ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກສຶກສາ 30 ກວ່າຄົນ ຖືກສັງຫານ ໃນການໂຈມຕີ ໂຮງຮຽນ ຢູ່ພາກເໜືອ ໄນຈີເຣຍ (ວີດີໂອ)


Nigeria Violence
please wait
Embed

No media source currently available

0:00 0:00:46 0:00
ພວກ​ທີ່​ຖືກ​ສົງ​ໄສ​ວ່າ ​ເປັນ​ນັກ​ຕໍ່ສູ້​ຫົວ​ຮຸນ​ແຮງ​ຈັດ​ອິສລາມ ​ໄດ້​ສັງ
ຫານ​ພວກ​ນັກ​ສຶກສາຫຼາຍ​ກວ່າ 30 ຄົນ​ໃນວັນອັງຄານ​ວານ​ນີ້ ​ຢູ່​
ພາກ​ເໜືອ​ຂອງ​ໄນ​ຈີ​ເຣຍ ​ໃນ​ການ​ໂຈມ​ຕີ​ ທີ່ປະທານາທິບໍດີ​ເອີ້ນ​
ວ່າ “ຊົ່ວຊ້າ ​ໂຫດຮ້າຍ ​ແລະ​ບໍ່ມີເຫດຜົນ​.”

ການ​ໂຈມ​ຕີ​ດັ່ງກ່າວ ​ໄດ້​ເກີດ​ຂຶ້ນ​ໃນ​ເວລາ​ທ່ຽງ​ຄືນ ທີ່​ວິທະຍາ​ໄລ
Buni Yadi ຂອງ​ລັດ ຖະບານ​ກາງທີ່​ລັດ​ເປັນ​ຜູ້​ບໍລິຫານງານ​ຊຶ່ງ​
ເປັນໂຮງຮຽນ​ສະຫະ​ສຶກສາ ​ໃນ​ລັດ Yobe.

ພວກ​ນັກ​ສຶກສາ​ ພ້ອມ​ທັງ​ພວກ​ພໍ່​ແມ່​ ຂອງ​ເຂົາ​ເຈົ້າ ກ່າວ​ຕໍ່​ວີ​ໂອ​
ເອ ວ່າ ພວກ​ນັກ​ໂຈມ​ຕີ​ໄດ້​ເອົາ​ໄຟ​ຈູ​ດຫໍ​ພັກ ແລະ​ຫຼັງຈາກ​ນັ້ນ ກໍ​ສັງຫານ​ ພວກ​ນັກ​ສຶກສາ​
ດ້ວຍ​ພ້າ​ແລະ​ມີດ. ພວກທີ່​ເຫັນ​ເຫດການ​ກ່າວ​ວ່າ ​ເວລາ​ພວກ​ນັກ​ສຶກສາ​ພະຍາຍາມເອົາ​
ໂຕ​ຫຼົບໜີ ພວກ​ນັກ​ໂຈມ​ຕີບັງຄັບ​ໃຫ້​ພວກ​ເຂົາ​ເຈົ້າ​ ກັບ​ຄືນ​ເຂົ້າ​ໄປ​ໃນ​ອາຄານ​ທີ່​ກຳລັງ​ຖືກ
​ໄຟ​ໄໝ້​ຢູ່​ນັ້ນ. ພວກໂຈມ​ຕີ​ເຫຼົ່າ​ນີ້ ເຂັ່ນຂ້າ​ແຕ່​ພວກ​ນັກ​ສຶກສາ​ຜູ້​ຊາຍ​ເທົ່າ​ນັ້ນ.

ບໍ່​ທັນ​ມີກຸ່ມໃດ ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ເທື່ອ ​ແຕ່​ບັນດາ​ເຈົ້າ​ໜ້າ​ທີ່​ໄດ້​ຖິ້ມ​ໂທດ​ໃສ່​ກຸ່ມ
Boko Haram.

Yobe ​ແມ່ນ​ນຶ່ງ​ຢູ່​ໃນ 3 ລັດ ​ບ່ອນ​ທີ່​ປະທານາທິບໍດີ Jonathan Goodluck ປະກາດ​ພາ
ວະສຸກ​ເສີນ ​ໃນ​ເດືອນ​ພຶດສະພາ​ປີ​ແລ້ວ​ນີ້ ​ແລະ​ເລີ້ມ​ທຳ​ການ​ ປະຕິບັດ​ງານ​ ທຳລາຍ​ພວກ​
ຄ້າຍ​ແຫ່ງ​ຕ່າງໆ​ຂອງ​ກຸມ Boko Haram. ​ເຖິງ​ແມ່ນ​ທຳ​ຄວາມ​ພະ​ຍາ​ຍາມດັ່ງກ່າວ​ນີ້​ກໍ​ຕາມ ການໂຈມ​ຕີ​ຢ່າງ​ຂະໜານ​ໃຫຍ່​ຍັງ​ດຳ​ເນີນ​ສືບ​ຕໍ່​ມາ.
XS
SM
MD
LG