ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຫຼວດ​ ແລະ ພວກນັກສຶກສາປະທ້ວງ ປະທະກັນ ຢ່າງຮຸນແຮງ ໃນມຽນມາ


Myanmar Students clashes
please wait

No media source currently available

0:00 0:00:57 0:00

ພວກ​ນັກ​ສຶກສາ​ມຽນມາທີ່ພາກັນປະທ້ວງ​ແລະ​ຕຳຫຼວດ​ໄດ້​ປະ​ທະ
​ກັນ​ອີກ ​ໃນ​ວັນ​ອັງຄານ​ມື້​ນີ້ ​ໃນ​ເມືອງແຫ່ງນຶ່ງ ທາງພາກ​ກາງຂອງ
ມຽນມາ ບ່ອນ​ທີ່ເຈົ້າ​ໜ້າ​ທີ່​ໄດ້ກີດ​ກັນ​ບໍ່​ໃຫ້​ພວກ​ນັກ​ເຄື່ອນ​ໄຫວ
ອອກ​ເດີນ​ຂະ​ບວນປະ​ທ້ວງສູ່​ຢ່າງ​ກຸ້ງ ເພື່ອ​ຮຽກຮ້ອງ​ໃຫ້​ປະຕິ​ຮູບ
​ການ​ສຶກສາ ມາ​ເປັນ​ເວລາ​ຫຼາຍ​ກວ່າ​ອາທິດ​ແລ້ວ.

ຕຳຫຼວດ​ປາບຈະລາຈົນໃຊ້​ໄມ້ຄ້ອນທຸບ​ຕີພວກ​ນັກ​ສຶກສາ ທີ່​ພະຍາ
ຍາມ​ຈະ​ຍູ້​ກາຍເສັ້ນຂີດ​ກັນຂອງ​ຕຳຫຼວດ. ພາບ​ວີ​ດີ​ໂອ​ຂອງ​ສະຖາ
ນະ​ການ​ເກີດ​ເຫດ​ນັ້ນ ​ໄດ້​ສະ​ແດງ​ອອກ​ໃຫ້​ເຫັນ​ວ່າ​ຕໍາຫຼວດ​ທີ່ມີ
ເຄື່ອງກຳບັງ ​ໄດ້​ທຸບ​ຕີ​ແກ້ວໜ້າ​ລົດທີ່​ພວກ​ນັກ​ສຶກສາ​ນຳ​ໄປ​ໃຊ້ ນັ້ນ.

ຜູ້ນຳ​ຂອງ​ພວກ​ປະ​ທ້ວງ ທ່ານ Thiha Win Tin ​ໄດ້​ບອກ​ກັບ VOA ວ່າ ຕຳຫຼວດ​ໄດ້​ຈັບ​ກຸມ 32 ຄົນ. ທ່ານ​ຍັງ​ໄດ້​ກ່າວ​ວ່າ ມີ​ພວກ​ປະ​ທ້ວງຫຼາຍໆຄົນ ​ໄດ້​ຮັບ​ບາດ​ເຈັບ​ຈາກ​ການ​ປະ​ທະ​ກັນ​ຄັ້ງ​ນີ້.

ທ່ານ Thiha ​ໄດ້ກ່າວ​ວ່າ “ມີ​ຫຼາຍໆ​ຄົນ​ໄດ້​ຮັບ​ບາດ​ເຈັບ ​ແລະ​ກໍ​ໄດ້​ມີ​ພວກ​ນັກ​ສຶກສາຫຼາຍໆ​ຄົນ​ຫົວ​ແຕກ ມີ​ເລືອດ​ອອກ​. ພວກ​ເຂົາ​ເຈົ້າ​ໄດ້​ຕີ​ຫົວ​ນັກ​ສຶກສາ. ພວກ​ເຂົາ​ໃຊ້​ໄມ້​ຄ້ອນ​ທຸບ​ຕີ ​ແລະ​ແກວ່ງ​ກ້ອນ​ດິນ​ຈີ່​ໃສ່​ນຳ.”

ການ​ປະ​ທະ​ກັນ​ຄັ້ງ​ນີ້ ​ໄດ້​ມີ​ຂຶ້ນ ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ຫຼັງຈາກບັນດາ​ຜູ້ນຳ​ນັກ​ສຶກສາ ​ໄດ້​ບອກ​ກັບ VOA ວ່າ​ລັດຖະບານ​ຕົກລົງ​ທີ່​ຈະ​ໃຫ້​ພວກ​ນັກ​ເຄື່ອນ​ໄຫວສື​ບຕໍ່​ການ​ເດີນ​ຂະ​ບວນໄປ ​ ສູ່ນະ
ຄອນ​ຢ່າງ​ກຸ້ງ ຊຶ່ງ​ເປັນ​ເມືອງໃຫຍ່ສຸດຂອງ​ມຽນມາ. ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ທີ່​ວ່າ ​ແມ່ນ​ພາກ
ສ່ວນ ໃດກັນແທ້ຂອງ​ຂໍ້​ຕົກລົງ​ທີ່ມີການລາຍງານໄປ​ນັ້ນ ​ໄດ້​ແຕກ​ຫັກ​ລົງ.

Burmese students protest in Yangon
please wait

No media source currently available

0:00 0:00:33 0:00

XS
SM
MD
LG