ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ນໍາ ເກົາຫຼີເໜືອ ອາດປົດ ອາວຂອງທ່ານ ອອກຈາກ ຕໍາແໜ່ງ (ວີດີໂອ)


Jang Song Thaek ຜູ້ບັງຄັບບັນຊາການທາງທະຫານອະ​ວຸ​ໂສ​
ຂອງເກົາຫຼີເໜືອ
Jang Song Thaek ຜູ້ບັງຄັບບັນຊາການທາງທະຫານອະ​ວຸ​ໂສ​ ຂອງເກົາຫຼີເໜືອ
ອົງການສືບລັບຂອງເກົາຫຼີໃຕ້ ເຊື່ອວ່າ ຜູ້ນໍາເກົາຫຼີເໜືອທ່ານ
Kim Jong Un ນັ້ນ ອາດປົດອາວ ຂອງທ່ານ ອອກຈາກຕໍາ
ແໜ່ງຜູ້ບັງຄັບບັນຊາການທາງທະຫານອະ​ວຸ​ໂສ ແລະໄດ້ປະ
ຫານ​ຊີວິດຜູ້ສະໜັບສະໜູນທ່ານບາງຄົນຢ່າງ​ເປັນ​ການເປີດ​
ເຜີຍ.

ບັນດາ​ສະມາຊິກ​ລັດຖະສະພາ ທີ່​ໄດ້​ຟັງ​ລາຍງານ​ຂອງອົງການ
ສືບລັບຂອງເກົາຫຼີໃຕ້ ກ່າວໃນວັນອັງຄານມື້ນີ້ວ່າ ​ເບິ່ງ​ຄື​ວ່າ
ທ່ານ Jong Song Thaek ນັ້ນໄດ້ຖືກຖອດຖອນຈາກຕໍາ
ແໜ່ງຮອງປະທານ ຂອງຄະນະ​ກຳມາ​ທິການປ້ອງກັນປະເທດ
ທີ່ມີອິດທິພົນ​ຂອງ ​ເກົາຫຼີ​ເໜືອນັ້ນ.

ບັນດາສະມາຊິກລັດຖະສະພາ ກ່າວວ່າ ອົງການສືບລັບເຊື່ອວ່າ ຜູ້ຊ່ອຍທີ່ໃກ້ສິດທັງສອງ
​ຄົນຂອງທ່ານ Jangຄືທ່ານ Lee Yong-ha ​ແລະທ່ານ Jang Soo-keel ໄດ້ຖືກ
ປະຫານຊີວິດ ​ໃນກາງເດືອນພະຈິກຜ່ານມານີ້ ແລະວ່າ ບໍ່ໄດ້ພົບເຫັນທ່ານອີກ ນັບແຕ່
ນັ້ນມາ.

ທ່ານ Jang ແມ່ນໄດ້ແຕ່ງງານ ກັບນ້ອງສາວຂອງມື້ລາງ ຜູ້ນໍາເກົາຫຼີເໜືອທ່ານ Kim
Jong Il. ທ່ານແມ່ນຖືວ່າເປັນຜູ້ທີ່ມີອິດທິພົນ ຕໍ່ລະບົບຈັດອໍານາດ​ແບບ​ລຶກລັບຂອງ
ເກົາຫຼີເໜືອ ມາເປັນເວລາຊ້ານານ​ແລ້ວ.

ທ່ານ ​ຊຶ່ງ​ກຳອໍານາດຢູ່ເບື້ອງຫຼັງນັ້ນ ແມ່ນກັນວ່າ ອິດ​ທິພົນ​ຂອງ​ທ່ານ​ໄດ້​ຂະຫຍາຍ​ວົງ
ອອກ​ໃນປີ 2011 ຫຼັງຈາກການເສຍຊີວິດລົງ ທີ່ບໍ່ຄາດຝັນຂອງທ່ານ Kim Jong-Il
ແລ້ວນັ້ນ. ພວກນັກວິເຄາະໄດ້ເບິ່ງທ່ານວ່າ ເປັນຜູ້​ສຳ​ເລັດ​ລັດຖະການ​ໃຫ້ຫຼານ ຄື
​ທ່ານ Kim Jong Un ຜູ້ທີ່ຫຼາຍໆຄົນມອງວ່າ ຍັງໜຸ່ມນ້ອຍທີ່ຍັງຂາດປະສົບການນັ້ນ.

ເກົາຫຼີເໜືອ ຍັງບໍ່ໄດ້ໃຫ້ຄໍາເຫັນໃດໆ ຕໍ່ລາຍງານຂອງອົງການສືບລັບ​ເກົາ​ຫຼີ​ໃຕ້ ທີ່ວ່ານີ້
ເທື່ອ. ຖ້າມີການຢືນຢັນແລ້ວນັ້ນ ກໍແມ່ນວ່າ ຄັ້ງນີ້ ເປັນນຶ່ງ​ໃນການຍົກຍ້າຍ​ເຈົ້າໜ້າ​ທີ່
ຂັ້ນສູງຂອງຜູ້ນໍາເກົາຫຼີເໜືອ ນັບຕັ້ງແຕ່ Kim Jong Un ຂຶ້ນກໍາອໍານາດ.

NOKOR POLITICS SOTVO.mov
please wait

No media source currently available

0:00 0:00:05 0:00
XS
SM
MD
LG