ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຣັດເຊຍ ຖີ້ມລະເບີດ ໃສ່ເປົ້າໝາຍ ຫລາຍແຫ່ງ ຢູ່ໃນຊີເຣຍ


ຮູບພາບທີ່ເຜິຍແຜ່ ຈາກ ກະຊວງປ້ອງກັນປະເທດຣັດເຊຍ ສະແດງໃຫ້ເຫັນ ການຕຽມຖິ້ມລະບີດ ຂອງ ຣັດເຊຍ.
ຮູບພາບທີ່ເຜິຍແຜ່ ຈາກ ກະຊວງປ້ອງກັນປະເທດຣັດເຊຍ ສະແດງໃຫ້ເຫັນ ການຕຽມຖິ້ມລະບີດ ຂອງ ຣັດເຊຍ.

ຣັດ​ເຊຍ ກ່າວ​ວ່າ ຕົນ​ໄດ້ປະຕິບັດການ​ໂຈມ​ຕີ​ຢ່າງ​ຫລວງຫລາຍ
​ຕ້ານ​ເປົ້າ​ໝາຍ ລັດ​ອິສລາມ ​ໃນ​ຊີ​ເຣຍ.

ລັດຖະມົນຕີ​ ປ້ອງ​ກັນ​ປະ​ເທດ ທ່ານ Sergei Shoigu ທີ່​ລາຍ
​ງານ​ຕໍ່ ປະທາ ນາ​ທິບໍດີ Vladimir Putin ​ໃນ​ວັນ​ສຸກ​ວານ​ນີ້ິວ່າ
​ເຮືອບິນ​ລົບຣັດ​ເຊຍ ​ໄດ້​ທຳລາຍ ບ່ອນ​ກັ່ນ​ນໍ້າມັນ 15 ​ແຫ່ງ
​ແລະ​ລົດ​ບັນທຸກ​ນໍ້າມັນຫລາຍກວ່າ 500 ຄັນຈາກ​ການ​ໂຈມ​ຕີ​
ໃນ​ອາທິດ​ນີ້ ​ເພື່ອທຳລາຍ​ເສດຖະກິດ ​ແລະ​ພື້ນຖານ​ການ​ເງິນ
​ຂອງ​ລັດ​ອິສລາມ.

ທ່ານ Shoigu ຍັງ​ກ່າວ​ວ່າ ກອງທັບ​ເຮືອຣັດ​ເຊຍ ​ໄດ້​ຍິງ​ລູກ​ສອນ
​ໄຟ 18 ລູກ​ໃນ​ວັນ​ສຸກວານ​ນີ້ ຈາກ​ເຮືອ​ລົບ​ທີ່​ທະ​ເລ Caspian ​ໃສ່​ເປົ້າ​ໝາຍ​ຢູ່​ໃນ​ບັນດາ​ແຂວງ Raqqa, Idlib ​ແລະ Aleppo. ທ່ານ​ກ່າວ​ວ່າ ເຈັດ​ເປົ້າ​ໝາຍ​ໄດ້​ຖືກ​ຖະຫລົ່ມ.

ທ່ານກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ ​ໄດ້​ເຮັດ​ໃຫ້​ມີ​ຜູ້​ໄດ້​ຮັບ​ບາດ​ເຈັບ​ຢ່າງ​ຫລວງ​ຫລາຍ
ຮວມທັງ​ພວກ​ຫົວ​ຮຸນ​ແຮງ​ກວ່າ 600 ຄົນ ​ທີ່ໄດ້ເສ​ຍຊີວິດຈາກການ​ໂຈມ​ຕີເທື່ອ​ໜຶ່ງ ຢູ່
ຫຼແຂວງ Deir ez-Zour ທາງ​ພາກ​ຕາ​ເວັນ​ອອກ​ຂອງ ​ຊີ​ເຣຍ.

​ແຂວງ Deir ez-Zour ຕັ້ງ​ຢູ່່​ລ​ະ​ຫວ່າງ ທີ່​ໜັ້ນຂອງ IS ຂອງ​ເມືອງ Raqqa ​ແລະ​ດິນ​ແດນ
​ທີ່​ພວກກໍ່​ການ​ຮ້າຍ​ຍັງ​ຄວບ​ຄຸມ ຢູ່​ເພື່ອນ​ບ້ານ​ອີຣັກ ເຮັດ​ໃຫ້​ເປັນ​ຈຸດ​ຢຸດ​ທະ​ສາດ​ທີ່​ສຳຄັນ.

ກຸ່ມ​ສັງ​ເກດ​ການ​ສິດທິ​ມະນຸດ ຊີ​ເຣຍ ​ໄດ້​ກ່າວ​ຕໍ່​ອົງການ​ຂ່າວຝຣັ່ງ (AFP) ວ່າ 36 ຄົນ​ໄດ້​
ເສຍ​ຊີວິດ ຢູ່ໃນ​ 50 ຂອງການ​ໂຈມ​ຕີທາງ​ອາ​ກາດ​ໃສ່ ໝູ່​ບ້ານ​ຕ່າງໆ​ທີ່ຢູ່​ໃກ້​ກັບບັນ​ດາ
ບ່ອນ​ກັ່ນ​ນໍ້ມັນ.

AFP ​ໄດ້​ອ້າງ​ຄຳ​ເວົ້າ ​ໂຄສົກ​ຜູ້​ສັງ​ເກດ​ການ​ທີ່​ກ່າວ​ວ່າ “​ມັນ​ເປັນ​ການ​ຖິ້ມ​ລະ​ເບີດ​ທີ່​ຮ້າຍ​
ແຮງ​ສຸດຢູ່​ໃນ​ຂົງ​ເຂດ ນັບ​ແຕ່​ໄດ້​ເລີ້ມ​ການ​ລຸກ​ຮື​ຂື້ນໃນ​ປີ 2011."

ສະຫະລັດ ກໍ​ໄດ້​ປະ​ຕິ​ບັດ​ງາ​ນການ​ໂຈ​ມຈີ​ທາງ​ອາກາດ​ເຊັ່ນ​ດຽວ​ກັນ​ ຢູ່ໃນ​ຊີ​ເຣຍ ​ແລະ
​ອີຣັກ ​ໃນ​ອາທິດ​ທີ່​ຜ່ານ​ມາ. ພັນ​ເອກ Patrick Ryder ​ຂອງ​ກອງທັບ​ອາກາດ​ສະຫະລັດ
​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ໃນ​ວັນ​ສຸກ​ວານ​ນີ້​ວ່າ ສະຫະລັດ​ທີ່​ນຳພາ​ກຳລັງແນວ​ໂຮມ ​ໄດ້
​ເພີ້​ມການ​ໂຈມ​ຕີ​ທາງ​ອາກາດ​ອາທິດ​ນີ້ ຕ້ານ​ເປົ້າ​ ໝາຍ​ຕ່າງໆ​ ​ໃຊ້​ອາວຸດ​ຫລາຍ​ກວ່າ
ລະຍະ 7 ວັນ​ໃດໆ ນັບ​ແຕ່​ໄດ້​ເລີ້ມ​ການ​ໂຈມ​ຕີ.

Syria Russia
please wait
Embed

No media source currently available

0:00 0:00:34 0:00

XS
SM
MD
LG