ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໓໑ ມີນາ ໒໐໒໓

ໄອຍະການເກົາຫຼີໃຕ້ ຈະຮ້ອງຂໍ ໂທດປະຫານຊີວິດ ສຳຫລັບ ກັບຕັນເຮືອຂ້າມຟາກ Sewol


ຮູບພາບ ຂອງບັນດານັກຮຽນມັດທະຍົມ ຜູ້ເສຍຊີວິດ ເມື່ອກາງເດືອນເມສາ ໃນໂສກນາດຕະກຳ ເຮືອຂ້າມຟາກ Sewol ຫລົ້ມຈົມນ້ຳ ໄດ້ຖືກຕົບແຕ່ງ ດ້ວຍໂບສີເຫຼືອງ ອຸທິດແດ່ຜູ້ເຄາະຮ້າຍທັງຫຼາຍ ຢູ່ກາງນະຄອນຫລວງໂຊລ, ວັນທີ 27 ຕຸລາ 2014.

ທີ່​ເກົາຫລີ​ໃຕ້ ໃນ​ວັນ​ຈັນ​ມື້​ນີ້ ບັນດາໄອ​ຍະ​ການ ​ໄດ້​ຮຽກຮ້ອງ​ໃຫ້​
ລົງ​ໂທດ​ປະຫານ​ຊີວິດ ກັບຕັນ​ເຮືອ​ຂ້າມ​ຟາກ Sewol ທີ່​ໄດ້​ຈົມ​ລົງ
ທະ​ເລເມື່ອ​ເດືອນ​ເມສາ​ປີ​ນີ້ ​ເຮັດ​ໃຫ້ຫຼາຍກວ່າ 300 ຄົນ​ເສຍ​ຊີວິດ.
​ເຂົາ​ເຈົ້າ ຍັງ​ຮຽກຮ້ອງ​ໃຫ້​ລົງ​ໂທດຈຳ​ຄຸກ​ຕະຫລອດ​ຊີວິດ ​ລູກ​ເຮືອ
ຂັ້ນອະ​ວຸ​ໂສອີກ 3 ຄົນ.

ບັນດາໄອ​ຍະ​ການ ຈະ​ຮ້ອງ​ຂໍ​ໂທດ​ທີ່​ຕ່ຳ​ກວ່າ ຄື​ຕິດ​ຄຸກລະຫວ່າງ
15 ຫາ 30 ປີ ສຳ​ຫລັບລູກ​ເຮືອ​ອີກ 11 ຄົນ ​ທີ່​ຍັງ​ເຫຼືອ.

​ເປັນ​ທີ່ຄາດ​ກັນ​ອີກວ່າ ສານຈະ​ກຳນົດ​ມື້​ອອກ​ຄຳ​ພິ​ພາກ​ສາ​
ຂອງ​ຕົນ ​ໃນ​ຕອນ​ແລງ​ຂອງ​ວັນ​ຈັນ​ມື້​ນີ້.

SOUTH KOREA FERRY VO
please wait
Embed

No media source currently available

0:00 0:00:56 0:00

ກັບຕັນແລະລູກ​ເຮືອ 14 ຄົນ ຂອງ​ເຮືອ​ຂ້າມ​ຟາກເກົາຫຼີ​ໃຕ້ ທີ່​ໄດ້ໄປມີໜ້າ​ຢູ່​ໃນ​ສານ​ເມືອງ Gwangju ວັນ​ຈັນ​ມື້​ນີ້ ​ແມ່ນຮວມຢູ່​ໃນ​ກຸ່ມ​ທຳ​ອິດ​ທີ່​ສະລະ​ເຮືອ​ກ່ອນໝູ່ ​ເວລາ​ເຮືອ​ກຳລັງ​ຈົມ​ລົງ.

ພວກ​ລູກ​ເຮືອທັງ​ໝົດ​ຖືກ​ກ່າວ​ຫາ​ວ່າ ສະລະ​ເຮືອ​ຂ້າມຟາກ ຫຼັງຈາກ​ທີ່​ໄດ້​ບອກ​ຜູ້​ໂດຍສານ​ທັງ​ໝົດ ສ່ວນຫຼາຍ​ແມ່ນ​ນັກ​ຮຽນ​ມັດ​ທະຍົມ ​ຊ້ຳ​ແລ້ວຊ້ຳອີກ​ວ່າ ​ໃຫ້​ຢູ່​ໃນ​ເຮືອ.

ບັນດາ​ສະ​ມາ​ຊິກ​ຄອບຄົວ​ຜູ້​ເຄາະ​ຮ້າຍ ກໍ​ໄດ້​ໄປ​ມີໜ້າ​ຢູ່​ໃນ​ສານ​ເຊັ່ນ​ກັນ​ໃນ​ວັນ​ຈັນ​ມື້​ນີ້.

ວີດີໂອ ກ່ຽວກັບເຮືອຫລົ້ມ ເມື່ອກາງເດືອນເມສາ ຕົ້ນປີນີ້:

Death Toll Passes 100 as Divers Search South Korea Ferry
please wait

No media source currently available

0:00 0:02:04 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ລາຍການວິທະຍຸ-ໂທລະພາບ ຂອງວີໂອເອ ລາວ
please wait

No live streaming currently available

0:00 0:00 Live

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG