ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ. ໂອບາມາ ຂໍຮ້ອງ ໃຫ້ຕໍ່ເວລາ ການເຈລະຈາ ສັນຕິພາບ ພາກຕາເວັນອອກາງ (ວີດີໂອ)


ປະທານາທິບໍດີໂອບາມາ ຕອບຄຳຖາມນັກຂ່າວ ໃນລະຫວ່າງ ກອງປະຊຸມຖະແຫຼງຂ່າວ ຮ່ວມກັບ ປະທານາທິບໍດີເກົາຫຼີໃຕ້ ທີ່ທຳນຽບສີຟ້າ (25 ເມສາ 2014)
ປະທານາທິບໍດີໂອບາມາ ຕອບຄຳຖາມນັກຂ່າວ ໃນລະຫວ່າງ ກອງປະຊຸມຖະແຫຼງຂ່າວ ຮ່ວມກັບ ປະທານາທິບໍດີເກົາຫຼີໃຕ້ ທີ່ທຳນຽບສີຟ້າ (25 ເມສາ 2014)
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວວ່າ ມັນ
ອາດເຖິງເວລາທີ່ຈະຕ້ອງຢຸດພັກຊົ່ວຄາວໃນການເຈລະຈາສັນ
ຕິພາບພາກຕາເວັນອອກກາງໃນຂະນະທີ່ທັງຝ່າຍອິສຣາແອລ
ແລະປາແລສໄຕນ໌ ຕ່າງກໍພິຈາລະຈາ ໃນການເອົາທາງເລືອກ
ຂອງພວກເຂົາເຈົ້າ.

ທ່ານໂອບາມາ ກ່າວຕໍ່ພວກນັກຂ່າວທີ່ນະຄອນຫລວງໂຊລໃນ
ລະຫວ່າງ ການຢ້ຽມຢາມເກົາຫລີໃຕ້ ໃນວັນສຸກມື້ນີ້ວ່າ ມັນຍັງ ແມ່ນຜົນປະໂຫຍດຂອງທັງສອງຝ່າຍຢູ່ ໃນການຊອກຫາຊ່ອງ ທາງເພື່ອສ້າງສັນຕິພາບ ແຕ່ທັງສອງຝ່າຍຕ່າງກໍບໍ່ໄດ້ສະແດງ
ໃຫ້ເຫັນເຖິງການຕົກລົງໃຈທາງການເມືອງ ທີ່ຈະເຮັດການຕັດ
ສິນໃຈອັນຍຸ່ງຍາກ.

ທ່ານໃຫ້ຄວາມເຫັນດັ່ງກ່າວນຶ່ງມື້ ຫລັງຈາກຄະນະລັດຖະບານ ທີ່ຮັບຜິດຊອບໃນດ້ານ ຄວາມໝັ້ນຄົງ ຂອງອິສຣາແອລ ໄດ້ຕັດສິນໃຈໂຈະ ການເຈລະຈາສັນຕິພາບ ກັບປາ ແລສໄຕນ໌ເປັນການຊົ່ວຄາວເພື່ອຕອບໂຕ້ຕໍ່ແຜນການສ້າງຄວາມປອງດອງຊາດຂອງ ກຸ່ມຟາຕ້າ ແລະຮາມັສ ທີ່ຈະຈັດຕັ້ງລັດຖະບານ ສາມັກຄີຊາດຂຶ້ນ.
PALESTINIAN ISRAEL VOSOT
please wait

No media source currently available

0:00 0:00:37 0:00

ທ່ານໂອບາມາເວົ້າວ່າ ການຕັດສິນໃຈຂອງຝ່າຍປາແລສໄຕນ໌ ທີ່ຈະເຕົ້າໂຮມ 2 ກຸ່ມ ເຂົ້າກັນນັ້ນ ແມ່ນບໍ່ໄດ້ຊ່ອຍເຫຼືອຫຍັງເລີຍ ແຕ່ປະທານາທິບໍດີສະຫະລັດ ກໍເວົ້າວ່າ ລັດຖະບານຂອງທ່ານ ຈະບໍ່ຍອມຢຸດເຊົາ ກ່ຽວກັບການຊຸກຍູ້ຂອງລັດຖະມົນຕີການ ຕ່າງປະເທດ John Kerry ເພື່ອຢາກໃຫ້ມີສັນຕິພາບເຖິງແມ່ນໄດ້ປະສົບກັບບັນຫາ ຫຼ້າສຸດນີ້ກໍຕາມ.

ລຸນຫລັງການປະຊຸມກັນເປັນເວລາ 6 ຊົ່ວໂມງໃນວັນພະຫັດວານນີ້ຄະນະລັດຖະບານ ຂອງອິສຣາແອລ ກ່າວໃນຖະແຫຼງການສະບັບນຶ່ງວ່າ ຕົນຈະທຳການຕອບໂຕ້ຕໍ່ການ ດຳເນີນການຕາມລຳພັງແຕ່ພຽງຝ່າຍດຽວ ຂອງປາແລສໄຕນ໌ ທີ່ໄດ້ເອົາມາດຕະການ ຫຼາຍໆຢ່າງເປັນລຳດັບມາ.

ນາຍົກລັດຖະມົນຕີອິສຣາແອລ ທ່ານ Benjamin Netanyahu ກ່ອນໜ້ານີ້ກໍໄດ້ຕຳ ໜິຕິຕຽນການປະກາດຂອງຝ່າຍປາແລສໄຕນ໌ໄປແລ້ວ ໂດຍເວົ້າວ່າ ປະທານາທິບໍດີ ປາແລສໄຕນ໌ ທ່ານ Mahmoud Abbas ທີ່ຕາງໜ້າໃຫ້ແກ່ກຸ່ມຟາຕ້ານັ້ນວ່າ ເຮັດໃຫ້ ການເຈລະຈາສັນຕິພາບທີ່ກຳລັງດຳເນີນຢູ່ໃນເວລານີ້ ປະສົບກັບຄວາມຍຸ່ງຍາກ.
Israel Suspends Peace Talks in Response to Palestinian Unity Plan
please wait

No media source currently available

0:00 0:02:41 0:00
XS
SM
MD
LG