ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜູ້ນຳຝ່າຍຄ້ານ ປາກິສຖານ ຮຽກຮ້ອງໃຫ້ ພວກປະທ້ວງ ຢຸດເສຍພາສີ ເພື່ອຕໍ່ຕ້ານລັດຖະບານ (ວີດີໂອ/ສະໄລດ໌)


ທ່ານ Imran Khan (ຄົນກາງ) ນັກການເມືອງຝ່າຍຄ້ານ
ປາກິສຖານ ໂບກມື ໃຫ້ພວກສະໜັບສະໜຸນ ທີ່ນະຄອນຫຼວງ
ອິສລາມາບັດ ວັນທີ 17 ສິງຫາ 2014
ທ່ານ Imran Khan (ຄົນກາງ) ນັກການເມືອງຝ່າຍຄ້ານ ປາກິສຖານ ໂບກມື ໃຫ້ພວກສະໜັບສະໜຸນ ທີ່ນະຄອນຫຼວງ ອິສລາມາບັດ ວັນທີ 17 ສິງຫາ 2014

ຜູ້ນຳຝ່າຍ​ຄ້ານ​ຄົນ​ສຳຄັນ​ໃນສະພາ​ແຫ່ງ​ຊາດ​ປາ​ກິ​ສຖານ ​ໄດ້​
ຮຽກຮ້ອງ​ໃຫ້ ​ພວກ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ ຢຸດ​ເສຍພາສີ
ຄ່າ​ໄຟຟ້າ​ແລະ​ແລະ​ຄ່າ​ແກ​ສ ຈົນ​ກ່ວານາຍົກລັດຖະມົນຕີ
Nawaz Sharif ຈະລາ​ອອກ​ຈາກ​ຕຳ​ແໜ່​ງ.

ທ່ານ Imran Khanh ​ໄດ້​ກ່າວ​ປະຕິຍານ​ໃນ​ວັນ​ອາທິດ​ວານ​ນີ້
​ ຢູ່​ບ່ອນ​ໂຮມ​ຊຸມນຸມ​ໃນ​ນະຄອນຫຼວງ​ອິສລາມາ​ບັດ ວ່າ​ທ່ານ​ແລະ​
ນັກບວດ​ Tahir-ul-Qadri ທີ່​ຜູ້​ຄົນ​ນິຍົມນັ້ນ ຈະບີ​ບບັງຄັບໃຫ້
ທ່ານ Sharif ​ ລາ​ອອກໃນ​ສັບປະດາ​ນີ້ ​ໂດຍ​ຢືນຢັດ​ວ່າ ການ
ເລືອກ​ຕັ້ງໃນ​ປີ​ແລ້ວ​ນີ້ ທີ່​ນຳເອົາ​ພັກ​ການ​ເມືອງ​ຂອງ​ທ່ານ Sharif
ຂຶ້ນມາ​ກຳ​ອຳນາດ​ນັ້ນ ມີ​ການ​ສໍ້​ໂກງ.

ພວກ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ຫຼາຍ​ພັນ​ຄົນ ​ໄດ້ພາກັນ​ລຸ​ຫຼັ່ງລົງ​ສູ່​ຖະໜົນ​ຫົນທາງ​ສາຍ
ຕ່າງໆ​ ໃນ​ນະຄອນ​ອິສລາມາ​ບັດ ​ເປັນ​ມື້​ທີ​ສອງ​ໃນ​ວັນ​ອາທິດ​ວານ​ນີ້. ບັນດາ​ເຈົ້າ​ໜ້າ​ທີ່​ໄດ້
​ຮັດ​ເຄັ່ງ​ ການ​ຮັກສາ​ຄວາມ​ປອດ​ໄພ​ໃນ​ເຂດ​ສຳຄັນໆ​ຂອງນະຄອນຫຼວງ ​ເພື່ອ​ປ້ອງ​ກັນ​ບໍ່​
ໃຫ້​ເກີດ​ຄວາມ​ຮຸນ​ແຮງ​ໃນ​ລະຫວ່າງ​ການ​ປະ​ທ້ວງ​.

ການເດີນຂະບວນສະໜັບສະໜູນ ທ່ານ Imran Khanh ເມື່ອວັນທີ 15 ສິງຫາ:

ທ່ານ Ishaq Dar ລັດຖະມົນຕີ​ການ​ເງິນ ​ແລະ​ທ່ານ Pervaiz Rashid ລັດຖະມົນຕີ​ຖະ
ແຫຼງຂ່າວ ປາ​ກິ​ສຖານ ກ່າວ​ຕໍ່​ບັນດາ​ນັກຂ່າວ​ໃນ​ວັນ​ອາທິດ​ວານ​ນີ້​ວ່າ ລັດຖະບານ​ຕຽມ
ພ້ອມ​ທີ່​ຈະ​ທຳ​ການ​ເຈລະຈາກັບ​ຝ່າຍ​ຄ້ານ ກ່ຽວ​ກັບ​ຄວາມ​ມຮຽກຮ້ອງ​ຂອງ​ຝ່າຍ​ຄ້ານ​ທີ່
ຢາກ​ໃຫ້​ມີ​ການປະຕິ​ຮູບການ​ເລືອກ​ຕັ້ງ​ນັ້ນ.

pakistanprotests18august14
please wait

No media source currently available

0:00 0:00:54 0:00

XS
SM
MD
LG