ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດ ປະທານາທິບໍດີ ມາລດິບ ຖືກຕັດສິນ ຈຳຄຸກ 13 ປີ


ອະດີດປະທານາທິບໍດີ Mohamed Nasheed
ອະດີດປະທານາທິບໍດີ Mohamed Nasheed

ອະດີດປະທານາທິບໍດີ Maldives ທ່ານ Mohamed Nasheed
ໄດ້ຖືກຕັດສິນລົງໂທດ ໃຫ້ຕິດຄຸກ 13 ປີ ຍ້ອນຄວາມຜິດໃນຖານ
ກໍ່ການຮ້າຍ.

ຄະນະ ທີ່ປະກອບດ້ວຍ ຜູ້ພິພາກສາ 3 ທ່ານ ໄດ້ຕັດສິນ ໃນການ
ດຳເນີນຄະດີແບບຮີບຮ້ອນໃນວັນສຸກວານນີ້ວ່າ ທ່ານ Nasheed
ປະທານາທິບໍດີຄົນທຳອິດຂອງປະເທດ ທີ່ໄດ້ຖືກເລືອກຕາມແນວ
ທາງປະຊາທິປະໄຕນັ້ນ ໄດ້ອອກຄຳສັ່ງແບບຜິດກົດໝາຍ ໃຫ້ຈັບ
ກຸມຫົວໜ້າຜູ້ພິພາກສາຄົນນຶ່ງ ໃນຂະນະທີ່ທ່ານຍັງຢູ່ໃນຕຳແໜ່ງ
ເມື່ອເດືອນມັງກອນປີ 2012.

ພວກສະໜັບສະໜຸນທ່ານ Nasheed ກ່າວວ່າ ການດຳເນີນຄະດີດັ່ງກ່າວແມ່ນມີຈຸດປະ ສົງທາງດ້ານການເມືອງ ເພື່ອປ້ອງກັນບໍ່ໃຫ້ທ່ານ ລົງສະໝັກແຂ່ງຂັນກັບປະທານາທິບໍດີ Yameen Abdul Gayoom ໃນການເລືອກຕັ້ງປີ 2018.

ໃນການສະແດງປະຕິກິລິຍາຕອບນັ້ນ ກະຊວງການຕ່າງປະເທດສະຫະລັດ ໄດ້ອອກຖະ ແຫລງການສະບັບນຶ່ງໃນວັນສຸກວານນີ້ ໄດ້ສະແດງຄວາມວິຕົກກັງວົນວ່າ ການດຳເນີນ ຄະດີໄດ້ມີຂຶ້ນໃນວິທີການ ທີ່ຂັດແຍ້ງກັບກົດໝາຍຂອງ Maldives ແລະສະແດງຄວາມ ເປັນຫ່ວງກ່ຽວກັບການຂາດຄວາມເປັນກາງຫຼືບໍ່ລຳອຽງ ແລະຂາດຄວາມເປັນອິດສະຫຼະ ຂອງພວກຜູ້ພິພາກສາ.

Maldives President
please wait
Embed

No media source currently available

0:00 0:00:38 0:00

XS
SM
MD
LG