ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ມຽນມາ ປະນາມ ເຈົ້າໜ້າທີ່ ສປຊ ທີ່ໃຊ້ສຳນວນ ໂຣຮິງຢາ


ຊາວມຸສລິມ ໂຣຮີງຢາ ພັກຜ່ອນ ຢູ່ໃກ້ບ່ອນຢູ່ຂອງເຂົາເຈົ້າ ໃນຄ້າຍອົບພະຍົບແຫ່ງນຶ່ງ ນອກເມືອງ Sittwe, ມຽນມາ.
ຊາວມຸສລິມ ໂຣຮີງຢາ ພັກຜ່ອນ ຢູ່ໃກ້ບ່ອນຢູ່ຂອງເຂົາເຈົ້າ ໃນຄ້າຍອົບພະຍົບແຫ່ງນຶ່ງ ນອກເມືອງ Sittwe, ມຽນມາ.

ມຽນມາ ​ໄດ້ກ່າວ​ໂຈມ​ຕີ​ເຈົ້າ​ໜ້າ​ທີ່​ສະຫະ​ປະຊາ​ຊາດ​ທ່ານ​ນຶ່ງ
​ ທີ່​ກຳລັງ ຢ້ຽມຢາມ​ປະ​ເທດ​ຢູ່​ໃນ​ເວລາ​ນີ້ ທີ່​ທ່ານ​ໃຊ້​ສຳນວນ
“​ໂຮ​ຮິງ​ຢາ” ທີ່​ອ້າງ​ເຖິງ​ຊົນ​ກຸ່ມ​ນ້ອຍ​ທີ່​ພວມປະສົບກັບຄວາມ
ຫຍຸ້ງຍາກ​ຈຸ​ນຶ່ງ ທີ່​ລັດຖະບານ​ມຽນມາບໍ່​ໄດ້​ຮັບ​ຮູ້ຢ່າງ​ເປັນ​ທາງ
​ການ​ນັ້ນ.

​ຢູ່ໃນ​ຖະ​ແຫຼ​ງການ​ສະບັບ​ນຶ່ງ​ໃນ​ວັນ​ພຸດ​ມື້​ນີ້ ຫ້ອງການ​ປະທານາ
ທິບໍດີ Thein Sein ​ໄດ້​ປະຕິ​ເສດ “ຢ່າງ​ຈະ​ແຈ້ງ” ຕໍ່​ການ​ໃຊ້​
ສຳນວນ​ໂຣຮິງ​ຢາ ​ໂດຍ​ທ່ານ Yang Hee Lee ຜູ້​ລາຍ​ງານ​ພິ
​ເສດ​ຂອງ​ສະຫະ​ປະ ຊາ​ຊາດ​ດ້ານ​ສິດທິ​ມະນຸດ​ໃນ​ມຽນມາ​ນັ້ນ.

ຖະ​ແຫຼ​ງການ​ສະບັບ​ນີ້​ກ່າວ​ວ່າ “ການ​ຢືນ​ຢັດ​ໃນ​ການ​ໃຊ້​ສຳນວນ​ທີ່​ເປັນ​ບັນຫາ​ໂຕ້​
ແຍ້​ງກັນ​ນີ້​ຕໍ່​ໄປ ມີແຕ່​ຈະ​ເປັນສີ່ງ​ກີດຂວາງ​ຕໍ່​ເສັ້ນທາງ​ສຳລັບ ແກ້​ໄຂ​ເລື້ອງ​ທີ່​ສຳ
ຄັນ​ນີ້​ຕໍ່​ໄປ​ເທົ່າ​ນັ້ນ ການ​ໃຊ້​ສຳນວນ​ເຊັ່ນ​ນີ້ ​ໂດຍ​ສະ ຫະ​ປະຊາ​ຊາດ ​ແນ່ນອນ​ຈະ
ກໍ່ໃຫ້ເກີດ​ຄວາມ​ບໍ່ພໍ​ໃຈ​ຈາກ​ປະຊາຊົນ​ມຽນ ມາ ​ໂດຍ​ເຮັດ​ໃຫ້​ຄວາມ​ພະຍາຍາມ​ຕ່າງໆ​ຂອງ​ລັດຖະບານ​ຍາກ​ຂຶ້ນ ​ໃນ​ການ​ແກ້​ບັນຫາ​ເລື້ອງ​ນີ້.”

ມຽນມາ​ທີ່​ປະຊາຊົນ​ສ່ວນ​ຫຼາຍ​ຖື​ສາສະໜາ​ພຸດ ບໍ່​ຮັບ​ຮູ້​ການ​ມີ​ຢູ່ຂອງ​ພວກ​ຊົນ​ກຸ່ມ​ນ້ອຍ​ໂຣຮີ​ງຢາຢູ່​ໃນ​ປະ​ເທດ. ບັນດາ​ເຈົ້າ​ໜ້າ​ທີ່​ລັດຖະບານ ​ແລະ​ປະຊາຊົນ​ຫລາຍ​ຄົນ​ໃນ​ມຽນ
ມາ ມອງ​ເບິ່ງ​ພວກ​ໂຣຮີ​ງຢາ​ນີ້ ​ເປັນ​ອົບ​ພະຍົບ​ເຂົ້າ​ເມືອງ​ຜິດ​ກົດໝາຍ​ມາ​ຈາກ Bangla
desh ​ແລະ​ເອີ້ນ​ພວກ​ເຂົາ​ເຈົ້າ​ວ່າ “ຄົນ​ບັງ​ກາລີ”.

ຊາວ​ມຸສລິ​ມ​ໂຣຮີ​ງຢາ​ສ່ວນ​ຫຼາຍ ​ໄດ້​ຖືກ​ປະຕິ​ເສດ​ ເປັນ​ພົນລະ​ເມືອງ ​ແລະ​ສິດທິ​ພື້ນຖານ​ອື່ນໆ​ໃນ​ມຽນມາ ​ແລະ​ໄດ້​ຕົກ​ເປັນ​ຜູ້​ທີ່​ໄດ້​ຮັບ​ເຄາະ ຮ້າຍຈາກ​ຄື້ນຟອງ​ແຫ່ງ​ຄວາມ​ຮຸນ​ແຮງ ​ໂດຍ​ກຸ່ມ​ຊາວ​ພຸດ​ຫົວ​ຮຸນ​ແຮງ​ຈັດ​ໃນ​ຫວ່າງ​ບໍ່​ເທົ່າ​ໃດ​ປີຜ່ານມາ​ນີ້.

XS
SM
MD
LG