ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ພິພາກສາ ອາຟຣິກາໃຕ້ ກ່າວວ່າ ທ້າວ Pistorius ບໍ່ມີຄວາມຜິດ ໃນຖານ ຄາດຕະກຳ (ສະໄລດ໌/ວີດິໂອ)


South Africa Pistrorius SOTVO
please wait

No media source currently available

0:00 0:01:26 0:00

ຜູ້ພິພາກສາອາຟຣິກາໃຕ້ທ່ານນຶ່ງ ກ່າວວ່າ ທ້າວ Oscar Pistorius
ແມ່ນ ບໍ່ມີຄວາມຜິດ ໃນຖານຄາດຕະກຳ ຫລືຄາດຕະກຳແບບວາງ
ແຜນການລ່ວງໜ້ານັ້ນ ຊຶ່ງເປັນຄວາມຜິດ 2 ກະໂທງທີ່ຮ້າຍແຮງສຸດ
ທີ່ລາວປະເຊີນໃນການດຳເນີນຄະດີ ກ່ຽວກັບການສັງຫານແຟນ
ຂອງລາວ ນາງ Reeva Steenkamp.

ຜູ້ພິພາກສາ Thokozile Masipa ​ໄດ້​ກ່າວ​ໃນ​ວັນ​ພະຫັດມື້​ນີ້ ​
ໃນ​ຂະນະທີ່​ທ່ານນາງ ​ໄດ້ ນຳສະເໜີຄຳພິພາກສາ ກ່ຽວກັບຄະດີນີ້
ທີ່ທ້າວ Pistorius ແມ່ນຈະແຈ້ງ ທີ່​ຕ້ອງການຢາກ​ໃຊ້​ອາວຸດ​ຂອງ
​ລາວ ​ແຕ່​ກໍ​ບໍ່​ໄດ້​ໝາຍ​ຄວາມ​ວ່າ ລາວ​ມີ​ຈຸດປະສົງ​ ທີ່​ຈະ​ສັງຫານ
ແຟນຂອງລາວ. ທ່ານ​ນາງ​ເອີ້ນ​ຫຼກຖານ ​ກ່ຽວກັບ​ການຄາດຕະກຳ
ແບບວາງ​ແຜນການ​ລ່ວງ​ໜ້າ​ນັ້ນ​ວ່າ ເປັນຫລັກຖານ “ທີ່ບໍ່ສຳຄັນ.”

ທ່ານ Barry Steenkamp, ພໍ່ຂອງນາງ Reeva Steenkamp ຢູ່ໃນສານສູງ ໃນ Pretoria, 11 ກັນຍາ 2014.
ທ່ານ Barry Steenkamp, ພໍ່ຂອງນາງ Reeva Steenkamp ຢູ່ໃນສານສູງ ໃນ Pretoria, 11 ກັນຍາ 2014.

ສານ​ໄດ້​ຢຸດພັກ​ ກ່ອນ​ທີ່​ທ່ານ​ນາງ​ຈະ​ປະກາດ ການຕັດສິນ
ຂອງທ່ານນາງ ​ໃນຂໍ້ຫາຂ້າຄົນ ຕາຍໂດຍບໍ່ເຈດຕະນາ.

ຖ້າ​ຫາກ​ຖືກພົບເຫັນວ່າ​ມີ​ຄວາມ​ຜິດ ​ການ​ຕັດສິນ​ໂທດ​ ຈະມີ
ຂຶ້ນຕາມພາຍຫລັງ.

ໄອຍະ​ການກ່າວ​ວ່າ ທ້າວ Pistorius ຕັ້ງ​ໃຈ​ທີ່​ຈະ​ຍິງນາງ Steenkamp ຜ່ານ​ປະຕູ​ຫ້ອງ​ນຳ​ທີ່​ອັດໄວ້ ​ໃນ​ເຮືອນຂອງ​ຜູ້ກ່ຽວ ​ເມື່ອ​ເດືອນ​ກຸມພາ ປີ​ກາຍ​ນີ້. ທ້າວ Pistorius ກ່າວ ວ່າ ລາວ​ຄິດ​ວ່າ ລາວ​ໄດ້​ຍິງ​ຜູ້ບຸກລຸກ ຫຼືຄົນຮ້າຍທີ່ລັກເຂົ້າເຮືອນໃນ​ຕອນ​ກາງຄືນ.

XS
SM
MD
LG