ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໕ ກັນຍາ ໒໐໒໓

ປ. Maduro ຍັງທ້າທາຍ ຂະນະທີ່ ຫຼາຍບໍລິສັດ ຕັດຄວາມສຳພັນ ກັບ ເວເນຊູເອລາ


ປະທານາທິບໍດີ ເວເນຊູເອລາ ທ່ານ Nicolas Maduro ຕົບມືໃນຂະນະທີ່ທ່ານ ເຕົ້າໂຮມຢູ່ທີ່ນະຄອນ Caracas ປະເທດ Venezuela.

ປະທານາທິບໍດີ ​ເວ​ເນ​ຊູ​ເອລາ ທ່ານ Nicolas Maduro ຍັງ​ສືບ​ຕໍ່ທ້າ​ທາຍຢູ່​ໃນ​ຄຳ​ປາ​ໄສ ທາງ​ໂທລະພາບ​ແຫ່ງ​ຊາດ ​ໃນ​ວັນ​ຈັນ​ວານ​ນີ້ ຮ້ອງ​ການ​ຕັດສິນ​ໃຈ​ຂອງ ທະນາຄານ​ຍັກ​ໃຫຍ່ Citibank ທີ່​ຈະປິດ​ບັນຊີ​ຂອງ​ປະ​ເທດ​ເວ​ເນ​ຊູ​ເອລານັ້ນວ່າ “​ເປັນ​ການ​ສືບ​ສວນ” ​ໂດຍ​ປະ​ທາ​ນາ​ທິບໍດີສະຫະລັດ ທ່ານ Barack Obama.

ທ່ານ Maduro ກ່າວໃນຄຳ​ປາ​ໄສທາງ​ໂທລະ​ພາບ​ວ່າ “Citibank ບໍ່​ໄດ້​ເຕືອນ​ລ່ວງ​ໜ້າ ຫລື​ມີ​ການ​ຕິດ​ຕໍ່​ໃດໆ ທີ່ວ່າ ຕົນ​ຈະ​ປິດ​ບັນຊີ​ຂອງທະນາຄານກາງ​ແລະ ​ບັນຊີ​ທະນາຄານ ເວ​ເນ​ຊູ​ເອລາ​. ນັ້ນ​ແມ່ນອັນ​ທີ່​ທ່ານ​ຮ້ອງ​ວ່າ ​ການ​ປິດ​ລ້ອມ​ທາງ​ການ​ເງິນ.”

ທ່ານ​ກ່າວ​ວ່າ ພວກ​ບັນຊີ​ເຫລົ່າ​ນີ້​ໄດ້​ໃຊ້​ເພື່ອ​ໃຊ້​ຈ່າຍເງິນ​ໃຫ້ສະຫະລັດ ​ແລະບັນ​ດາ​ປະ​ເທດ​ອຶ່ນໆ ແຕ່ເຖິງ​ແມ່ນ​ວ່າ​ໄດ້ມີ​ການ​ປີດ​ບັນຊີ​ດັ່ງກ່າວແລະ​ການ​ປິດ​ໂຮງ ງານ Kimberly-Clark ​ແລ້ວ​ກໍ​ຕາມ ຈະ​ບໍ່ສາມາດ​ຢຸດ​ຢັ້ງຄວາມ​ກ້າວໜ້າ​ຂອງ ​ເວ​ເນ​ຊູເອລາ​ໄດ້.

“ທ່ານ​ຄິດ​ວ່າ​ເຂົາ​ເຈົ້າ​ຈະ​ຢຸດ​ພວກ​ເຮົາ ​ໂດຍ​ການ​ປິດ​ລ້ອມ​ທາງ​ດ້ານການ​ເງິນ​ໄດ້ ບໍ? ບໍ່​ເລີຍ ສຸພາບ​ສະຕີ ​ແລະສະ​ພາບ​ບຸຣຸດ ບ່ໍມີ​ໃຜ​ຢຸດ​ເວ​ເນ​ຊູ​ເອລາ​ໄດ້. ​ເຖິງ ​ແມ່ນ​ຈະ​ມີ​ທະນາ ຄານ Citibank ຫລື​ບໍ່​ມີ​ນັ້ນ ພວກ​ເຮົາຈະ​ດຳ​ເນີນການ​ໄປ​ໜ້າ ມີໂຮງງານ Kimberly ຫລື​ບໍ່​ນັ້ນ ພວກ​ເຮົາ​ຈະເຄື່ອນໄຫວ​ໄປ​ໜ້າ.”

Kimberly-Clark ແມ່ນ​ຜູ້ຜະລິດ​ເຄື່ອງ​ໃຊ້​ການ​ແພດ​ຢູ່ໃນ​ເວ​ເນ​ຊູ​ເອລາ ​ໄດ້​ປະ ກາດ​ໃນ​ວັນ​ເສົາ​ທີ່​ຜ່ານ​ມາ​ນີ້ວ່າ ຈະ​ຢຸດ​ການ​ປະຕິບັດ​ງານ​ຢູ່​ໂຮງງານ​ໃນ​ເວ​ເນ​ຊູ​ເອລາ ທີ່​ເຮັດ​ຜ້າ​ອ້ອມ​ເດັກນ້ອຍ ​ແລະ​ເຈັ້ຍ​ເຊັດ​ໜ້າ ​ເພາະວ່າ​ມັນ​ເປັນ​ໄປ​ບໍ່​ໄດ້​ທີ່​ຈະ​ຊື້​ວັດ​ຖຸດິບ ​ແລະ​ຍ້ອນ ວ່າ​ເກີດ​ເງິນ​ເຟີ້​ຢ່າງ​ວ່ອງ​ໄວ.

ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ກ່ອນການຄຳ​ປາ​ໄສ​ ຂອງ​ທ່ານ Maduro ​ໃນ​ວັນ​ຈັນ​ວານ​ນີ້ ລັດຖະບານ​ເວ​ເນ​ຊູ​ເອລາ ​ໄດ້​ປະກາດ​ວ່າ ຈະ​ຍຶດ​ເອົາ​ໂຮງງານດັ່ງກ່າວ​ແລະ​ເລີ້ມ​ຜະລິດ​ຄືນ​ໃໝ່ ​ພາຍ​ໃນ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງຕໍ່ໜ້າ​ນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Venezuela
please wait
Embed

No media source currently available

0:00 0:01:47 0:00

XS
SM
MD
LG