ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທະຫານຣັດເຊຍ ຈຳນວນຫຼວງຫຼາຍ ເສຍຊີວິດ ຢູ່ພາກຕາເວັນອອກ ຂອງຢູເຄຣນ


ບັນດາຜູ້ໄວ້ອາໄລ ລວມທັງ ທ່ານນາງ Dina Eidman (ແຖວໜ້າ ຄົນທີ 3 ຈາກຊ້າຍ), ແມ່ຂອງຜູ້ນຳ ຝ່າຍຕໍ່ຕ້ານລັດຖະບານຣັດເຊຍ ທ່ານ Boris Nemtsov ແລະ ທ່ານ Mikhail Kasyanov (ກາງ ດ້ານຫລັງ) ຜູ້ນຳພັກຝ່າຍຄ້ານ ແລະອະດີດ ນາຍົກລັດຖະມົນຕີຣັດເຊຍ ເຂົ້າຮ່ວມພິທີໄວ້ອາໄລ ກ່ອນໜ້າງານສາປະນາກິດສົບ ຂອງທ່ານ Nemtsov ຢູ່ທີ່ນະຄອນຫລວງມົສກູ, ວັນທີ 3 ມີນາ 2015.
ບັນດາຜູ້ໄວ້ອາໄລ ລວມທັງ ທ່ານນາງ Dina Eidman (ແຖວໜ້າ ຄົນທີ 3 ຈາກຊ້າຍ), ແມ່ຂອງຜູ້ນຳ ຝ່າຍຕໍ່ຕ້ານລັດຖະບານຣັດເຊຍ ທ່ານ Boris Nemtsov ແລະ ທ່ານ Mikhail Kasyanov (ກາງ ດ້ານຫລັງ) ຜູ້ນຳພັກຝ່າຍຄ້ານ ແລະອະດີດ ນາຍົກລັດຖະມົນຕີຣັດເຊຍ ເຂົ້າຮ່ວມພິທີໄວ້ອາໄລ ກ່ອນໜ້າງານສາປະນາກິດສົບ ຂອງທ່ານ Nemtsov ຢູ່ທີ່ນະຄອນຫລວງມົສກູ, ວັນທີ 3 ມີນາ 2015.

ເຈົ້າໜ້າ​ທີ່​ອາ​ວຸ​ໂສ ຂອງ​ອົງການ NATO ກ່າວໃນ​ວັນ​ພະຫັດ
​ວານ​ນີ້ວ່າ ບັນດາ​ທະ​ຫານຣັດ​ເຊຍກຳລັງ​ສູນເສຍ​ຊີວິດ ເປັນ
“ຈຳນວນຫຼວງຫຼາຍ” ​ ໃນການ​ຕໍ່​ສູ້​ຄຽງ​ບ່າ​ຄຽງ​ໄລ່ ​ກັບ​ພວກ
​ແບ່ງ​ແຍກ​ດິນ​ແດນ ຢູ່​ພາກ​ຕາ​ເວັນ​ອອກ​ ຂອງ​ຢູ​ເຄຣນ ຕໍ່ຕ້ານ
​ກອງ​ກຳລັງ​ລັດຖະບານ​ຢູ​ເຄຣນ.

ຮອງ​ເລຂາທິການ​ໃຫຍ່​ອົງການ NATO ທ່ານ Alexander
Vershbow ​ໄດ້ໃຫ້​ຄວາມເຫັນດັ່ງກ່າວ ​ໃນ​ຄຳປາໄສຕໍ່​ກອງ​
ປະຊຸມ ​ທີ່ນະຄອນຫລວງ Riga ປະ​ເທດ ລັດ​ເວ​ຍ.

ທ່ານ​ຍັງເວົ້າວ່າ “ພວກລັດທິແກ້ຣັດ​ເຊຍທີ່ໂມໂຫໂທໂສ ທີ່​
ລະ​ເມີດ​ກົດ​ລະບຽບ​ຕ່າງໆ ຂອງນາໆຊາດ”
​ແລະ ສືບ​ຕໍ່​ສ້າງ​ຄວາມ​ບໍ່​ທຸ່ນທ່ຽງໃນ​ຢູ​ເຄຣນ ​ແລະ​ຂົ່ມຂູ່​ປະ​ເທດເພື່ອນ​ບ້ານ​ຂອງ​ຕົນ ​ແມ່ນເປັນນຶ່ງຂອງ “ການຂົ່ມຂູ່​ ​ແລະ ການ​ທ້າ​ ທາຍຕ່າງ​ໆອັນ​ໃໝ່” ທີ່​ ກອງທະຫານ​ພັນທະ​ມິດຕາ​ເວັນ​ຕົກ ​ແລະ ສະຫະພາບ​ຢູ​ໂຣບ
ໄດ້​ປະ​ເຊີນ​ໜ້ານັ້ນ.

ການໃຫ້ຄວາມເຫັນຂອງ ທ່ານ Vershbow ມີ​ຂຶ້ນນຶ່ງ​ມື້ ຫຼັງຈາກ ລັດຖະມົນຕີ​ຊ່ວຍ​ວ່າ
ການຕ່າງປະ​ເທດສະຫະລັດ ຮັບຜິດຊອບກ່ຽວກັບ ກິດຈະການ​ຢູ​ໂຣບ ແລະ ຢູ​ໂຣບ​ເອ​ເຊຍ​ ຮ່ວມ​ກັນ ທ່ານນາງ Victoria Nuland ​ໄດ້​ໃຫ້ການ​ຕໍ່ ຄະນະ​ກຳມະການ​ລັດຖະສະພາວ່າ
ຣັດ​ເຊຍ ​ໄດ້​ສົ່ງ​ ພວກທະຫານນັບເປັນພັນໆ​ແລະອາວຸດຍຸດ​ໂທ​ປະກອນ​ຕ່າງໆ ຫຼາຍໆ
ຮ້ອຍ​ອັນ ​ເຂົ້າ​ໄປ​ຍັງພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ.

ຜູ້​ບັນຊາ​ການ​ກອງທັບ​ສະຫະລັດ ​ໃນ​ຢູ​ໂຣບ ພົນ​ໂທ Ben Hodges ກ່າວ​ໃນ​ອາທິ​ດນີ້ວ່າ
ມີທະຫານຣັດ​ເຊຍ 12,000 ຄົນ​ ​ ​ກຳລັງ​ສະໜັບ ສະໜຸນ ພວກ​ແບ່ງ​ແຍກ​ດິນ​ແດນ ຢູ່​ໃນ​
ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ.

ບັນດາ​ເຈົ້າໜ້າ​ທີ່ຣັດ​ເຊຍ ​ໄດ້​ປະຕິ​ເສດ ຕໍ່ການ​ປະ​ເມີນ​ເຫຼົ່ານັ້ນ​ ​ໃນ​ວັນ​ພະຫັດ​ວານ​ນີ້. ​
ໂຄສົກ​ກະຊວງ​ການ​ຕ່າງປະ​ເທດຣັດເຊຍ ທ່ານ Alexander Lukashevich ກ່າວ​ວ່າ
ຕົວ​ເລກ​ເຫຼົ່ານັ້ນ ​ແມ່ນ “​ເອົາ​ອອກ​ມາ​ຈາກ​ອາກາດ” ​ ໂດຍ​ສະຫະລັດ ​ແລະ ​ອາດ
“​ເຮັດ​ໃຫ້ປະຊາ​ຄົມນາໆ​ຊາດ ​ຫຍໍ້​ທໍ້ ​ແລະ ສັບສົນ.”

ຮອງ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດຣັດ​ເຊຍ ທ່ານ Anatoly Antonov ​ໄດ້​ຕອບ​ໂຕ້ໂດຍ
​ກົງ​ ຕໍ່​ການ​ກ່າວ​ຫາວ່າ ມີ​ທະຫານຣັດ​ເຊຍ 12,000 ຄົນ ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນນັ້ນ ​ໂດຍ​ກ່າວ​ວ່າ: “​ແຕ່​ເປັນຍ້ອນ​ຫຍັງຈຶ່ງແມ່ນ 12,000 ຄົນ? ຍ້ອນ​ຫຍັງ
ຈຶ່ງ​ບໍ່​ແມ່ນ 20,000 ຫລື 25,000? ​ເປັນ​ຍ້ອນ​ຫຍັງ​ ພວກ​ເຂົາ​ເຈົ້າຄິດ​ເອົາ​ຕົວ​
ເ​ລັກນ້ອຍ?”

UKRAINE CNPK
please wait
Embed

No media source currently available

0:00 0:01:54 0:00

XS
SM
MD
LG