ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເອກອັກຄະລັດຖະທູດ ປາແລສໄຕນ໌ ເສຍຊີວິດ ທີ່ ກຸງປຣັກ (ວີດີໂອ)


ນັກມອດໄຟຄົນນຶ່ງ ຍ່າງກາຍບ່ອນເກີດລະເບີດ ທີ່ບ້ານພັກ
ເອກອັກຄະລັດຖະທູດ ປາແລສໄຕນ໌ ທີ່ກຸງປຣັກ
ວັນທີ 1 ມັງກອນ 2014.
ນັກມອດໄຟຄົນນຶ່ງ ຍ່າງກາຍບ່ອນເກີດລະເບີດ ທີ່ບ້ານພັກ ເອກອັກຄະລັດຖະທູດ ປາແລສໄຕນ໌ ທີ່ກຸງປຣັກ ວັນທີ 1 ມັງກອນ 2014.
ເອກ​ອັກຄະ​ລັດຖະທູດ​ປາ​ແລ​ສ​ໄຕ​ນ໌ ປະຈຳ​ສາທາລະນະ​ລັດ
Czech ​ໄດ້​ເສຍ​ຊີວິດ​ຈາກເຫດລະ​ເບີດທີ່​ແຕກ​ຂຶ້ນຢູ່​ໃນບ້ານ
​ພັກ​ຫຼື apartment ຂອງ​ທ່ານ​ທີ່​ກຸງປຣັກ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ເບິ່ງ​ຄື​ວ່າ ​ເຫດລະ​ເບີດ​ດັ່ງກ່າວ​ນີ້
​ເປັນ​ອຸບັດ​ເຫດ.

ບັນດາ​ເຈົ້າ​ໜ້າ​ທີ່​ປາ​ແລ​ສ​ໄຕ​ນ໌ກ່າວ​ວ່າ ​ເຫດ​ລະ​ເບີດ​ດັ່ງກ່າວ
ໄດ້​ເກີດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນພຸດ​ວານ​ນີ້​ໃນ​ຂະນະ​ທີ່​ເອກ​ອັກ
ຄະ​ລັດຖະທູດ Jamal al-Jamal ກຳລັງ​ໄຂ​ຕູ້ນິລະ​ໄພ​ຫຼື
ຕູ້ safe ​ເກົ່າໜ່ວຍ​ນຶ່ງ ​ທີ່​ນຳ​ເຂົ້າ​ມາ​ໄວ້​ໃນ​ບໍລິ​ເວນ​ບ້ານ​ພັກ​
ຂອງ​ທ່ານ​ນັ້ນ.

​ເຫດລະ​ເບີດ​ດັ່ງກ່າວນີ້ ​ໄດ້ເຮັດ​ໃຫ້​ເອກ​ອັກຄະ​ລັດຖະທູດບາດ​ເຈັບ​ສາ​ຫັດ ​ແລະ​ຕຳຫຼວດ
Czechກ່າວ​ວ່າ ທ່ານໄດ້​ໄປ​ເສຍ​ຊີວິດ​ໃນ​ເວລາ​ຕໍ່​ມາ​ທີ່​ໂຮງໝໍ. ​ແມ່ຍິງ​ຄົນ​ນຶ່ງ​ໄວ 52 ປີ​ທີ່
​ບ້ານ​ພັກ​ຂອງ​ທ່ານ Jamal ​ກໍໄດ້​ຖືກ​ສົ່ງ​ໄປຍັງ​ໂຮງໝໍ ​ເນື່ອງ​ຈາກ​ຫາຍ​ໃຈ​ເອົາ​ຄວັນ​ລະ​ເບີດ
​ແລະ​ອາການສະ​ເທືອ​ນທາງ​ຈິດ​ໃຈ.

​ເຫດລະ​ເບີດ​ໃນ​ຄັ້ງ​ນີ້ ​ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ອ ​ແຕ່ລາຍ​ງານ​ຂ່າວ​ບາງ​ກະ​ແສ​ເວົ້າ​ວ່າ
ວັດຖຸ​ລະ​ເບີດ​ອາດ​ຈະ​ເປັນ​ພາກສ່ວນ​ນຶ່ງ​ ຂອງ​ເຄື່ອງ​ຮັກສາ​ຄວາມ​ປອດ​ໄພ ​ຂອງຕູ້ safe
ນັ້ນ​ກໍ​ເປັນ​ໄດ້.

ບັນດາ​ເຈົ້າ​ໜ້າ​ທີ່​ປາ​ແລ​ສ​ໄຕ​ນ໌ ໃນ​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ຂອງ​ແມ່​ນ້ຳ​ຈໍ​ແດນ​ ຫລື West Bank ກ່າວ​ວ່າພວກ​ເຂົາ​ເຈົ້າ​ກຳລັງ​ສົ່ງ​ພວກ​ຜູ້ຕາງໜ້າ​ຂອງ​ຕົນ​ຈຸ​ນຶ່ງ​ໄປ​ຍັງ​ກຸງ Prague ​ເພື່ອ​ຊ່ອຍ​ພວກ​ເຈົ້າ​ໜ້າທີ່​ສາທາລະນະ​ລັດ Czech ໃນ​ການ​ສືບສວນສອບ​ສວນ​ຂອງ​ເຂົາ​ເຈົ້າ​ກ່ຽວ​ກັບ​
ເຫດການ​ດັ່ງກ່າວ.

Cezch Palestinian Ambassador killed
please wait

No media source currently available

0:00 0:00:30 0:00
XS
SM
MD
LG