ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໓໐ ພຶດສະພາ ໒໐໒໓

ຊາວຜິວດຳ ອີກຄົນນຶ່ງ ຖືກຕຳຫຼວດ ຍິງຕາຍ ທີ່ລັດມິສຊູຣີ


ພາບວີດີໂອ ສະແດງໃຫ້ເຫັນຕຳຫຼວດ ທີ່ພົວພັນໃນການກວດ ກາປ້ຳນ້ຳມັນແຫ່ງນຶ່ງ ໃນເມືອງ Berkeley ລັດ Missouri ວັນທີ 23 ທັນວາ 2014.

ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຄົນ​ນຶ່ງ​ໄດ້​ຍິງຜູ້​ຊາຍ​ຜິວ​ດຳ​ທີ່​ມີອາວຸດ​ຄົນ​ນຶ່ງ​
ຕາຍ​ໃນ​ເຂດ​ຊານ​ເມືອງ St. Louis ​ໃກ້ໆ​ກັບ​ບ່ອນ​ທີ່​ໄວ​ລຸ່ນຜິວ​
ດຳທີ່​ບໍ່​ມີ​ອາວຸດ​ຕິດ​ໂຕ​ຄົນ​ນຶ່ງ​ຖືກຍິງ​ຕາຍໂດຍ​ເຈົ້າ​ໜ້າທີ່​ຕຳຫຼວດ
​ຜິວ​ຂາວ ​ໃນ​ເດືອ​ນສິງ ຫາ​ຜ່ານ​ມາ​ນັ້ນ.

​ເຫດການ​ຍິງ​ກັນ​ດັ່ງກ່າວ​ໄດ້​ເກີດ​ຂຶ້ນ​ໃນ​ແລງ​ວັນ​ອັງຄານ​ມື້ກ່ອນ​ນີ້
ທີ່​ປ້ຳ​ນ້ຳມັນ​ແຫ່ງ​ນຶ່ງ​ໃນ​ເມືອງ Berkeley ລັດ Missouri.

ທ່ານ Jon Belmar ​ໂຄສົກ​ປະຈຳ​ກົມ​ຕຳຫຼວດ​ເມືອງ ກ່າວ​ວ່າ ​
ເຈົ້າ​ໜ້າ​ທີ່​ຕຳຫຼວດ​ໄດ້​ປະ​ເຊີນ​ໜ້າ​ກັບ​ຜູ້​ຊາຍ 2 ຄົນ​ໃນ​ລະຫວ່າງ
​ທີ່ເຈົ້າໜ້າ​ທີ່​ຄົນ​ນີ້ ທຳ​ການ​ກວດກາ​ເປັນ​ປະຈຳ​ຂອງ​ເຈົ້າ​ໜ້າ​ທີ່
ທີ່​ປ້ຳ​ນ້ຳມັນ​ແຫ່ງ​ນີ້. ​ໂຄສົກ​ຄົນ​ນີ້​ກ່າວ​ຕໍ່​ໄປ​ວ່າ ຊາຍ​ຄົນ​ນຶ່ງ​ເອົາປືນ​ແນ​ໃສ່ຕຳຫຼວດ ຊຶ່ງ​ໄດ້​ກະ​ຕຸ້ນ​ໃຫ້​ຕຳຫຼວດ​ເປີດ​ສາກ​ຍິງ​ໃສ່​ຊາຍ​ຄົນ​ນີ້. ຜູ້​ຊາຍຄົນທີ​ສອງ​ໄດ້​ເອົາ​ໂຕ​ຫລົບໜີ​ໄປ.

ທ່ານ Belmar ກ່າວ​ວ່າ ຜູ້​ຕ້ອງ​ສົງ​ໄສ ທີ່​ສື່​ມວນ​ຊົນ​ໃນ​ທ້ອງ​ຖິ່ນ ຢັ້ງຢືນ​ວ່າ ​ແມ່ນ​ນາຍ Antonio Martin ​ໄວ 18 ປີ ມີ​ປະວັດ​ຄວາມ​ເປັນ​ມາ​ທີ່​ມັກ​ປະ​ເຊີນ​ກັບ​ເຈົ້າ​ໜ້າ​ທີ່​ປະຕິບັດ​ກົດໝາຍ ຮວມທັງ​ການ​ບຸກ​ໂຈມ​ຕີ ການ​ປຸ້ນ​ຈີ້ ​ແລະ​ລັກຂະ​ໂມ​ຍທີ່​ໃຊ້​ອາວຸດ.

ທ່ານ Theodore Hoskins ​ເຈົ້າ​ຄອງ​ກຳ​ແພງ​ເມືອງ Berkeley ກ່າວ​ໃນ​ລະຫວ່າງ​ກອງ​ປະຊຸມນັກ​ຂ່າວ ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ​ເຈົ້າ​ໜ້າທີ່​ຕຳຫຼວດ​ອາດ​ໄດ້​ຊ່ອຍ​ຊີວິດ​ລາວ​ເອງ ​ໂດຍ​ການ​ຍິງ​ຜູ້​ຕ້ອງ​ສົງ​ໄສ​ນັ້ນ.

ຫຼັງ​ຈາກ​ເຫດການ​ຍິງ​ກັນ​ເກີດ​ຂຶ້ນ​ແລ້ວ ພວກ​ຊາວ​ເມືອງ​ຫລາຍ​ສິບ​ຄົນ​ພາກັນ​ໄປ​ເຕົ້າ​ໂຮມ​ກັນ​ທີ່​ບ່ອນ​ເກີດ​ເຫດ ​ແລະ​ປະ​ເຊີນ​ໜ້າ​ກັບ​ຕຳຫຼວດ.

ທ່ານ Belmar ກ່າວ​ວ່າ ວັດຖຸ​ລະ​ເບີດ 3 ຢ່າງ ອາດ​ຈະ​ເປັນ​ລູກ​ກະ​ໂພກ​ກໍ​ໄດ້ ​ໄດ້​ຖືກ​ແກວ່ງ​ໃສ່​ໃກ້ໆ​ກັບ​ປ້ຳ​ນ້ຳມັນ ​ໃນ​ຂະນະ​ດຽວ​ກັນ ພວກ​ປະ​ທ້ວງ​ພາກັນ​ແກວ່ງ​ກ້ອນ​ຫີນ​ແລະ​ກ້ອນ​ດິນ​ຈີ່​ໃສ່​ຕຳຫຼວດ. ​ເຈົ້າ​ໜ້າ​ທີ່ຕຳຫຼວດ 2 ຄົນ​ໄດ້​ຮັບ​ບາດ​ເຈັບ. ປະຊາຊົນ 4 ຄົນ​ໄດ້​ຖືກ​ຈັບ​ກຸມ ​ແລະ​ຖືກ​ກ່າວ​ຫາ​ຖານ​ທຳ​ການ​ໂຈມ​ຕີ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG