ນາຍົກລັດຖະມົນຕີອີຣັກ ທ່ານ Haider al-Abadi ເອີ້ນການ
ຢຶດເອົາ ເມືອງ Jurf al-Sakhar ໄດ້ຄືນນັ້ນ ວ່າເປັນ “ການ
ທຳລາຍອັນຮ້າຍແຮງ” ຕໍ່ພວກລັດອິສລາມ.
ກອງກຳລັງອີຣັກ ທີ່ໄດ້ຮັບການຊ່ວຍເຫຼືອໂດຍການໂຈມຕີທາງ
ອາກາດຂອງແນວໂຮມ ທີ່ນຳໂດຍສະຫະລັດ ກ່າວວ່າ ເຂົາເຈົ້າ
ໄດ້ເຂົ້າຄວບຄຸມ ເມືອງທີ່ສຳຄັນ ຢູ່ທາງທິດໃຕ້ຂອງນະຄອນ
ຫລວງແບກແດດນັ້ນໂດຍສິ້ນເຊີງແລ້ວ ລຸນຫຼັງການຕໍ່ສູ້ກັບພວກ
ຫົວຮຸນແຮງຢ່າງໜັກ.
ພວກລັດອິສລາມ ໄດ້ຂົ່ມຂູ່ທີ່ຈະເຂົ້າຢຶດເອົານະຄອນຫລວງ
ແບກແດດ ແລະການສູນເສຍເຂດແດນໃດໆ ໃຫ້ແກ່ກອງກຳລັງອີຣັກນັ້ນ ແມ່ນເປັນຄວາມ ປະລາໄຊ ຢ່າງໜັກໜ່ວງ.
ໃນວັນເສົາວານນີ້ເຊັ່ນກັນ ແຫລ່ງຂ່າວຈາກເຈົ້າໜ້າທີ່ຄວາມໝັ້ນຄົງ ຂອງອີຣັກ ກ່າວວ່າ ບັນດານັກຕໍ່ສູ້ທະຫານບ້ານຊາວເຄີດ ໄດ້ຕີເອົາຄືນໄດ້ ເມືອງ Zuma ຢູ່ທາງພາກເໜືອຂອງອີຣັກ ແລະໝູ່ບ້ານອ້ອມແອ້ມຈຳນວນນຶ່ງ ຈາກພວກລັດອິສລາມ.
ກອງບັນຊາການສະຫະລັດ ສຳຫລັບເຂດພາກຕາເວັນອອກກາງ ຫຼື U.S. Central Command ກ່າວວ່າ ບັນດາເຮືອບິນລົບຂອງແນວໂຮມ ໄດ້ທຳການໂຈມຕີທາງອາກາດ
22 ຖ້ຽວ ຕໍ່ຕ້ານກອງກຳລັງ ພວກຫົວຮຸນແຮງໃນອີຣັກ ເມື່ອວັນສຸກແລະວັນເສົາຜ່ານມາ.
ເປົ້າໝາຍຕ່າງໆ ແມ່ນລວມທັງ ເມືອງ Fallujah ແລະບໍລິເວນນຶ່ງໃກ້ໆກັບເຂື່ອນ Mosul
ກັບເມືອງ Bayji ຢູ່ທາງພາກເໜືອ ຊຶ່ງເປັນທີ່ຕັ້ງ ຂອງໂຮງກັ່ນນ້ຳມັນ.
ເຮືອບິນລົບຂອງສະຫະລັດ ຍັງໄດ້ທຳລາຍປືນໃຫຍ່ຂອງພວກລັດອິສ ລາມ ຢູ່ເມືອງ
ໂກບານີ ໃນຊີເຣຍ ໃກ້ໆກັບເຂດຊາຍແດນເທີກີ.
ບັນດານັກຕໍ່ສູ້ຊາວເຄີດ ໄດ້ປ້ອງກັນເມືອງໂກບານີ ຈາກພວກຫົວຮຸນແຮງລັດອິສລາມ
ມາເປັນເວລາເກືອບເດືອນນຶ່ງແລ້ວ.
ວີດີໂອ: ພວກລັດອິສລາມບຸກ ຄືບໜ້າ ເຂົ້າໄປໃກ້ ນະຄອນຫລວງແບກແດດ