ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອົບພະຍົບຈຸທຳອິດ ຈາກໂຄຣເອເຊຍ ໄປເຖິງສະໂລເວເນຍ


ຊາວອົບພະຍົບ ຈາກໂຄຣເອເຊຍ ທີ່ເດີນທາງໄປເຖິງ ສູນກາງລົງທະບຽນ ທີ່ຊາຍແດນ Croatia ຕິດກັບ Slovenia.
ຊາວອົບພະຍົບ ຈາກໂຄຣເອເຊຍ ທີ່ເດີນທາງໄປເຖິງ ສູນກາງລົງທະບຽນ ທີ່ຊາຍແດນ Croatia ຕິດກັບ Slovenia.

ລົດ​ບັສ ທີ່​ເຕັມ​ໄປ​ດ້ວຍ​ອົບ​ພະຍົບ ຈາກ Croatia ​ໄດ້​ເລີ້ມ​ໄປ
​ເຖິງ Slovenia ​ເປັນ​ເທື່ອ​ທຳ​ອິດ ​ໃນ​ວັນ​ເສົາມື້ນີ້.

ພວກອົບ​ພະຍົບ ທີ່ຫວັງວ່າ ຈະມີ​ຊີວິດການເປັນຢູ່ທີ່ດີຂຶ້ນ​ຢູ່
​ໃນພາກ​ເໜືອ​ຂອງ​ຢູ​ໂຣບນັ້ນ​ໄດ້​ຫັນປ່ຽນໄປຍັງ Slovenia
​ໃນ​ກາ​ນເດີນ​ທາງ​ໄປ​ສູ່ພາກ​ເໜືອ​ຢູໂຣບຫຼັງ​ຈາກ Hungary
​ໄດ້​ປິ​ດຊາຍ​ແດນ ​ທີ່ຕິດ​ກັບ Croatia ​ໃນ​ຕອນທ່ຽງ​ຄືນຕາມ​
ເວ​ລາ​ທ້ອງ​ຖິ່ນ​ ໃນ​ວັນ​ສຸກ​ວານ​ນີ້.

ລັດຖະມົນຕີຕ່າງປະເທດ ຮັງກາຣີ ທ່ານ Peter Szijjarto ກ່າວຕໍ່ບັນດານັກຂ່າວ
ລັດຖະມົນຕີຕ່າງປະເທດ ຮັງກາຣີ ທ່ານ Peter Szijjarto ກ່າວຕໍ່ບັນດານັກຂ່າວ

Hungary ​ໄດ້​ປິດ​ຊາຍ​ແດນ ​ໃນ​ຄວາມ​ພະຍາຍາມ​ເພື່ອຄວບຄຸມການ​ຫລັ່ງ​ໄຫລ​ຂອງພວກ​ອົບພະຍົບເຂົ້າປະ​ເທດ​ ​ຫລາຍໆ​ພັນ​ຄົນ​ໃນ​ແຕ່​ລະ​ມື້ ກ່ອນ​ເດີນທາງຕໍ່
ໄປ​ພາກ​ເໜືອຂອງຢູໂຣບ.

ພວກອົບ ​ພະຍົບກຸ່ມ​ສຸດ​ທ້າຍຫລາຍ​ຮ້ອຍ​ຄົນ ​ໄດ້​ຮັບ​ອະນຸຍາດ​ໃຫ້​ຂ້າມ​ຊາຍ​ແດນ ບໍ່ດົນ
ກ່ອນທີ່ຊາຍແດນປິດ. ຮົ້ວ​ຢູ່ຕາມຊາຍແດນໄດ້​ສ້າງ​ຂື້ນ​ມາແລ້ວ ເພື່ອ​ປ້ອງ​ກັນບໍ່​ໃຫ້ມີການ​ຂ້າມ​ ໂດຍບໍ່ໄດ້ຮັບອະນຸຍາດ.

ຊາວອົບພະຍົບ ເດີນທາງມາເຖິງເກາະຂອງ ປະເທດກຣິສ
ຊາວອົບພະຍົບ ເດີນທາງມາເຖິງເກາະຂອງ ປະເທດກຣິສ

ລັດຖະມົນຕີຕ່າງປະ​ເທດ Hungary ທ່ານ Peter Szijjarto ​ໄດ້​ປະກາດກ່ຽວກັບ​ການ​ຕັດ
ສິນ​ໃຈ​ປິດ​ຊາຍ​ແດນ ຫລັງ​ຈາກການ​ປະຊຸມຄະນະ​ກຳມະການ​ຮັກ​ສາ ຄວາມ​ໝັ້ັນຄົງ​ແຫ່ງ
​ຊາດ ​ໃນ​ວັນ​ສຸກ​ວານ​ນີ້.

ທ່ານ ​ກ່າວ​ວ່າ Budapest ​ໄດ້​ແຈ້ງໃຫ້ບັນດາ​ປະ​ເທດ ​ທີ່​ມີ​ຊາຍ​ແດນ​ຕິດ​ກັບ ​ Hungary ແລະ​ປະເທດອື່ນໆຊາບກ່ຽວ​ກັບ​ການ​ຕັດສິນ​ໃຈ​ຂອງ​ຕົນ.

Hungary ​ໄດ້​ປິດ​ຊາຍ​ແດນຕິດ​ກັບ Serbia ​ເມື່ອ​ເດືອນ​ກັນຍາ​ທີ່​ຜ່ານ​ມາ.

Europe Migrants
please wait
Embed

No media source currently available

0:00 0:00:41 0:00

XS
SM
MD
LG