ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຕຳຫຼວດ ໄນຈີເຣຍ ຖອນຄຳສັ່ງຫ້າມ ໂຮມຊຸມນຸມ ປະທ້ວງ (ວີດີໂອ)


Nigeria Schoolgirls SOTVO
please wait

No media source currently available

0:00 0:01:16 0:00
ຕຳຫລວດໄນຈີເຣຍກ່າວ​ວ່າ ພວກ​ປະ​ທ້ວງແມ່ນສາມາດໂຮມ
ຊຸມນຸມເດີນຂະບວນ​ໄດ້ຢ່າງ​ເສລີ​ ໃນນະຄອນຫຼວງ Abuja
ນຶ່ງ​ມື້ ​ຫຼັງ​ຈາກ​ຫົວໜ້າກົມ​ຕຳຫຼວດ ​ໄດ້​ຫ້າມບໍ່ໃຫ້ມີການ​ຊຸມນຸມ
​ປະ​ທ້ວງ ກ່ຽວກັບການ​ລັກ​ພາ​ຕົວ​ຂອງ​ພວກ​ເ​ເມ່ຍິງ​ເດັກນ້ອຍ
​ຫຼາຍ​ກວ່າ 200 ຄົນ​ນັ້ນ.

ພວກ​ປະ​ທ້ວງ​ ໄດ້​ຍື່ນສຳນວນຮ້ອງທຸກຕໍ່​ສານ ​ກ່ຽວກັບການ
ຫ້າມດັ່ງກ່າວ​ ໃນ​ວັນ​ອັງຄານວານ​ນີ້.

ຖະແຫຼງການສະບັບນຶ່ງຂອງຕຳຫຼວດ ​ໄດ້​ພະຍາຍາມ​ໃຫ້ຄວາມ
​ກະຈ່າງ​ແຈ້ງ ກ່ຽວກັບການໃຫ້ ຄວາມເຫັນຂອງຫົວໜ້າ​ຕຳຫຼວດ
ໃນ​ວັນ​ຈັນ​ແລ້ວ​ນີ້. ຖະແຫຼງການກ່າວ​ວ່າ ຕຳຫຼວດ​ແມ່ນແນະນຳບໍ່ໃຫ້​ໂຮມ​ຊຸມນຸມ​ກັນ ​ເພາະວ່າການ​ປະ​ທ້ວງ​ຢ່າງ​ສັນຕິ​ນັ້ນ ​ອາດ​ຈະ​ຖືກແກ່ດຶງຫຼືຈີ້ ​ໂດຍພວກອາຊະຍາກອນ
ທີ່ພົວພັນກັບກຸ່ມກໍ່ການ​ຮ້າຍ​ ​ແຕ່​ວ່າ​ຕຳຫຼວດກ່າວຕື່ມ​ວ່າ ຕົນ​ຍັງ​ບໍ່​ໄດ້ສັ່ງຫ້າມບໍ່ໃຫ້ມີ​ການ​ໂຮມ​ຊຸມນຸມ​ປະ​ທ້ວງຢ່າງ​ສັນຕິ ​ໃນ​ທົ່ວ​ໄນ​ຈີ​ເຣຍ ​ແຕ່ປະການ​ໃດ.

ການ​ປະ​ທ້ວງ​ໃນນະຄອນ Abuja ​ມີ​ຂຶ້ນ​ເກືອບ​ວ່າທຸກໆມື້ ຊຶ່ງ​ເປັນ​ສ່ວນ​ນຶ່ງ​ຂອງ​ການປຸກ
ລະດົມ ​ເພື່ອ​ສ້າງ​ຄວາມ​ສົນ​ໃຈ ຕໍ່​ການ​ລັກພາ​ຕົວ​ຂອງພວກ​ເ​ເມ່ຍິງ​ເດັກນ້ອຍ ​ແລະ​ກົດດັນ
​ໃຫ້​ທາງ​ລັດຖະບານ ຊ່ອຍ​ໄປ​ກູ້​ເອົາພວກ​ເ​ເມ່ຍິງ​ເດັກນ້ອຍ ກັບ​ຄືນ​ມາ.

ພວກນັກຮຽນຍິງ ໄດ້ຖືກລັກພາໂຕໃນກາງເດືອນເມສາຜ່ານມາ ໃນຂະນະທີ່ພວກເຂົາ
ເຈົ້າກຳ ລັງສອບເສັງຢູ່ໂຮງຮຽນມັດທະຍົມ ທີ່ບ້ານ Chibok ໃນລັດ Borno ທີ່ສອກຫລີກ
ຫ່າງໄກ ທາງພາກຕາເວັນອອກສຽງເໜືອຂອງໄນຈີເຣຍ.
XS
SM
MD
LG