ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ກອງທັບເຮືອ Israeli ຍຶດກຳປັ່ນ ທີ່ລຳລຽງ ລູກສອນໄຟ ຂອງອີຣ່ານ (ວີດີໂອ)


ISRAEL IRAN
please wait
Embed

No media source currently available

0:00 0:00:41 0:00
ກອງທັບ Israel ກ່າວວ່າ ຕົນໄດ້ຍຶດກຳປັ່ນລຳນຶ່ງ ໃນທະເລ
ແດງ ໃນວັນພຸດວານນີ້ ທີ່ ໄດ້ລຳລຽງຂົນສົ່ງລູກສອນໄຟທີ່
ທັນສະໄໝຫຼາຍສິບລູກ ຂອງອີຣ່ານ ໄປໃຫ້ກຸ່ມຫົວຮຸນແຮງ
ປາແລສໄຕ ໃນແຫຼມ Gaza.

ກອງທັບ Israel ໄດ້ກ່າວວ່າ ກຳປັ່ນບັນທຸກລູກສອນໄຟ
ລຳນີ້ ທີ່ປັກທຸງຂອງ Panama ໄດ້ຖືກກວດຄົ້ນ ໃນຂະນະ
ທີ່ແລ່ນຢູ່ໃນເຂດນ່ານນ້ຳສາກົນ ນອກຝັ່ງທະເລຂອງຊູດານ
ແລະ Eritrea ໂດຍປາດສະຈາກການຂັດຂືນໃດໆ
ແລະກໍຈະຖືກຄຸ້ມກັນໄປຍັງເມືອງທ່າ Eilat ຂອງ Israel ພາຍໃນອີກບໍ່ເທົ່າໃດມື້ຂ້າງໜ້ານີ້.

ໂຄສົກກອງທັບຂອງກອງທັບ Israel ກ່າວວ່າ ກຳປັ່ນໄດ້ລຳລຽງລູກສອນໄຟ M-302
ທີ່ເຮັດໂດຍຊີເຣຍ ຊຶ່ງເປັນອາວຸດທີ່ສາມາດຍິງເລິກເຂົ້າໃນ Israel ຈາກເຂດ Gaza
ແລະມັນຈະສາມາດເພີ້ມກຳລັງໃຫ້ແກ່ກຸ່ມຫົວຮຸນແຮງປາແລສໄຕ ເຊັ່ນ ພວກ Hamas
ເປັນຕົ້ນ.

ກຸ່ມຫົວຮຸນແຮງ Hezbollah ຂອງເລບານອນ ກໍໄດ້ນຳໃຊ້ພວກລູກສອນໄຟ M-302
ໃນສົງຄາມປີ 2006 ກັບ Israel.

Israel ກ່າວວ່າ ການລຳລຽງທີ່ວ່ານີ້ ຕົ້ນຕໍແມ່ນເລີ້ມມາຈາກຊີເຣຍ ແລະກໍຖືກຈັບໄດ້
ໃນ ການປະຕິບັດງານເປັນເວລາຫຼາຍໆເດືອນຂອງພວກໜ່ວຍສືບລັບ.

ອົງການຂ່າວຂອງຝຣັ່ງ ໄດ້ອ້າງຄຳເວົ້າ ຂອງເຈົ້າໜ້າທາງທະຫານອີຣານ ທີ່ປະສົງ
ບໍ່ອອກ ນາມ ຊຶ່ງໄດ້ຖະແຫຼງຕໍ່ໂທລະພາບຂອງລັດຖະບານອີຣ່ານ ທີ່ “ຂໍປະຕິເສດ
ຢ່າງສິ້ນເຊີງ ຕໍ່ລາຍງານທັງໝົດນັ້ນວ່າ ບໍ່ມີມູນຄວາມຈິງແຕ່ຢ່າງໃດເລີຍ.”
XS
SM
MD
LG