ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຸ່ມ​ນາຍ​ແພດ​ບໍ່​ມີ​ພົມ​ແດນ ກ່າວ​ວ່າ ສະຖານະ​ການ ເຊື້ອອີໂບລາ ​ໃນ​ໄລ​ບີ​ເຣຍ ​ແມ່ນ “ຮ້າຍ​ແຮງຫຼາຍ” (ວີດີໂອ)


ຮູບພາບ Dr. Kent Brantly ຂ້າງຊ້າຍ ທີ່ປ່ິນປົວຄົນເຈັບ ທີ່ຕິດເຊື້ອ Ebolaໃນປີ 2014 ທີ່ໂຮງໝໍແຫ່ງນຶ່ງໃນນະຄອນ Monrovia, ໄລບີເຣຍ ທີ່ ອົງການຊ່ອຍເຫຼືອ Samaritan's Purse ມອບໃຫ້ .
ຮູບພາບ Dr. Kent Brantly ຂ້າງຊ້າຍ ທີ່ປ່ິນປົວຄົນເຈັບ ທີ່ຕິດເຊື້ອ Ebolaໃນປີ 2014 ທີ່ໂຮງໝໍແຫ່ງນຶ່ງໃນນະຄອນ Monrovia, ໄລບີເຣຍ ທີ່ ອົງການຊ່ອຍເຫຼືອ Samaritan's Purse ມອບໃຫ້ .

ກຸ່ມ​ຊ່ວຍ​ເຫຼືອດ້ານ​ການ​ແພດ​ ທີ່​ປິ່ນປົວ​ພວກ​ໄດ້​ຮັບ​ເຄາະ​ຮ້າຍ​
ຈາກ​ເຊື້ອ Ebola ​ໃນ​ອາ​ຟຣິກາ​ຕາ​ເວັນ​ຕົກ ກ່າວ​ວ່າ ຈຳນວນ​
ຂົງ​ເຂດທີ່ຖືກກະທົບ​ ທີ່​ມີ​ເພີ້​ມຂຶ້ນ ​ແລະຊັບພະຍາກອນ​ທີ່​ມີ​ຈຳ
ກັດ ​ເຮັດ​ໃຫ້ຍາກຫຼາຍ ທີ່​ຈະ​ຄວບ​ຄຸມ​ການລະບາດ​ຂອງ​ເຊື້ອ
​ໂຣກດັ່ງກ່າວ ທີ່​ໄດ້​ສັງຫານ​ຜູ້​ຄົນ​ໄປ​ແລ້ວ ​ຫຼາຍ​ກວ່າ 700 ຄົນ.

ກຸ່ມ​ນາຍ​ແພດ​ບໍ່​ມີ​ພົມ​ແດນ ຫຼື Doctors Without Borders ກ່າວ​
ວ່າສະຖານະ​ການ​ໃນ​ໄລ​ບີ​ເຣຍ ​ແມ່ນ “ຮ້າຍ​ແຮງຫຼາຍ” ຍ້ອນ​ຂາດ​
ພະນັກງານ​ທີ່ໄດ້​ຮັບ​ການ​ເຝິກອົບຮົມ ​ແລະຂາດຊັບພະຍາກອນ.

ກຸ່ມ​ດັ່ງກ່າວ​ເວົ້າ​ວ່າ ​ໄດ້​ມີ “ຊ່ອງ​ຫວ່າງ​ຢ່າງ​ຮ້າຍ​ແຮງ” ​ໃນ​ການ​ຮັບ​ມື​ກັບ​ເຊື້ອ Ebola ໃນ
​ປະ​ເທດ Sierra Leone ​ແລະ​ໃນ ໄລ​ບີ​ເຣຍ ​ແລະ​ກໍລະນີຕິດ​ເຊື້ອ​ໂຣກດັ່ງກ່າວລາຍ​ໃໝ່
ໃນ​ປະ​ເທດກີ​ນີ.

ກຸ່ມ​ນາຍ​ແພດ​ບໍ່​ມີ​ພົມ​ແດນ​ໄດ້ເປີດເຜີຍ ​ການ​ຊັ່ງຊາ​ຕີ​ລາຄາ​ຂອງ​ຕົນ​ໃຫ້​ຮູ້ ​ໃນ​ຂະນະ​ທີ່
ອົງການ​ອະນາໄມ​ໂລກ ຫຼື WHO ​ແລະ​ບັນດາ​ຜູ້ນຳ​ຂອງພວກ​ປະ​ເທດ​ທີ່​ໄດ້​ຮັບ​ຜົນ​ກະທົບ
ຈາກ​ເຊື້ອ​ໂຣກດັ່ງກ່າວ ​ພົບ​ປະ ປະຊຸມກັນ​ທີ່ປະ​ເທດ​ກີ​ນີ ​ໃນ​ວັນ​ສຸກ​ຜ່ານ​ມາ​ນີ້ ​ເພື່ອຂຶ້ນ
ແຜນ​ຮັບ​ມື​ສຸກ​ເສີນ ມູນ​ຄ່າ 100 ລ້ານ​ດອນ​ລາ​ ​ໃຫ້​ສຳ​ເລັດ.

Africa's Ebola Nightmare (VOA On Assignment July 11, 2014)
please wait

No media source currently available

0:00 0:03:16 0:00

ທ່ານ​ນາງ Margaret Chan ຫົວໜ້າ​ອົງການ​ອະນາ​ໄມ​ໂລກ ກ່າວ​ວ່າ ພວກ​ພະນັກງານ
​ການ​ແພດ​ຕື່ມ​ອີກ​ຫຼາຍ​ຮ້ອຍ​ຄົນ ​ຈະ​ຖືກ​ສົ່ງ​ໄປ​ຍັງ​ຂົງ​ເຂດ​ດັ່ງກ່າວ ​ແລະ​ວ່າ Sierra
Leone ກັບ​ໄລບີ​ເຣຍ ​ໄດ້​ຕົກລົງ​ທີ່​ຈະ​ສົ່ງ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ ​ໄປ​ຍັງ​ຂົງ​ເຂດ
​ຊົນນະບົດ​ທີ່ໂດດດ່ຽວ​ຫ່າງ​ໄກ ບ່ອນ​ທີ່​ໄດ້ມີ​ການ​ພົບ​ເຫັນ​ສ່ວນ​ໃຫຍ່​ຂອງ ກໍລະ​ນີຕິ​ດ
ເຊື້ອ​ໂຣກດັ່ງກ່າວນັ້ນ.

​ໃນ​ເຫດການທີ່ຜັນ​ຂະຫຍາຍອີກເຫດການ​ນຶ່ງ​ໃນ​ວັນ​ເສົາ​ວານ​ນີ້ ຜູ້​ນຶ່ງ​ໃນຈຳນວນ​ຄົນ​
ອະ​ເມຣິກັນ 2 ຄົນ​ທີ່​ໄດ້​ຕິດ​ເຊື້ອ​ໄວຣັສ Ebola ​ໃນ​ອາ​ຟຣິກາ​ນັ້ນ ​ໄດ້​ເດີນທາງ​ມາ​ຮອດ
​ສະຫະລັດ​ແລ້ວ ​ເພື່ອ​ຮັບ​ການ​ປິ່ນປົວ.

ພະນັກງານຊ່ວຍ​ປິ່ນປົວ​ພວກ​ຕິດ​ເຊື້ອ​ອີ​ໂບລາ​ຄົນນີ້ ​ໄດ້​ຖືກ​ຍົກ​ຍ້າຍ​ອອກ​ມາ ໃນ​ຖ້ຽວ​ບິນ
​ພິ​ເສດ​ຈາກ​ໄລ​ບີ​ເຣຍ.

westafricaebola3august14
please wait

No media source currently available

0:00 0:01:32 0:00

XS
SM
MD
LG