ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາຍທີ່ຈູດເຜົາຕົນເອງ ຢູ່ໃກ້ ອະນຸສາວະລີວໍຊິງຕັນ ເສຍຊີວິດ (ວີດິໂອ)


ເຈົ້າໜ້າທີ່ຕໍາຫລວດ ຄຸ້ມຄອງພື້ນທີ່ ບ່ອນທີ່ຊາຍຄົນທີ່ຍັງ ບໍ່ຮູ້ວ່າແມ່ນໃຜ ເອົາໄຟຈູດເຜົາຕົນເອງ ຢູ່ສະໜາມຫລວງ ເມື່ອວັນສຸກ ທີ 4 ຕຸລາ.
ເຈົ້າໜ້າທີ່ຕໍາຫລວດ ຄຸ້ມຄອງພື້ນທີ່ ບ່ອນທີ່ຊາຍຄົນທີ່ຍັງ ບໍ່ຮູ້ວ່າແມ່ນໃຜ ເອົາໄຟຈູດເຜົາຕົນເອງ ຢູ່ສະໜາມຫລວງ ເມື່ອວັນສຸກ ທີ 4 ຕຸລາ.
ຕໍາຫຼວດຢູ່​ນະຄອນຫຼວງວໍ​ຊິງ​ຕັນຂອງ
​ສະຫະລັດ ​ເວົ້າ​ວ່າ ຊາຍ​ຄົນ​ນຶ່ງ​ທີ່ຈູດ​ເຜົາ​ຕົນ​ເອງ​ເມື່ອ​ວັນ​ສຸກ
ຜ່ານ​ມາຢູ່ສະໜາມຫຼວງ ເສຍຊີວິດ​ແລ້ວຍ້ອນບາດແຜ​ຂອງ​ລາວ.

ທ່ານ Araz Alali ​ໂຄສົກ​ຕໍາຫຼວດວໍ​ຊິງ​ຕັນ​ດີ​ຊີ ​ເວົ້າ​ວ່າ ຊາຍ​ຄົນ​
ດັ່ງກ່າວ ​ໄດ້​ເສຍ​ຊີວິດ​ເມື່ອ​ຕອນ​ແລງ​ວັນ​ສຸກ​ຜ່ານ​ມາ ຢູ່​ທີ່​ໂຮງໝໍ
ທ້ອງ​ຖິ່ນ​ແຫ່ງ​ນຶ່ງ ​ໃນ​ເວລາ​ບໍ່ເທົ່າ​ໃດ​ຊົ່ວ​ໂມງ ຫຼັງຈາກ​ພວກ​ເຫັນ​
ເຫດການ ​ເວົ້າວ່າ​ຜູ້ກ່ຽວເອົາ​ນໍ້າມັນ​ແອັດ​ຊັງ​ຫົດໂຕ​ ​ແລ້ວ​ກໍ​ຈູດ​ເຜົາ​ຕົນ​ເອງ.

ຂະນະ​ນີ້​ຍັງ​ບໍ່​ຮູ້​ເທື່ອ​ວ່າ ຊາຍ​ຄົນ​ດັ່ງກ່າວ​ແມ່ນ​ໃຜ ​ແລະ​ຜູ້ກ່ຽວ​
ຄິດ​ຢ່າງ​ໃດ​ຈຶ່ງ​ເຮັດ​ເຊັ່ນ​ນັ້ນ​.

​ເຫດການ​ດັ່ງກ່າວ​ເ​ກີດຂຶ້ນ​ໃນ​ໃຈກາງ​ນະຄອນຫຼວງວໍ​ຊິງ​ຕັນ ບໍ່​ຫ່າງ​ຈາກ​ຕຶກລັດຖະສະພາ​
ພໍ​ປານ​ໃດ ​ແລະ​ກໍ​ບໍ່​ຫ່າງ​ໄກ​ຈາກ​ບ່ອນ​ທີ່​ຕໍາຫຼວດ​ໄດ້​ຍິງ​ສັງຫານ​ແມ່ຍິງ​ຄົນ​ນຶ່ງ​ ເມື່ອ​ວັນ​ພະ
ຫັດ​ຜ່ານ​ມາ ຫຼັງຈາກ​ຕໍາຫຼວດ​ໄດ້​ຂັບ​ລົດ​ໄລ່ລ່າ ຍິງ​ຄົນ​ນັ້ນ​ດ້ວຍ​ຄວາມ​ໄວສູງ.

ສະໜາມຫຼວງ ຫຼື National Mall ​ເປັນ​ສະຖານ​ທີ່​ກາງ​ແຈ້ງ​ທີ່​ກ້ວາງໃຫຍ່​ ມີເດິ່ນຫຍ້າ ມີ​ທາງ​ຍ່າງ ​ແລະ​ຕັ່ງ​ນັ່ງ​ພັກຜ່ອນ ທີ່​ເຊື່ອມ​ໂຍງ​ຕຶກ​ລັດຖະສະພາ ກັບ​ສອງອະນຸສາວະລີ ທີ່ມີ​ຄຸນຄ່າ​ທີ່​ສຸດ​ຂອງ​ນະຄອນຫຼວງວໍ​ຊິງ​ຕັນ ກໍ​ຄື ອະນຸສາວະລີ​ວໍ​ຊິງ​ຕັນ ທີ່​ເປັນ​ຮູບ​ຕະປູ​ນັ້ນ ​ກັບອະນຸ
ສາວະລີລິງຄອນ ສະໜາມຫຼວງ​ແຫ່ງ​ນີ້ ​ເປັນແຫຼ່ງທີ່​ນິຍົມ​ກັນ​ທີ່​ສຸດ​ສໍາລັບ​ພວກ​ມາ​ຍ່າງອອກ
ກໍາລັງ​ກາຍ ຫຼືຍ່າງຫຼິ້ນ ພວກ​ຈູງ​ໝາ ກັບພວກ​ນັກ​ທ່ອງ​ທ່ຽວ ແລະ​ດຶງ​ດູດເອົານັກ​ທ່ອງ​ທ່ຽວ
ຫຼາຍລ້ານ​ຄົນ​ໃນ​ແຕ່ລະ​ປີ.

ເບິ່ງວີດິໂອ ກ່ຽວກັບຂ່າວນີ້:

Man on fire on the Mall
please wait

No media source currently available

0:00 0:00:38 0:00
XS
SM
MD
LG