ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລະເບີດຂອງກຸ່ມ Al-Shabab ສັງຫານ ປະຊາຊົນ 7 ຄົນ ໃນໂຊມາເລຍ (ວີດີໂອ)


somalia4may14
please wait
Embed

No media source currently available

0:00 0:00:24 0:00

ເບິ່ງວີດີໂອເລື້ອງນີ້

ການວາງລະ​ເບີດບັ້ນ​ນຶ່ງ ​ໃນ​ນະຄອນຫຼວງ​ຂອງ​ໂຊ​ມາ​ເລຍ ​
ໄດ້​ສັງຫານ​ປະຊາຊົນ​ຢ່າງ​ໜ້ອຍ 7 ຄົນ ຮວມທັງ​ອະດີດ
​ຫົວໜ້າ​ບໍລິຫານ​ຂົງ​ເຂດ​ຂັ້ນ​ອາວຸ​ໂສ ​ຄົນ​ນຶ່ງ.

ບັນດາ​ເຈົ້າ​ໜ້າ​ທີ່​ສືບສວນ​ ​ກ່າວ​ວ່າ ລະ​ເບີດ​ໄດ້​ແຕກ​ຂຶ້ນ
ໃນ​ວັນ​ເສົາ​ວານ​ນີ້ ​ໃນ​ບໍລິ​ເວນ​ສີ່​ແຍກແຫ່ງ​ນຶ່ງ ທີ່​ມີ​ຜູ້​ຄົນ
ສັນຈອນ​ໄປມາ​ຢ່າງ​ຄັບ​ຄັ່ງ ໃນ​ນະຄອນຫຼວງ Mogadishu
​ໃນ​ຂະນະ​ທີ່​ລົດ​ຄັນທີ່​ອະດີດ​ຫົວໜ້າ​ບໍ ລິຫານ​ຂົງ​ເຂດ ຄື​
ພັນ​ເອກ Abdikafi Osman Hilowle ​ນັ່ງ​ມານັ້ນ ແລ່ນ​
ກາຍ​ໄປ​.

ຜູ້​ສື່​ຂ່າວ​ຄົນ​ນຶ່ງ​ກ່າວ ​ຕໍ່​ວີ​ໂອ​ເອ ພະ​ແນ​ກພາສາ​ໂຊມາ​ເລຍວ່າ ພັນ​ເອກ Abdikafi ຊຶ່ງ
ປັດຈຸບັນ ​ເຮັດ​ວຽກ​ຢູ່​ໃນ​ກຳລັງ​ຕຳຫຼວດ​ແຫ່ງ​ຊາດ​ຂອງ​ໂຊ​ມາ​ເລຍ ​ແມ່ນ​ຜູ້​ນຶ່ງ​ ​ໃນ​ຈຳ
ນວນ​ພວກ​ທີ່​ເສຍ​ຊີວິດ​.

ກຸ່ມ​ນັກ​ຕໍ່ສູ້​ຫົວ​ຮຸນ​ແຮງ al-Shabab ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການວາງ​
ລະ​ເບີດຄັ້ງ​ນີ້. ກຸ່ມ​ດັ່ງກ່າ​ວ ຊຶ່ງ​ມີ​ສ່ວນ​ພັວພັນ​ກັບ​ເຄືອ​ຂ່າຍal-Qaida ​ໄດ້​ດຳ​ເນີນ
ການ​ໂຈມ​ຕີມາ​ຫຼາຍ​ບັ້ນ ​ໃນ​ເດືອນ​ຜ່ານ​ມາ​ນີ້ ​ໂດຍແນ​ເປົ້າ​ໝາຍ​ໃສ່​ພວກ​ເຈົ້າ​ໜ້າ​ທີ່
ຂອງ​ລັດຖະບານ.

ພວກ​ທະຫານ​ຂອງສະຫະພາບ​ອາ​ຟຣິກາ ​ແລະ​ໂຊ​ມາ​ເລຍ ​ໄດ້​ຂັບ​ໄລ່ພວກ​ນັກ​ຕໍ່ສູ້​
ຫົວ​ຮຸນ​ແຮງ al-Shabab ອອກ​ຈາກ​ທີ່​ໝັ້ນ​ສ່ວນ​ຫຼາຍ​ຂອງພວກ​ເຂົາ​ ໃນ​ຫົວ​ເມືອງທີ່​
ສຳຄັນ​ແຫ່ງ​ຕ່າງໆ ​ແຕ່​ພວກ​ຫົວ​ຕໍ່ສູ້ຮຸນ​ແຮງ​ເຫຼົ່າ​ນີ້ ກໍ​ຍັງ​ສືບ​ຕໍ່​ທຳການ​ໂຈມ​ຕີ​ ຢູ່ບໍ່​ເຊົາ.

ວີດີໂອ: ກອງທະຫານສະຫະພາບອາຟຣິກາ ຕາມລ່າ ກຸ່ມ al-Shabab ຢູ່ໂຊມາເລຍ:
AU Force Pursues Elusive Enemy in Somalia
please wait

No media source currently available

0:00 0:02:36 0:00
XS
SM
MD
LG