ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເຈົ້າ​ຊາຍ William ​ພ້ອມພະ​ຊາ​ຍາ ເຈົ້າ​ຍິງ Kate ​​​ແນະ​ນໍາ ພະ​ໂອລົດ (ວີດີໂອ/ສະໄລດ໌)


ເຈົ້າ​ຊາຍ William ພ້ອມພະ​ຊາ​ຍາ ເຈົ້າ​ຍິງ Kate ​ໂບກ​ມື​​ໃຫ້ຝູງຊົນ ທີ່​ລໍຖ້າ​ຮັບ​ສະ​ເດັດ ຢູ່​ນອກ​ໂຮງພະຍາບານ St. Mary ​​ນັ້ນ
ເຈົ້າ​ຊາຍ William ພ້ອມພະ​ຊາ​ຍາ ເຈົ້າ​ຍິງ Kate ​ໂບກ​ມື​​ໃຫ້ຝູງຊົນ ທີ່​ລໍຖ້າ​ຮັບ​ສະ​ເດັດ ຢູ່​ນອກ​ໂຮງພະຍາບານ St. Mary ​​ນັ້ນ
ເຈົ້າ​ຊາຍ William ​ພ້ອມພະ​ຊາ​ຍາ ເຈົ້າ​ຍິງ Kate ​ໄດ້​ຊົງສະ​ເດັດ​ອອກ​
ຈາກ​ໂຮງພະຍາບານແລ້ວ ​ໃນ​ວັນ​ອັງຄານ​ວັນ​ນີ້ ​ຫລັງ​ຈາກ​ໄດ້​ຊົງ​ເປີດ
​ໂອກາດ ໃຫ້​ຊາວ​ໂລກ​ໄດ້​ເຫັນ​ພະ​ພັກ​ຂອງເຈົ້າ​ຊາຍອົງນ້ອຍ ຜູ້​ຊຶ່ງ​ຈະ​
ໄດ້ສືບ​ບັນ​ລັງຂອງ​ອັງກິດ ​ໃນ​ອະນາຄົດ.

ທັງ​ສອງ​ພະ​ອົງຊົງຫົວຍິ້ມ​ ​ເວລາ​ອອກ​ມາ​ປະກົດ​ອົງ​ຢູ່​ຂັ້ນ​ໄດ​ຂອງ​ໂຮງໝໍ
​ໂດຍ​ມີເຈົ້າ​ຊາຍ William ຊົງອູ້ມ​ເຈົ້າ​ຊາຍອົງ​ນ້ອຍ ຢືນ​ຢູ່​ຄຽງ​ຂ້າງ​
ພະ​ຊາ​ຍາ ເຈົ້າ​ຍິງ Kate ​ເພື່ອແນະ​ນໍາ​ອົງ​ຊາຍ​ນ້ອຍ​ທີ່​ຍັງ​ບໍ່​ທັນ​ຕັ້ງ​
ພະນາ​ມ​ເທື່ອນັ້ນ ​ໃຫ້​ຝູງ​ຊົນຜູ້​ທີ່​ປາດ​ຖະໜາ​ດີ​ແລະ​ບັນດາ​ຊ່າງ​ພາບ​
ທີ່​ມາເຕົ້າ​ໂຮມ​ກັນ​ ຢູ່​ທາງ​ນອກໂຮງພະຍາບານ St. Mary ​ໃຈກາງ​ກຸງ
​ລອນ​ດອນ ນັ້ນ. ​

ເຈົ້າ​ຍິງ Kate ​ຕັດ​ວ່າ ​ຊົງຮູ້ສຶກ “ຕື້ນ​ຕັນ​ພະໄທ​ຫຼາຍ” ຫຼັງຈາກທີ່​ຊົງ​ຄອດ​ອົງຊາຍ​ນ້ອຍ​ແລ້ວ
​ແລະວ່າ ​ມັນເປັນ​ວາລະ​ທີ່​ພິ​ເສດ ​ແລະ​ຄົງ​ເປັນຄວາມ​ຮູ້ສຶກ​ທີ່ຄຸ້ນ​ເຄີຍ ສໍາລັບ​ພໍ່​ແມ່ຄົນໃດ ກໍຕາມ
ທີ່​ຫາ​ກໍ​ໄດ້​ລູກນ້ອຍ​ນັ້ນ.

ເຈົ້າ​ຊາຍ William ​ໄດ້​ຊົງ​ຕັດວ່າ ພະ​ອົງທັງສອງ​ຍັງກໍາລັງເລືອກ​ສັນພະນາ​ມ​ອັນ​ເໝາະສົມ
ແລະ​ຊົງ​ກຽດ​ໃຫ້ອົງຊາຍ​ນ້ອຍຢູ່ ​ແລະ​ຊົງເວົ້າ​ຫລິ້ນ​ວ່າ ພະ​ໂອລົດທີ່​ຫາ​ກໍປະສູດ​ໃໝ່ ​ໜັກ 3.8
ກິ​ໂລກຣາມນີ້ ຊຶ່ງ​ກໍຈົມ​ພໍ​ສົມຄວນ.

ຫລັງ ​ຈາກ​ນັ້ນ ທັງ​ສອງ​ພະ​ອົງ​ກໍ​ຊົງ​ກັບ​ຄືນ​ເຂົ້າ​ໄປ​ໃນ​ໂຮງໝໍ ​ເພື່ອ​ເອົາ​ພະ​ໂອລົດ​ໄປ​ໃສ່​ໃນ​
ອູ່ຫິ້ວສໍາລັບ​ທາລົກ ​ແລ້ວ​ກໍ​ພາກັນ​ອອກ​ມາ​ຂຶ້ນ​ລົດ​ເພື່ອ​ສະ​ເດັດ​ ກັບ​ຄືນ​ສູ່​ພະລາດ​ຊະ​ວັງ
Kensington ທີ່​ພໍານັກ​ສ່ວນ​ພະ​ອົງ ​ໂດຍ​ມີ​ເຈົ້າ​ຊາຍ William ​ຊົງ​ຂັບ​ເອງ ​ແລະ​ເຈົ້າ​ຍິງ
Kate ຊົງ​ປະ​ທັບ​ຢູ່​ທາງ​ຫລັງ​ກັບ​ພະ​ໂອລົດ ​ຄື​ກັນ​ກັບ​ຄົນ​ທໍາ​ມະ​ດາສາມັນ ບໍ່​ມີຄົນ​ຕິດຕາມ​
ຫລື​ຂະ​ບວນ​ແຫ່​ໃດໆ.


XS
SM
MD
LG