນດິນໄຫວທີ່ມີຄວາມແຮງ 7.3 ຣິກເຕີ້ໄດ້ເກີດຂຶ້ນໃນເວລາ
10 ໂມງເຄິ່ງໃນຕອນເຊົ້າຂອງວັນເສົາມື້ນີ້ຕາມເວລາທ້ອງຖິ່ນ
ໃກ້ໆຈຸດສູນກາງ ຢູ່ນອກແຄມຝັ່ງ ຂອງໝູ່ເກາະ Maluku ໃນ
ພາກຕາເວັນອອກຂອງອິນໂດ ເນເຊຍ. ອົງການສຳຫຼວດທໍລະນີວິທະຍາ ຂອງສະຫະລັດ
ກ່າວວ່າ ແຜ່ນດິນໄຫວ ໃນຄັ້ງນີ້ແມ່ນຢູ່ເລິກລົງໄປຈາກໜ້າດິນ 46 ກິໂລແມັດ.

ປະເທດອິນໂດເນເຊຍ ແມ່ນຕັ້ງຢູ່ເທິງຮອຍແຕກວົງແຫວນໄຟຂອງຂົງເຂດປາຊີຟິກຊຶ່ງມີ ທ່າອຽງທີ່ຈະພາໃຫ້ເກີດແຜນດິນໄຫວ ແລະພູໄຟນັ້ນ.

INDONESIA EARTHQUAKE VO
please wait

No media source currently available

0:00 0:00:32 0:00

XS
SM
MD
LG